spot_img
Homeຂ່າວການພັດທະນາລັດເປີດປະມູນໃຫ້ບໍລິສັດ ເຂົ້າບູລະນະຮັກສາທາງຫຼວງແຫ່ງຊາດ

ລັດເປີດປະມູນໃຫ້ບໍລິສັດ ເຂົ້າບູລະນະຮັກສາທາງຫຼວງແຫ່ງຊາດ

Published on

d8a6d276a927ffcc64b3171e205a8e3b

 

ຈາກ​ສະ­ພາບ​ປະ­ຈຸ​ບັນ ​ທາງ​ຫຼວງແຫ່ງ​ຊາດ​ແຕ່​ລະ​ເສັ້ນ​ແມ່ນ​ໄດ້​ເກີດ​ ການເປ່​ເພ​ຫຼາຍ​ເປັນ­ຕົ້ນ​ໜ້າ​ທາງ​ແຕກ, ບວມ

ເປັນ​ຂຸມ ຊຶ່ງ​ເຮັດ​ໃຫ້­ການ​ສັນ­ຈອນ​ໄປ-ມາ​ພົບ​ຄວາມ​ຫຍຸ້ງ­ຍາກ ສະ­ນັ້ນ ເພື່ອ​ຮັບປະ­ກັນ​ຄວາມ​ຄ່ອງ​ຕົວ​ຂອງ​ການ​ນຳ

​ໃຊ້ເສັ້ນ­ທາງ ທັງ​ເປັນ​ການ​ຢືດ​ອາ­ຍຸ​ການ​ນຳໃຊ້​ອອກ​ໄປ​ອີກ ລັດ​ຈິ່ງ​ເປີດ​ຊອງ​ປະ­ມູນໃຫ້​ພາກ​ເອ­ກະ​ຊົນ​ເຂົ້າ​ບູ­ລະ­ນະ​ຮັກ­

ສາທາງ​ຫຼວງ​ແຫ່ງ​ຊາດ.

 

ພິ­ທີ​ເປີດ​ຊອງ​ປະ­ມູນ​ໂຄງ­ການ​ບູ​ລະນະ​ຮັກ­ສາ​ທາງ​ຫຼວງ​ແຫ່ງ​ຊາດ​ຈັດ​ຂຶ້ນ ໃນ​ມື້­ວານ​ນີ້ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ

ເລົາ​ຄຳ ສົມ​ເພັດຊ໌ ຫົວ­ໜ້າ​ກົມ​ຂົວທາງ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ, ມີ​ບັນ­ດາ​ຫົວ­ໜ້າ​ພະ​ແນກ​ແຜນ­ການ

ແລະ ການ​ລົງ­ທຶນ​ແຕ່​ລະ​ແຂວງ ພ້ອມ​ດ້ວຍ​ບໍ­ລິ­ສັດ​ທີ່​ມາ​ປະ­ມູນ​ເຂົ້າ​ຮ່ວມ.

 

ໂດຍ​ໂຄງ­ການ​ບູ­ລະ­ນະ​ຮັກ­ສາ​ທາງຫຼວງ​ແຫ່ງ​ຊາດ​ຄັ້ງ​ນີ້ ມີ​ທັງ​ໝົດ 4 ເຂດ ແລະ ແຕ່​ລະ​ເຂດ​ມີ​ຫ້ອງ­ການ​ປະ­ຈຳ​ຢູ່ ເຊັ່ນ:

ເຂດ 1 ປະ­ກອບ​ມີ 4 ແຂວງ​ຄື: ແຂວງ​ຜົ້ງ​ສາ­ລີ, ອຸ­ດົມ​ໄຊ, ຫຼວງ​ນ້ຳ​ທາ ແລະ ແຂວງ​ບໍ່​ແກ້ວ ຫ້ອງ­ການ​ແມ່ນ​ຕັ້ງ​ຢູ່

ແຂວງ​ອຸ­ດົມ​ໄຊ, ເຂດ 2 ມີ 4 ແຂວງ ຄື​ແຂວງ​ຫົວ­ພັນ, ຊຽງ​ຂວາງ, ຫຼວງພະ​ບາງ ແລະ ແຂວງ​ໄຊ​ຍະ​ບູ​ລີ ຫ້ອງການ​

ແມ່ນ​ຕັ້ງ​ຢູ່​ແຂວງ​ຊຽງ​ຂວາງ, ສະ­ເພາະ​ເຂດ 3 ມີ 5 ແຂວງ​ປະ­ກອບ ດ້ວຍ​ນະ­ຄອນ­ຫຼວງວຽງຈັນ, ວຽງ​ຈັນ, ໄຊ​ສົມບູນ,

ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຄຳ​ມ່ວນ ຫ້ອງ­ການ​ຕັ້ງ​ຢູ່​ກົມ​ຂົວ​ທາງ​ກະ­ຊວງ ຍທຂ ແລະ ເຂດ 4 ປະ­ກອບ​ດ້ວຍ​ແຂວງສະ­

ຫວັນ​ນະ​ເຂດ, ສາ­ລະ​ວັນ, ຈຳ­ປາ​ສັກ, ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື ຕັ້ງ​ຫ້ອງ­ການ​ຢູ່​ແຂວງ ຈຳ­ປາ​ສັກ.

 

ສະ­ເພາະ​ໂຄງ­ການ​ບູ­ລະ­ນະ​ຮັກ­ສາທາງ​ຫຼວງ​ເຂດ 3 ໃນ​ນາມ​ວິ­ສະ­ວະ­ກອນ ໂຄງ­ການໂດຍ​ຕາງ­ໜ້າ​ກົມ​ຂົວ​ທາງ (ເຈົ້າ​

ຂອງ​ໂຄງ­ການ) ຊຶ່ງ​ໄດ້​ຮັບ​ອະ­ນຸມັດ​ງົບ­ປະ­ມານ​ຈາກ​ກອງ​ທຶນ​ທາງ ເພື່ອມາ​ປະ­ຕິ­ບັດ​ວຽກ​ງານ​ບູ­ລະ­ນະ​ຮັກ­ສາທາງ​ຫຼວງ​

ປະ­ຈຳ​ສົກ​ປີ 2014-2015  ສຳ­ລັບ​ແຜນ​ວຽກ​ທີ່​ຈະ​ປະ­ຕິ­ບັດ​ໃນ​ສົກ​ນີ້ ໂດຍ​ໄດ້​ຮັບ​ແຮງ​ສະ­ໜັບ­ສະ­ໜູນ​ຊຸກ­ຍູ້ຈາກ​ຂັ້ນ​ເທິງ​

ເຮັດ​ໃຫ້​ແຜນ­ການ​ປະ­ຕິ­ບັດວຽກ​ໃນ​ສົກ​ນີ້​ໄດ້​ຖືກ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄວ​ຂຶ້ນ ແລະ ທ່ວງ​ທັນ​ກັບ​ລະ­ດູ​ການ.

 

ການ​ກຳ­ນົດ​ເປີດ​ຊອງ​ປະ­ມູນ​ໃນ​ເທື່ອນີ້ ແລະ ເຊັນ​ສັນ­ຍາ​ເລີ່ມ​ວຽກ​ຕົ້ນ​ເດືອນທັນ­ວາ 2014 ນີ້ ທຸກ​ໂຄງ­ການ​ຕ້ອງ​ສຳ

ເລັດ​ພາຍ​ໃນ 5 ເດືອນ ຫຼື ຕ້ອງ​ສຳ­ເລັດກ່ອນ​ລະ­ດູ­ຝົນ.

 

ໂຄງ­ການ​ບູ­ລະ­ນະ​ຮັກ­ສາ​ທາງ​ຫຼວງແຫ່ງ​ຊາດ​ເຂດ 3 ຕາມ​ແຜນ​ປະ­ຈຳ​ສົກ​ນີ້ ມີ 31 ສັນ­ຍາ​ຄວາມ​ຍາວ​ທັງ​ໝົດ 909,2

ກິ­ໂລ­ແມັດ ກວມ​ເອົາ 5 ແຂວງ​ຄື ນະ­ຄອນຫຼວງ​ວຽງ​ຈັນ, ແຂວງ​ວຽງ​ຈັນ, ໄຊ​ສົມບູນ, ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຄຳ​ມ່ວນ

ມູນ​ຄ່າ​ການ​ປະ​ເມີນ​ເບື້ອງ​ຕົ້ນ​ປະ­ມານ 150 ຕື້​ກວ່າ​ກີບ ໜ້າ​ວຽກ​ຕົ້ນ­ຕໍ​ຂອງ​ໂຄງການ​ແມ່ນ​ສຸມ​ໃສ່​ການ​ປັບ­ປຸງ​ໂຄງ​

ສ້າງທາງ​ ບັນ­ດາ​ຈດ​ທີ່​ເປ່​ເພ​ເສຍ​ຫາຍ​ ເປັນຕົ້ນ​ແມ່ນ​ໜ້າ​ທາງ​ແຕກ, ບວມ​ຕ້ອງ​ໄດ້ຂູດ​ຮື້ ແລະ ປູ­ຢາງ 2 ຊັ້ນ​ຄືນ­ໃໝ່​

ຕາມແຕ່​ລະ​ຈຸດ​ທີ່​ເປ່​ເພ​ຕົວ​ຈິງ​ ເປັນ​ຊ່ວງ​ຍາວ ຫຼື ສັ້ນ ເພື່ອ​ຮັບ­ປະ­ກັນ​ຕໍ່​ການ​ສັນ­ຈອນຂອງ​ພາ­ຫະ­ນະ​ໃຫ້​ຄ່ອງ​ຕົວ

ແລະ ທັງ​ເປັນການ​ຢືດ​ອາ­ຍຸ​ການ​ນຳ​ໃຊ້​ອອກ​ໄປ​ອີກ ຊຶ່ງ​ຈະ​ເປັນ​ການ​ປະ­ຢັດ​ງົບ­ປະ­ມານ​ໄດ້ເປັນ​ຢ່າງ​ດີ ກົງ­ກັນ­ຂ້າມ​ຖ້າ​

ປະ​ໃຫ້​ເປ່​ເພ​ໜັກ​ກວ່າ​ນີ້​ຈະ​ຕ້ອງ​ໄດ້​ກໍ່­ສ້າງ​ໃໝ່ ແລະ ໃຊ້​ງົບ­ປະ­ມານ​ຢ່າງ​ຫຼວງ­ຫຼາຍ.

 

ຮູບ​ແບບ​ການ​ປະ­ມູນ​ໂຄງ­ການ​ບູ​ລະນະ​ຮັກ­ສາ​ທາງ​ຫຼວງ​ປະ­ຈຳ​ເຂດ​ໄດ້​ພ້ອມກັນ ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ ໂດຍ​ໄດ້

ດຳ­ເນີນ​ການ​ຈັດ​ຊື້-ຈັດ​ຈ້າງ​ຕາມ​ດຳ­ລັດ ເລກ​ທີ 03/ນຍ ລົງ​ວັນ​ທີ 9 ມັງ­ກອນ 2004 ວ່າ​ດ້ວຍ​ການປະ­ມູນ​ຈັດ​ຊື້​ສິນ­ຄ້າ,

ການ​ກໍ່­ສ້າງ​ສ້ອມ­ແປງ ແລະ ການ​ບໍ​ລິການ​ດ້ວຍ​ທຶນ​ຂອງ​ລັດ ແລະ ດຳ­ລັດ​ເລກ ທີ 328/ລບ ລົງ​ວັນ​ທີ 17 ກັນ­ຍາ 2014

ວ່າ​ດ້ວຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ແຜນ​ງົບປະ­ມານ​ແຫ່ງ​ລັດ ສົກ​ປີ 2014-2015.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...