spot_img
Homeຍ້ອງຍໍຄົນດີເດັ່ນລຸງສົມຈິດ ປູກຖົ່ວດາວອິນຄາ ວາງເປົ້າລາຍຮັບປີທຳອິດຫຼັກຮ້ອຍລ້ານ

ລຸງສົມຈິດ ປູກຖົ່ວດາວອິນຄາ ວາງເປົ້າລາຍຮັບປີທຳອິດຫຼັກຮ້ອຍລ້ານ

Published on

2bd9d23e02561c9bd0ba628e175b1493

 

ລຸງ​ສົມ​ຈິດ ສີ​ທະ​ວົງ ໄວ 50 ປີ ຢູ່ ບ້ານ​ຫ້ວຍ​ເປັດເມືອງ​ແກ່ນ​ທ້າວ ແຂວງໄຊ​ຍະ​ບູ​ລີ ເປັນ​ໜຶ່ງ​ໃນ​ຜູ້​ຮັກ­ຫອມ​ອາ­ຊີບກະ­ສິ­ກຳ​

ໄດ້​ເລີ່ມ​ບຸກ­ເບີກ​ປູກ​ຖົ່ວ​ດາວ​ ອິນຄາ ເພື່ອ​ຂາຍ​ເປັນ​ສິນ­ຄ້າ​ ຕັ້ງ​ຄວາມ​ຫວັງຜົນ​ເກັບ​ກ່ຽວ​ປີ​ທຳ​ອິດ​ຈະ​ສ້າງ​ເງິນ​ໄດ້ລະ­ດັບ

100 ລ້ານ​ກີບ.

 

ລຸງ​ສົມ​ຈິດ ໄດ້​ມີ​ແນວ​ຄິດ​ລິ​ເລີ່ມ​ປູກຖົ່ວ​ດາວ​ອິນ​ຄາ​ເປັນ​ສິນ­ຄ້າ ພ້ອມ​ລົງ­ມືປະ­ຕິ­ບັດ​ຕົວ​ຈິງ​ໃນ​ຕົ້ນ​ເດືອນ​ມິ­ຖຸ­ນາ​ປີ 2014ນີ້,

ໃນ​ເນື້ອ­ທີ່ 1 ເຮັກ­ຕາ​ກວ່າ​ ລວມ 1.500 ຕົ້ນ ດ້ວຍ​ງົບ­ປະ­ມານ​ລົງ­ທຶນ​ທັງໝົດ 20 ລ້ານ​ກີບ ເພື່ອ​ສ້າງ​ລາຍ​ຮັບ​ເສີມສູ່​ຄອບ

­ຄົວ ​ກັບ​ລາຍ​ຮັບ​ພືດ​ເສດ­ຖະ­ກິດອື່ນໆ ​ທີ່​ຄອບ­ຄົວ​ຂອງ​ລຸງ​ໄດ້​ແລ້ວ​ກ່ອນໜ້າ​ນີ້ ຂະ­ນະ​ນີ້​ພາຍ​ໃນ​ຄອບ­ຄົວ​ຂອງ​ລຸງມີ​ທັງ​ໝົດ

7 ຄົນ, ມີ­ແຮງ​ງານ​ຕົ້ນ­ຕໍ 5 ແຮງ​ງານ, ສຳ­ຮອງ 1 ແຮງ​ງານ.

 

ລຸງ​ສົມ​ຈິດ​ໄດ້​ເວົ້າ​ສູ່​ຟັງ​ວ່າ ເມື່ອ​ກ່ອນ ນອກ­ຈາກ​ເຮັດ​ນາ​ປູກ​ເຂົ້າ​ໃນ​ແຕ່​ລະ​ປີ​ແລ້ວ, ລຸງ​ຍັງ​ໄດ້​ເຮັດ​ໄຮ່​ງາ ແລະ ຝ້າຍ ເພື່ອ​

ຂາຍ​ເປັນ​ສິນ­ຄ້າ ​ແຕ່​ລາຍ​ຮັບ​ກໍ​ຍັງ​ບໍ່ສູງ​ເທື່ອ ມາ​ຮອດ​ປີ 2006 ລຸງ​ໄດ້​ຫັນ​ມາປູກ​ສາ­ລີ​ເປັນ​ສິນ­ຄ້າ​ໃນ​ເນື້ອ­ທີ່ 18 ເຮັກຕາ​

ຜົນ​ຜະ­ລິດ​ປີ​ໜຶ່ງ​ໄດ້ 60 ກວ່າ​ໂຕນ ຂາຍ​ໄດ້​ເງິນ 80 ລ້ານ​ກີບ​ຕໍ່​ປີ.

 

ລຸງ​ບອກ​ວ່າ: ໃນ​ການ​ປູກ​ສາ­ລີ​ນັ້ນ ແມ່​່ນ​ຕ້ອງ​ໃຊ້​ຕົ້ນ​ທຶນ​ສູງ ຖ້າ​ຫັກ​ຕົ້ນ​ທຶນ ອອກ​ແລ້ວ​ຈະ​ເຫຼືອ​ຢູ່​ປະ­ມານ 20-30 ລ້ານ​ກີບ

​ຕໍ່​ປີ​ອີກ​ຢ່າງ​ໜຶ່ງ​ຍັງ​ໄດ້​ໃຊ້​ຢາ​ຂ້າຫຍ້າ ເປັນ​ການ​ສ່ຽງ​ຕໍ່​ສຸ­ຂະ­ພາບ​ອີກ ໂດຍໄດ້​ຮັບ​ຄຳ​ແນະ­ນຳ​ຈາກ​ໝູ່­ຄູ່​ບວກ​ໃສ່​ກັບຄວາມ​

ມັກ​ໃນ​ການ​ປູກ­ຝັງ​ຢູ່​ແລ້ວ​ ລຸງ​ຈິ່ງ​ຕັດ­ສິນ​ໃຈ​ມາ​ປູກ​ຖົ່ວ​ດາວ​ອິນຄາ​ ທີ່​ມີ​ຕະ­ຫຼາດ​ຮອງ​ຮັບ​ແລ້ວ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ​ໃນ​ປະ­ຈຸ​

ບັນ.

 

ຖົ່ວ​ດາວ​ອິນ​ຄາ ​ມີ​ຊື່​ທາງ​ວິ­ທະ­ຍາສາດ​ວ່າ: ຊາ​ຈາ ອິນ​ຈິ(sacha inchi)  ຫຼື ບ້ານ​ເຮົາ​ເອິ້ນ​ກັນ​ວ່າ​ເຄືອ​ນ້ຳ­ມັນ​ນັ້ນເອງ ​ພືດ​ດັ່ງ

­ກ່າວ​ມີ​ມາ​ກ່ວ​າ 3.000 ປີ ຊຶ່ງມີ​ຕົ້ນ​ກຳ­ເນີດ​ຢູ່​ປະ­ເທດ​ເປ​ຣູ​ ໃນ​ທະ­ວີບອາ­ເມ­ລິ­ກາ​ໃຕ້​ ຖົ່ວ​ດາວ​ອິນ​ຄາ​ເປັນ​ພືດທີ່​ໃຫ້​ຄຸນ​ປະ

­ໂຫຍດ​ຢ່າງ​ມະ­ຫາ­ສານ, ສາມາດ​ນຳ­ໄປ​ປະ­ກອບ​ອາ­ຫານ, ຜະ­ລິດເປັນ​ຢາ​ປົວ​ພະ­ຍາດ ແລະ ເຄື່ອງ​ສຳ­ອາງ. ໃນ​ເມັດ​ຖົ່ວ​ມີ​ປະ­

ລິ­ມານ​ນ້ຳ­ມັນ​ສູງ​ເຖິງ 50%, ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ໂອ​ເມ​ກາ 3, 6 ແລະ​ໂອ​ເມ​ກາ 9; ມີ​ສານ​ຕ້ານ​ອະ­ນຸມູນ​ອິດ­ສະ­ຫຼະ ແລະ

ວິ­ຕາ­ມິນ​ຕ່າງໆ​ທີ່ເປັນ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ​ຂອງ​ຄົນ​ເຮົາ.

 

ຖົ່ວ​ດາວ​ອິນ​ຄາ​ເປັນ​ພືດ​ທີ່​ປູກ​ງ່າຍ ແລະ ມີ​ອາ­ຍຸ​ຍືນ​ຍາວ​ແຕ່ 15 ຫາ 50 ປີ, ຫຼັງ​ຈາກ​ປູກ​ໄດ້ 7 ຫາ 8 ເດືອນ ກໍ່​ສາມາດ​ເກັບ​

ຜົນ​ຜະ­ລິດ​ໄດ້​ ເດືອນ​ໜຶ່ງ​ສອງຄັ້ງ​ ແລະ​ ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ ​ສະ­ເພາະ​ຢູ່ເມືອງ​ແກ່ນ​ທ້າວ ແມ່ນ​ມີ​ຕະ­ຫຼາດ​ຮອງຮັບ​ຜົນ​ຜະ

­ລິດ​ຂອງ​ຖົ່ວ​ດາວ​ອິນ​ຄາ​ແລ້ວ.

 

ລຸງ​ສົມ​ຈິດ ຍັງ​ກ່າວ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ: ການ​ປູກ​ຖົ່ວ​ດາວ​ອິນ​ຄາ​ໃນ​ປີ​ທຳອິດ​ນີ້​ຈະ​ໃຫ້​ໄດ້ 100 ລ້ານ​ກີບ ແລະ ນີ້ເປັນ​

ພຽງ​ແຕ່​ການ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ, ໃນ​ຕໍ່ໜ້າ ລຸງ​ຍັງ​ຈະ​ຂະ­ຫຍາຍ​ເນື້ອ­ທີ່​ປູກ​ຖົ່ວຊະ­ນິດ​ດັ່ງ­ກ່າວ​ຕື່ມ​ອີກ ແລະ ຈະ​ຍຶດ​ຖື​ອາຊີບ​

ນີ້​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ຄອບ­ຄົວໄປ​ຄຽງ​ຄູ່​ກັບ​ການ ​ປູກ​ພືດ​ຊະ­ນິດ​ອື່ນໆ ແລະ ການ​ຄ້າ​ຂາຍ­ຍ່ອຍ​ໃນ​ຄອບ­ຄົວ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...