spot_img
Homeຂ່າວຕ່າງປະເທດສຸດອາໄລ! ຍອດຜູ້ເສຍຊີວິດ ຈາກເຫດນໍ້າຖ້ວມຢູ່ຈີນເພີ່ມຮອດ 300 ກວ່າລາຍ

ສຸດອາໄລ! ຍອດຜູ້ເສຍຊີວິດ ຈາກເຫດນໍ້າຖ້ວມຢູ່ຈີນເພີ່ມຮອດ 300 ກວ່າລາຍ

Published on

ແຫຼ່ງຂ່າວ BBC ລາຍງານ: ທາງການຈີນຢືນຢັນຍອດຜູ້ເສຍຊີວິດຈາກເຫດນໍ້າຖ້ວມໃນແຂວງເຫີໜານເພີ່ມຂຶ້ນເຖິງ 302 ລາຍ ຂະນະທີ່ 50 ຄົນຍັງສູນຫາຍ ພາຍຫຼັງເຫດນໍ້າຖ້ວມຮຸນແຮງເກີດຂຶ້ນຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍວັນໃນທ້າຍເດືອນຜ່ານມາ.

ປະຊາຊົນເກືອບ 13 ລ້ານຄົນໄດ້ຮັບຜົນກະທົບຈາກອຸທົກກະໄພຄັ້ງນີ້ ແລະ ບ້ານເຮືອນປະມານ 9.000 ຫຼັງໄດ້ຮັບຄວາມເສຍຫາຍ ຂະນະທີ່ມີລາຍງານຜູ້ເສຍຊີວິດ 39 ລາຍ ໃນເຫດການທີ່ນໍ້າໄຫຼເຂົ້າຖ້ວມລະບົບລົດໄຟໃຕ້ດິນໃນເມືອງເຈີງໂຈວ ແລະ ອີກ 14 ຄົນເສຍຊີວິດພາຍຫຼັງນໍ້າຖ້ວມລະບົບລົດໄຟໃຕ້ດິນສາຍທີ 5 ຂອງເມືອງ.

ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນຈິ່ງພາໃຫ້ເກີດນໍ້າຖ້ວມຮຸນແຮງໃນຫຼາຍພື້ນທີ່ຂອງແຂວງເຫີໜານ ເຊິ່ງຕັ້ງຢູ່ທາງພາກກາງຂອງຈີນ ໃນທ້າຍເດືອນກໍລະກົດຜ່ານມາ, ໃນນັ້ນ 12 ຕົວເມືອງໄດ້ຮັບຜົນກະທົບຍ້ອນເສັ້ນທາງຫຼາຍສາຍຖືກຕັດຂາດ ພ້ອມຫຼາຍຖ້ຽວບິນຖືກຍົກເລີກ, ຂະນະທີ່ທາງການຈີນໄດ້ຮີບຮ້ອນອົບພະຍົບປະຊາກອນຫຼາຍພັນຄົນໄປສູ່ພື້ນທີ່ປອດໄພ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...