ສຳ​ເລັດ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງທີ 9 ສະ​ໄໝ​ທີ IX

DSC_7601lao-2

ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ສູນ​ ກາງ​ພັກ ຄັ້ງທີ 9 ສະ​ໄໝທີ IX ​ໄດ້​ຈັດ​ຂຶ້ນແຕ່ວັນ​ທີ 17 ​ເດືອນ​ພະຈິກ ປີ 2014

​ແລະ ​ໄດ້​ສຳ​ເລັດ​ໃນ​ວັນ​ທີ 21 ຂອງ​ເດືອນ​ດຽວ​ກັນ ​ທີ່​ນະຄອນຫລວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະ ທານຂອງ ສະຫາຍ

ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປ​ະຊາ​ຊົນປະຕິວັດ​ລາວ ​ເຊິ່ງກອງ​ປະຊຸມ​ໄດ້

​ລົງ​ເລິກ​ຄົ້ນຄວ້າ, ປຶກສາ​ຫາລື, ​ໃຫ້​ທັດສະນະ ​ແລະ ທິດ​ຊີ້ນຳຫລາຍ​ບັນຫາ​ສຳຄັນດັ່ງນີ້:

ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກຂັ້ນ​​ເມືອງ​ນັ້ນ ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ໃຫ້​ທິດ​ຊີ້ນຳ ​ຄະນະ​ພັກ​ທີ່​ກ່ຽວຂ້ອງ

​ຮີບ​ຮ້ອນ​ກະກຽມ​ດ້ານ​ຕ່າງໆໃຫ້​ຄົບ​ຖ້ວນ ​ແລະ ຖອດ​ຖອນ​ບົດຮຽນ ຈາກ​ບັນດາ​ອົງຄະ​ນະ​ພັກ​ເມືອງ​ທີ່​ໄດ້​ດຳ​ເນີນ​ກອງ

​ປະຊຸມ​ໃຫຍ່​ສຳ​ເລັດ​ຜົນ​ ແລ້ວ​ ຈຳນວນ 121 ​​ເມືອງ ​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ເມືອງ​ຂອງ​ຕົນ​ ໄດ້​ຮັບ​

ຜົນສຳ​ເລັດ​ດີ​ຂຶ້ນກວ່າ​ເກົ່າ ​ແລະ ​ໃຫ້​ສຳ​ເລັດ​ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກຂັ້ນ​ເມືອງ​ທົ່ວ​ປະ​ເທດ​ ຊ້າ​ສຸດ

​ບໍ່​ໃຫ້​ກາຍ​ເດືອນ​ມັງກອນ ປີ 2015; ສຳລັບ​ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ, ນະຄອນຫລວງ ​ແລະ

ບັນດາ​ອົງການ​ອ້ອມ​ຂ້າງ​ສູນ​ກາງ ​ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ​ເພາະ​ເປັນ​ກອງ​ປະຊຸມ​ໃຫຍ່ ທີ່​ກະກຽມ​ໃຫ້​ແກ່​ການ​ດຳ​

ເນີນ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ ດັ່ງນັ້ນ ກອງ​ປະຊຸມ​ຄົບ​ຄະນະ​ຈິ່ງ​ໄດ້​ເນັ້ນໜັກ​ວ່າ: ການ​ດຳ​ເນີນ​ກອງ​ປະຊຸມ

​ໃຫຍ່​ອົງຄະ​ນະ​ພັກ​ແຂວງ, ນະຄອນຫລວງ ​ແລະ ບັນດາ​ອົງການ​ອ້ອມ​ຂ້າງ​ສູນ​ກາງນີ້  ຕ້ອງ​ສຸມ​ໃສ່​ນຳພາ​ການ​ດຳ​ເນີນ

​ຊີວິດ​ການ​ເມືອງ, ການ​ກະກຽມ​ບຸກຄະລາ​ກອນ ​ແລະ ​ເນື້ອ​ໃນ​ໃຫ້​ຖືກຕ້ອງຕາມ​ມະຕິ​ກົມການ​ເມືອງ​ສູນ​ກາງ​ພັກ​ ກ່ຽວ​

ກັບສາມສ້າງ ​ແລະ ຖືກ​ກັບ​ຈິດ​ໃຈ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ແນ​ໃສ່​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ

​ທະ​ສາດ, ສ້າງ​ບັນດາ​ອົງການ​ສູນ​ກາງ ​ເປັນ​ອົງການ​ປະຕິບັດ​ພາລະ​ບົດບາດ​ຄຸ້ມ​ຄອງ​ມະຫາ​ພາກເປັນຕົ້ນ​ຕໍ, ສ້າງ​ພັກ

​ປອດ​​ໄສ​ເຂັ້ມ​ແຂງ​ໜັກ​ແໜ້ນ, ​ເປັນ​ແບບຢ່າງ​ນຳ​ໜ້າ ​ແລະ ມີ​ຄວາມ​ສາມາດ​ນຳພາ​ໃນ​ເງື່ອນ​ໄຂ​ໃໝ່. ຕະຫລອດ​ໄລ

ຍະ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ນັ້ນ ຕ້ອງ​ດຳ​ເນີນ​ໄປ​ໂດ​ຍຕິດ​ພັນ​ກັບ​ການ​ກະກຽມ ​ແລະ ສະ​ເຫລີ​ມສະຫລອງ​ສອງ​

ວັນ​ປະຫວັດ ສາດ​ຂອງ​ພັກ ​ແລະ ຂ​ອງ​ຊາດ ​ໃນ​ປີ 2015; ການ​ເຮັດ​ທົດ​ລອງ​ວຽກ​ງານ​ສາມ​ສ້າງ ​ແລະ ການ​ສືບຕໍ່​ປັບ

ປຸງ​ລະບົບ​ການ​ເມືອງ​ຢູ່​ຂັ້ນທ້ອງ​ຖິ່ນ​ຕິດ​ພັນ​ກັບ​ວຽກ​ງານ​ ສາມ​ສ້າງ ຜ່ານ​ການ​ເຮັດ​ທົດ​ລອງ​ໃນ​ໄລຍະ 2 ປີຜ່ານມາ ​

ເຫັນ​ວ່າ​ວຽກ​ງານ​ດັ່ງກ່າວ​ໂດຍ​ລວມ​ແລ້ວ​ແມ່ນ​ເຮັດ​ຖືກ​ທິດ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ເບື້ອງຕົ້ນ​ ​ເຊິ່ງກອງ​ປະ

ຊຸມ​ຄົບ​ຄະນະ​ໄດ້​ຢືນຢັນ​ວ່າ ວຽກ​ງານ​ສາມ​ສ້າງ​ແມ່ນ​ຍຸດ​ທະ​ສາດ, ທັງ​ແມ່ນ​ມາດ​ຕະການ​ສະ​ເພາະ​ໜ້າ ​ແລະ ຍາວ​

ນານ​ຂອງ​ພັກ ​ແນ​ໃສ່​ສ້າງ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ລັດ​ປະຊາທິປະ​ໄຕປະຊາຊົນ​ ​ໂດຍ​ສ້າງ​ຄວາມ​ເຂັ້ມ​ແຂງ​ແຕ່​ຮາກ​ຖານ​

ຂຶ້ນມາ, ຊຸກຍູ້​ພາລະກິດ​ປ່ຽນ​ແປງ​ໃໝ່ ​ໂດຍ​ສະ​ເພາະ​ຂົງ​ເຂດ​ເສດຖະກິດ​ ໃຫ້​ມີ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຕາມ

​ກົນ​ໄກ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ ຂອງ​ລັດ, ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ແລະ ກຽມພື້ນ

ຖານ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ການ​ນຳ​ເອົາ​ປະ​ເທດ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ ພັດທະນາ ​ໃນ​ປີ

2020 ​ແລະ ສືບຕໍ່​ກ້າວ​ຂຶ້ນຢ່າງ​ໜັກ​ແໜ້​ນສູ່​ຈຸດໝາຍ​ສັງຄົມ​ນິຍົມ; ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ເຫັນ​ດີ​ດ້ານ​ຫລັກ

ການ ຕໍ່​ເນື້ອ​ໃນ​ຮ່າງ​ລາຍ​ງານ​ການ​ເມືອງ​ສະບັບ​ທີ 2 ກໍ​ຄື ​ຮ່າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ

ຄັ້ງທີ VIII, ຮ່າງ​ແຜນ​ຍຸດ​ທະ​ສາດ​ຮອດ​ປີ 2025 ​ແລະ ຮ່າງ​ວິ​ໄສ​ທັດ​ຮອດ​ປີ 2030 ​ໂດຍ​ມອບ​ໃຫ້​ອະນຸ​ກຳມະການ​

ເນື້ອ​ໃນ​ສືບຕໍ່​ປັບປຸງ​ເນື້ອ​ໃນ​​ໃຫ້​ຄົບ​ຖ້ວນ, ສ່ອງ​ແສງ​ໃຫ້​ເຫັນ​ສະພາວະ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ ພ້ອມ​ກັນນັ້ນ

ກໍ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ແຫ່ງ​ການ​ເຊື່ອມ​ຈອດ​ກັບ​ພາກພື້ນ ​ແລະ ສາກົນ; ສ່ວນການ​ປັບປຸງ​ລັດຖະທຳ​ມະນູນ

ສະບັບ​ປີ 2003 ​ນັ້ນ ກອງ​ປະຊຸມ​ໄດ້​ມອບ​ໝາຍ​ໃຫ້​ຄະນະ​ກຳມະການ​ລະດັບ​ຊາດ ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ

ສົບ​ທົບ​ກັບ​ທຸກ​ພາກສ່ວນ​ກ່ຽວຂ້ອງ​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ຈັດ​ສຳ​ມະ​ນາ​ວິທະຍາສາດ, ທາ​ບທາມ ​ແລະ

ລະດົມ​ຄວາມ​ຄິດ​ຄວາມ​ເຫັນ​ ຈາກ​ບັນດາ​ອົງການ​ຈັດຕັ້ງຂອງ​ພັກ, ລັດ, ​ແນວ​ລາວ​ສ້າງ​ຊາ​ດ ​ແລະ ບັນດາ​ອົງການ

​ຈັດຕັ້ງມະຫາຊົນ ພ້ອມ​ດ້ວຍ​ຕົວ​ແທນ​ທຸກ​ພາກສ່ວນ​ເສດຖະກິດ, ທຸກ​ຊັ້ນຄົນ, ທຸກ​ຊົນ​ເຜົ່າ, ທຸກ​ເພດ​ໄວ ​ເພື່ອ​ເຮັດ

​ໃຫ້​ລັດຖະທຳ​ມະນູນ​ສ່ອງ​ແສງ​ຢ່າງ​ຄົບ​ຖ້ວນ ​ເຖິງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປວງ​ຊົນລາວ​ທັງ​ຊາດ, ສອດຄ່ອງ​

ກັບ​ຈຸດ​ພິ​ເສດ, ມູນ​ເຊື້ອ, ບົດຮຽນ ​ແລະ ສະພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ.

ນອກຈາກ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ ​ການ​ເຄື່ອນ​ໄຫວ​ນຳພາ, ຊີ້ນຳ​ຂອງ​ກົມ​ການ​ເມືອງ​ ​

ແລະ ຄະນະ​ເລຂາທິການສູນ​ກາງ​ພັກ​ໃນ​ໄລຍະ 6 ​ເດືອນ​ຜ່ານ​ມາ ​ແລະ ​ໄດ້​ມອບ​ໃຫ້ກົມ​ການ​ເມືອງ​ ​ແລະ ​ຄະນະ

ເລຂາທິການສູນ​ກາງ​ພັກ​ ຊີ້ນຳ​ວຽກ​ງານ​ຈຸດ​ສຸມ​ຈຳນວນ​ໜຶ່ງ ​ໃນ 6 ​ເດືອນ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ແມ່ນ​ສຸມ​ໃສ່​ຊີ້ນຳ

​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ, ນຳພາ​ແນວ​ຄິດ ​ໃຫ້​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ, ທະຫານ, ຕຳ

ຫລວດ ​ແລະ ປະຊາຊົນ​ທຸກ​ເຜົ່າ, ທຸກ​ຊັ້ນຄົນ ​ໃຫ້​ມີ​ຄວາມ​ຮັບ​ຮູ້, ​ເຂົ້າ​ໃຈ​ແນວທາງ​ປ່ຽນ​​ແປງ​ໃໝ່​ຂອງ​ພັກ ​ແລະ

ສະພາບ​ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ແຕ່ລະ​ໄລຍະ​ຢ່າງ​ຖືກຕ້ອງ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ,

ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ​ໃຫ​້ຫລຸ​ດໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ, ພ້ອມ​ກັນ

ນັ້ນກໍ​ຊີ້ນຳ​ການ​ກະກຽມ​ດ້ານ​ຕ່າງໆ​ໃຫ້​ແກ່​ການ​ດຳ​ເນີນ​ກອງ​ປະຊຸມ​ ໃຫຍ່​ອົງຄະ​ນະ​ພັກ​ແຕ່ລະ​ຂັ້ນ ຕິດ​ພັນ​ກັບ

​ການ​ກະກຽມ ​ແລະ ສະ​ເຫລີ​ມສະຫລອງ​ສອງ​ວັນ​ປະ​ຫວັດສາດ, ຊີ້ນຳ​ເສດຖະກິດ​ມະຫາ​ພາກ​ໃຫ້​ມີ​ຄວາມໝັ້ນ​ທ່ຽງ

​ແລະ ຊີ້ນຳ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ, ຊີ້ນຳ​ການ​ພົວພັນ ​ແລະ ​ເຄື່ອນ​ໄຫວ​ຕ່າງປະ​ເທດ​

ຂອງ​ພັກ ​ແລະ ລັດ ​ເປັນຕົ້ນ​ ການ​ກຽມພ້ອມ ​ເພື່ອ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ການ​ເຊື່ອມ

​ໂຍງ​ສາກົນ, ອີກ​ດ້ານ​ໜຶ່ງ​ທີ່​ສຳຄັນ​ແມ່ນ​ໃຫ້​ສຸມ​ໃສ່​ຊີ້ນຳ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ ​ໃຫ້​ດຳ

​ເນີນ​ໄປ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ