spot_img
Homeຂ່າວເຫດການ ຄວນມີມາດຕະການຕໍ່ລົດຈຳໂບ້ - ຕຸກໆ ສວຍໂອກາດສໍ້ໂກງລາຄາໂດຍສານ!

ຄວນມີມາດຕະການຕໍ່ລົດຈຳໂບ້ – ຕຸກໆ ສວຍໂອກາດສໍ້ໂກງລາຄາໂດຍສານ!

Published on

djle1ear

 

ຂະນະທີ່ອົງການກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ໄດ້ຖືສຳຄັນໃນການຄຸ້ມຄອງການແລ່ນໂດຍສານຕຸກໆ-ຈຳໂບ້

ລວມໄປເຖິງລົດສອງແຖວທີ່ແລ່ນຕາມ ເສັ້ນທາງສາຍສຳຄັນຕ່າງໆ, ນັບທັງສະຖານີລົດໂດຍສານສາຍເໜືອ ແລະ

ໃຕ້ ໃຫ້ເຂົ້າສູ່ລະບຽບຫລັກການ, ເພື່ອກຽມຮອງຮັບການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015, ແຕ່ກໍ

ຍັງມີບາງປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນການ​ບໍລິການ​ໂດຍສານດັ່ງກ່າວ ​ໂດຍ​ສະ​ເພາະແມ່ນປາກົດ​ການສໍ້ໂກງ

ລາຄາໂດຍສານທີ່ມາຈາກຕ່າງແຂວງ, ເຂດຫ່າງໄກສອກຫລີກ, ລວມໄປເຖິງນັກທ່ອງທ່ຽວຊາວຕ່າງປະເທດ, ທີ່ເຂົ້າ

ມາທ່ຽວນະຄອນຫລວງ ​ໂດຍ​ອາໄສ​ການບໍ່ຮູ້ພາສາລາວ​ ເພື່ອ​ໂກງ​ລາຄາ​ຄ່າ​ໂດຍສານຈຶ່ງເກີດມີຫາງສຽງຈາກສັງຄົມ

ຕາມມາຢ່າງແຜ່ຫລາຍ.

 

ສະພາບການດັ່ງກ່າວນັ້ນ ໄດ້ເກີດມີມາເປັນເວລາດົນນານແລ້ວ, ແຕ່ພາກສ່ວນກ່ຽວຂ້ອງ​ເມີນ​ເສີຍ ​ແລະ ຖືເບົາຕໍ່

ບັນຫາ. ຊຶ່ງຕາມທຳມະດາແລ້ວ ລົດຕຸກໆ-ຈຳໂບ້, ສອງແຖວທີ່ແລ່ນຮັບ-ສົ່ງໂດຍສານຕາມສາຍທາງຕ່າງໆໄດ້ຕິດ

ລາຄາຄ່າໂດຍສານຈາກຄີວຈອດລົດແຕ່ລະຈຸດໄປຫາປາຍທາງແຕ່ລະບ່ອນ ຈະມີລາຄາແຕກຕ່າງກັນທີ່ຄະນະກຳ

ມະການໄດ້ກຳນົດໄວ້, ແຕ່ກົງກັນຂ້າມ ເຈົ້າຂອງຜູ້ປະກອບການ ບໍ່ໄດ້ຖືສຳຄັນມີແຕ່ໃຊ້ປາກເວົ້າຕາມໃຈມັກຂອງ

ເຂົາເຈົ້າ ເຊັ່ນວ່າ: ຄ່າໂດຍສານຈາກທາງ 13 ໃຕ້ ເຂົ້າມາຕົວເມືອງຍາມເວລາຄ່ຳຄືນມີ​ລາຄາແພງເກີນຂອບເຂດ

ບາງຄັ້ງ ມີ​ລາຄາ​ສູງ​ເປັນ​ແສນກີບ/ຄົນ, ຖ້າ​ແມ່ນນັກ ທ່ອງ ທ່ຽວຕ່າງປະເທດພວກເຂົາຈະເອົາເປັນເງິນຕາ​ແຕ່ 10

-20 ໂດລາສະຫະລັດ/ຄົນ ແລະ ໄປ ຍັງຈຸດອື່ນໆກໍມີລາຄາສູງຂຶ້ນ ເຊັ່ນ ດຽວກັນ, ເຖິງແມ່ນຄົນໂດຍສານຈະມີການ

ຕໍ່ລອງແຕ່ກໍບໍ່ມີ ຜົນປະໂຫຍດມີແຕ່ສ້າງຄວາມ ເຂົ້າໃຈຜິດໃຫ້ແກ່ກັນໃນ ທີ່ສຸດກໍ ເກີດມີຫາງສຽງຈາກສັງຄົມ,

ກໍໃຫ້ເກີດມີພາບພົດບໍ່ດີຕໍ່​ບ້ານ​ເມືອງເຮົາ. ດັ່ງນັ້ນຈຶ່ງຮຽກ ຮ້ອງມາຍັງພາກສ່ວນກ່ຽວ​ຂ້ອງ ກວດ ກາຄືນເຖິງການ

ກະທຳຂອງພວກສວຍໂອກາດອັນໄດ້ ສ້າງສິ່ງກີດຂວາງການທ່ອງ ທ່ຽວສ້າງຄວາມເຊື່ອມສັດທາຕໍ່ພາບ​ພົດ ​ແລະ

ຊື່​ສຽງ​ຂອງປະເທດເຮົາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...