spot_img
Homeຄວາມງາມບັນຫາຜົມ​ລົ່ນ ແກ້ໄຂໄດ້

ບັນຫາຜົມ​ລົ່ນ ແກ້ໄຂໄດ້

Published on

index55

ຜົມ ລົ່ນເປັນ​ບັນຫາ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ທີ່​ເຮັດໃຫ້​ຄົນ​ເກືອບ 100% ຕ້ອງ​ວິ​ຕົກ​ກັງ​ວົນ​ກັບ​ບັນ​ຫາ​ນີ້ ບາງ​ຄົນ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຫລາຍ​ໃນ​ການ​ຊື້​ຜະລິດຕະພັນ ​ຫລື ​ຢາ​ມາ​ໃຊ້​ເພື່ອ​ແກ້ບັນຫາ​ ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ວິທີ​ແກ້​ບັນຫາ​ຜົມ​ລົ່ນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ເລີຍ ​ຫລື ​ຖ້າເສຍ​ກໍ່​ບໍ່​ເສຍຫລາຍ ລອງ​ເຮັດ​ຕາມ​ວິທີ​ນີ້​ເບິ່ງ…

 index

  1. ເກືອ​ແກ້​ບັນຫາຜົມ​ລົ່ນ

ຫາກ​ຜົມ​ລົ່ນ​ຜິດ​ປົກກະຕິ​ໃນ​ຂະນະ​ທີ່​ຫວີ​ຜົມ ຫລື ​ເວລາເອົາ​ມື​ລູບ​ຜົມ​ກໍ​ລົ່ນ​ຕິດ​ມື​ມາໃຫ້​ເອົາ​ເກືອ​ປະສົມ​ນ້ຳ​ອຸ່ນ​ໃສ່​ໃຫ້​ທົ່ວ​ຫົວ ນວດ​ໃຫ້​ຮູ້ສຶກ​ຫົວ​ຮ້ອນ​ແລ້ວ​ຈິ່ງລ້າງ​ອອກ  ກ່ອນ​ໃສ່​ຄວນ​ສະ​ຜົມ​ເສຍ​ກ່ອນເດີ ຈະ​ເຫັນ​ໄດ້​ວ່າ​ພຽງແຕ່​ເກືອ​​ທີ່​ມີ​ຢູ່​ກັນ​ທຸກ​ຄົວ​ເຮືອນ ສາມາດ​ແກ້​ບັນຫາ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ ແລະ ​ຍັງ​ປະ​ຫຍັດ​ຄ່າ​ໃຊ້​ຈ່າຍ​ອີກ​ດ້ວຍ


73BB22C16FD3E03E241A4C0E9CB2[7]
2. 
ຂິງແກ້ບັນຫາຜົມລົ່ນ​

     ຂິງ ຖື​ເປັນ​ສະ​ໝຸນ​ໄພ​ຊະນິດ​ໜຶ່ງ ທີ່​ມີ​ສາລະພັດ​ປະໂຫຍດ ແລະ​ ໜຶ່ງ​ໃນ​ປະໂຫຍດ​ຂອງ​ຂິງ ຄື ສາມາດ​ແກ້​ຜົມ​ລົ່ນ​ໄດ້ ວິທີ​ການ ຄື ນຳ​ເຫງົ້າ​ຂິງ​ຂະໜາດ​ໃຫຍ່​ມາ​ຂາງ​ໄຟ​ໃຫ້​ອຸ່ນ​ຈັດ ແລ້ວ​ນຳ​ໄປ​ບົດ​ໃຫ້​ລະອຽດ ຈາກ​ນັ້ນ​ກໍ​ນຳ​ມາ​ທາ​ໃຫ້​ທົ່ວ​ໜັງ​ຫົວ ນ້ຳ​ມັນ​ໃນ​ຂິງ​ຈະ​ຊ່ວຍ​ກະຕຸ້ນ​ການ​ງອກ​ຂອງ​ເສັ້ນ​ຜົມ ເຮັດໃຫ້​ຜົມ​ທີ່​ຂຶ້ນ​ມາ​ໃໝ່​ມີ​ຄວາມ​ແຂງ​ແຮງ​ນຳ ຮູ້​ແບບນີ້​ແລ້ວ ໃຜ​ທີ່​ຢາກ​ແກ້​ບັນຫາຜົມລົ່ນ​ກໍ່​ລອງ​ນຳ​ວິທີ​ທີ່​ແນະ​ນຳ​ໄປ​ປະຕິບັດ​ກັນ​ໄດ້.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...