ສະພາບອາກາດ ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2012.

0
940

ໃນໄລຍະຕົ້ນອາທິດວັນທີ 29 ສິງຫາ ຫາ 01 ກັນຍາ 2022 ບໍລິເວນຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກ ຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດ ໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ.

ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ວັນ ທີ່ 02 ຫາ 04 ກັນຍາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຍັງຈະ ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກຫນັກ ຢູ່ບາງທ້ອງຖິ່ນແຂວງ ພາກເຫນືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້.