Homeຂ່າວການຊ່ວຍເຫຼືອຮອງນາຍົກ ຕິດຕາມ ກວດ​ກາ ຜົນ​ເສຍ​ຫາຍ​ຈາກນ້ຳຖ້ວມຢູ່ແຂວງອຸດົມໄຊ

ຮອງນາຍົກ ຕິດຕາມ ກວດ​ກາ ຜົນ​ເສຍ​ຫາຍ​ຈາກນ້ຳຖ້ວມຢູ່ແຂວງອຸດົມໄຊ

Published on

ອີງຕາມຂ່າວ Lao National Radio ໃຫ້ຮູ້ວ່າ: ໃນວັນທີ 29 ສິງຫາ ຜ່ານມາ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ ເດີນ ທາງມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໂດຍ​ມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງໃຫ້​ການ​ຕ້ອນ​ຮັບ.

ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາ 2022 ​ພາ​ຍຸ​ລະ​ດູ​ຮ້ອນ​ມາ​ອອກ (MA ON) ໄດ້​ພັດ​ເຂົ້າ​ແຂວງ​ອຸ​ດົມ​ໄຊ ເຮັດ​ໃຫ້​ເກີດ​ມີ​ຝົນ​ຕົກ​ໜັກ ຕິດ​ຕໍ່​ກັນຫຼາຍ​ຊົ່ວ​ໂມງ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ໄຫຼ​ຊຸ​ແຮງ ໄດ້​ສ້າງຜົນເສຍຫາຍໃຫ້ແກ່ 4 ເມືອງຄື: ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫຼາ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນທີ່ອາໄສຢູ່ລຽບຕາມແຄມນໍ້າກໍ (ເມືອງໄຊ), ນໍ້າພາກ (ເມືອງຫຼາ), ນໍ້າແຊ (ເມືອງນາໝໍ້), ນໍ້າຫ້ວຍຊານ (ເມືອງງາ) ແລະ ບັນດາຫ້ວຍ​ຮ່ອງຕ່າງໆ ອັນເປັນສາເຫດນໍາຄວາມເສຍຫາຍຫຼາຍດ້ານເຊັ່ນ: ພື້ນຖານໂຄງລ່າງ, ຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ເສັ້ນທາງຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ນໍ້າລິນ, ໂຮງຮຽນ, ໂຮງໝໍ, ການສື່ສານ ແລະ ອື່ນໆ ແມ່ນບໍ່ສາມາດນໍາໃຊ້ໄດ້. ຜົນກະທົບດັ່ງກ່າວສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນເປັນຕົ້ນເຂົ້າກິນ, ນໍ້າດື່ມ-ນໍ້າໃຊ້, ຢາປົວພະຍາດ, ທີ່ພັກອາໄສຊົ່ວຄາວ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

ໃນນັ້ນ ມີບ້ານທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ 25 ບ້ານ, ມີ 469 ຫຼັງຄາເຮືອນ, ມີພົນລະເມືອງ 2.324 ຄົນ, ຍິງ 900 ຄົນ, ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບ 3 ຄົນ, ມີເຮືອນຖືກຜົນກະທົບ ຈໍານວນ 66 ຫຼັງ ໃນນັ້ນເຮືອນຖືກນໍ້າພັດ​ຊຸໄຫຼ ຈໍານວນ 58 ຫຼັງ, ດິນເສາະເຈື່ອນ 2 ຫຼັງ ແລະ ເລົ້າເຂົ້າ 23 ຫຼັງ, ນອກ​ຈາກ​ນີ້ ຍັງມີເສົາໄຟຟ້າ ເສຍຫາຍ ຈໍານວນ 301 ຕົ້ນ, ເສົາໄຟຟ້າ 8 ແມັດເສຍຫາຍ 6 ຕົ້ນ, ຄອນສາຍ ເສຍຫາຍ 231 ຄອນ, ດອກກັນໄຟເສຍຫາຍ 327 ດອກ ແລະ ສາຍໄຟຟ້າເສຍຫາຍ 24.900 ແມັດ, ນໍ້າຖ້ວມອັ່ງຖະໜົນຫົນທາງມີຫຼາຍຈຸດ, ເສັ້ນທາງເລກທີ 2E ເມືອງໄຊ ຫາ ເມືອງຫຼາ ລະຫວ່າງກິໂລແມັດ 15-24 ຖຶກຕັດຂາດ 4 ຈຸດ, ຂົວຖືກຕັດຂາດ 4 ແຫ່ງ, ເປເພ່ 3 ແຫ່ງ, ດິນເຈື່ອນຖົມທາງ 15 ຈຸດ ແລະ ເສັ້ນທາງຊົນນະບົດໄດ້ເປ່ເພ ແລະ ຂົວຖືກຕັດຂາດ 11 ແຫ່ງ, ເຄື່ອງວັດແທກລະດັບນໍ້າແບບອັດ​ຕະ​ໂນ​ມັດຈຸດວັດແທກຂົວນໍ້າກໍ ບ້ານກໍນ້ອຍເມືອງໄຊ ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ ມູນຄ່າ 65 ລ້ານກີບ, ຫຼາວັດແທກລະດັບນໍ້າກໍ ຈຸດວັດແທກບ້ານໂຮມໄຊ, ຈຸດວັດແທກຂົວນໍ້າກໍ 2 ບ້ານເຈງ, ຈຸດວັດແທກບ້ານຫ້ວຍຂຸມ ໄດ້ຮັບຜົນກະທົບ ແລະ ເສຍຫາຍ ລວມມູນຄ່າທັງໝົດ ຈໍານວນ 79 ລ້ານກີບ, ໂຮງຮຽນປະຖົມຖືກຜົນກະທົບ (ນໍ້າຖ້ວມ) ມີຈໍານວນ 5 ແຫ່ງ, ລະບົບນໍ້າລິນເປ່ເພ ທັງໝົດ ຈໍານວນ 7 ຈຸດ, ເນື້ອທີ່ທໍາການຜະລິດເສຍຫາຍທັງໝົດ 35 ເຮັກຕາ ໃນນັ້ນເນື້ອທີ່ນາ ເສຍຫາຍ ຈໍານວນ 20 ເຮັກຕາ, ເຂົ້າເນີນສູງ 8 ເຮັກຕາ ແລະ ເນື້ອທີ່ສວນ 7 ເຮັກຕາ.

ສໍາລັບມູນຄ່າເສຍຫາຍຢູ່ເມືອງນາໝໍ້ໃນເບື້ອງຕົ້ນ ມີຈໍານວນ 6,2 ຕື້ກວ່າກີບ, ສ່ວນເມືອງອື່ນໆແມ່ນຍັງບໍ່ທັນໄດ້ປະເມີນມູນຄ່າເສຍຫາຍ. ປັດຈຸບັນຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນຍັງສືບຕໍ່ເກັບກໍາຂໍ້ມູນຜົນເສຍຫາຍຕື່ມອີກ.

ໃນການມາ ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊຄັ້ງນີ້  ທ່ານ ຮອງນາຍົກລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນຊາວແຂວງອຸດົມໄຊ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍຕໍ່ອົງການປົກຄອງທຸກຂັ້ນທີ່ໄດ້ສຸມທຸກກຳລັງໃຫ້ການຊ່ວຍເຫຼືອບັນດາຄອບຄົວທີ່ໄດ້ເສຍຫາຍ.ທ່ານ ພ້ອມຄະນະ ຍັງໄດ້ລົງກວດກາເບິ່ງ ສະພາບພື້ນທີ່ເກີດໄພພິບັດ ຢູ່ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ ເມືອງຫຼາ ຕື່ມອີກ.

ຂ່າວ-ພາບ: Lao National Radio

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...