spot_img
Homeຂ່າວພາຍ​ໃນລັດຖະບານ​ໄດ້​ຊີ້​ນຳ​​​ແກ້​ໄຂ​ບັນຫາ​​ດ້ານ​ເສດຖະກິດໃນ ສປປ ລາວ

ລັດຖະບານ​ໄດ້​ຊີ້​ນຳ​​​ແກ້​ໄຂ​ບັນຫາ​​ດ້ານ​ເສດຖະກິດໃນ ສປປ ລາວ

Published on

ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການ​​ແກ້​ໄຂ​ບັນຫາ​​ດ້ານ​ເສດຖະກິດ​ມະຫາ​ພາກ, ການຮົ່ວໄຫຼຂອງລາຍຮັບງົບປະມານ, ການຈັດສັນທຶນໂຄງການ, ​ແກ້​ໄຂ​ໜີ້​ສິນ, ທາງລົດໄຟ, ​ແກ້​ໄຂ​ໄພ​ທຳ​ມະ​ຊາດ ແລະ ອື່ນໆ.

ຄຳ​ສັ່ງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນສິງຫາ 2022 ​ຂອງ​ລັດ​ຖະ​ບານ​ເປັນ​ເວ​ລາ 2 ວັນ.

ວັນທີ 25 ສິງຫາ 2022, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ, ກອງປະຊຸມ ໄດ້ແຈ້ງໃຫ້ບັນດາຫົວໜ່ວຍຮັບຜິດຊອບ ຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍໃນຂອບເຂດທົ່ວປະເທດ ແລະ ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນເງິນຕາໃຫ້ດີຂຶ້ນ.

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ວ່າ: ຂະແໜງການທີ່ຮັບຜິດຊອບຕ້ອງໃຫ້ຄວາມສຳຄັນຫຼາຍກວ່າເກົ່າໃນການຄຸ້ມຄອງລາຄາສິນຄ້າທີ່ວາງຂາຍຢູ່ຕາມຕະຫຼາດ ແລະ ແກ້ໄຂໜີ້ສິນສາທາລະນະຂອງປະເທດຊາດດ້ວຍຫຼາຍຮູບການ, ໂດຍສະເພາະໜີ້ສິນຂອງລັດວິສາຫະກິດ.

ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ

2) ສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງລັດຖະບານ ໃຫ້ປະສົບຜົນສໍາເລັດ ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022

3) ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໂດຍສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້

4) ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ບໍ່ລັ່ງເລການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ

5) ສືບຕໍ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ເປັນບູລິມະສິດ.

6) ສືບຕໍ່ແກ້ໄຂໜີ້ສິນສາທາລະນະດ້ວຍຫຼາຍຮູບແບບ ໂດຍສະເພາະ ບັນຫາໜີ້ສິນຂອງລັດວິສາຫະກິດ, ຫຼຸດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.

7) ສືບຕໍ່ປະຕິຮູບລັດວິສາຫະກິດ ສ້າງກົນໄກການພິຈາລະນາການລົງທຶນຂອງພາກເອກະຊົນຫຼາຍຂຶ້ນ, ຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ.

9) ໃຫ້ຮີບຮ້ອນປັບປຸງຂອດການບໍລິການທາງລົດໄຟໃຫ້ດີຂຶ້ນ ໂດຍສະເພາະ ການຂາຍປີ້ລົດໄຟ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ມີເຂດການບໍລິການປິ່ນອ້ອມສະຖານີ ແລະ ອື່ນໆ.

10) ສືບຕໍ່ແກ້ໄຂຜົນກະທົບຈາກໄພພິບັດຝົນຕົກໜັກ ຢູ່ບາງແຂວງ ໃຫ້ກັບມາສູ່ປົກກະຕິໂດຍໄວ.

11) ສືບຕໍ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

12) ກະກຽມຮອບດ້ານໃຫ້ແກ່ການເປີດສົກຮຽນໃໝ່ ສຳລັບການສຶກສາທຸກຊັ້ນ, ທຸກສາຍ ໃຫ້ມີຄວາມພ້ອມ ແລະ ບໍ່ໃຫ້ມີປະກົດການຫຍໍ້ທໍ້.

14) ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

ເພື່ອໃຫ້ທິດທາງແຜນວຽກຈຸດສຸມ ເດືອນກັນຍາ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ແລະ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.

ແຫຼ່ງຂ່າວຈາກ Lao National Radio

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...