ລົດຕຳກັນກ່ວາ 70 ຄັນພາບດຽວໃນຈີນ ຕາຍ 2 ບາດເຈັບຫລາຍສິບຄົນ!

557000013861801

 

ເກີດອຸບັດເຫດລົດຕຳກັນຫລາຍສິບຄັນພາບດຽວໃນຈີນ ມື້ວານນີ້ (20 ພະຈິກ) ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງ

ໜ້ອຍ 2 ຄົນ ແລະ ບາດເຈັບອີກກ່ວາ 20 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລົດເກັງ, ລົດກະບະ ແລະ ລົດບັນທຸກຫລາຍກ່ວາ 70 ຄັນ ຕຳກັນພາບ

ດຽວໃນອຸບັດເຫດທີ່ເກີດຂຶ້ນເວລາ 8:00 ໂມງ ຕາມເວລາໃນທ້ອງຖິ່ນ ເທິງທາງດ່ວນເຫີເຝີຍ – ຫວຍໜານ – ຟູ່ຢາງ

ຜ່ານແຂວງອານຮຸຍ ຂອງປະເທດຈີນ.

 

ແຫລ່ງຂ່າວລາຍງານວ່າ ຕົ້ນຕໍຂອງອຸບັດເຫດດັ່ງກ່າວນີ້ ແມ່ນອາດມາຈາກທັດສະນະວິໄສໃນການເບິ່ງເຫັນຂ້ອນຂ້າງ

ຕ່ຳ ເຮັດໃຫ້ຜູ້ຂັບຂີ່ເບິ່ງເຫັນໄກສຸດບໍ່ເກີນ 30 ແມັດ ເຊິ່ງພໍລົດຄັນຂ້າງໜ້າມີການຕຳກັນເກີດຂຶ້ນ ກໍເຮັດໃຫ້ຄັນທີ່ນຳ

ກົ້ນກັນມາເບຣກບໍ່ທັນ.

 

ເຫດການດັ່ງກ່າວນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ໂດຍມີຜູ້ໄດ້ຮັບບາດເຈັບອີກຫລາຍກ່ວາ 20 ຄົນ ແລະ

ໃນນັ້ນກໍມີຢູ່ປະມານ 12 ຄົນຖືກຕຳຕົວສົ່ງໂຮງໝໍ.

 

557000013861802