spot_img
Homeຂ່າວພາຍ​ໃນເມືອງປາກງື່ມແກ້ໄຂຄະດີຢາເສບຕິດໄດ້ 167 ເລື່ອງ

ເມືອງປາກງື່ມແກ້ໄຂຄະດີຢາເສບຕິດໄດ້ 167 ເລື່ອງ

Published on

ພັທ ສິງຄໍາ ລໍວັນໄຊ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງປາກງຶ່ມ ນະຄອນຫຼວງວຽງຈັນ, ໄດ້ໃຫ້ສໍາພາດວ່າ: ໃນໄລຍະ 3 ປີຜ່ານມາ, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຄະນະພັກ-ຄະນະນໍາ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງປາກງຶ່ມ ໄດ້ປະຕິບັດຕາມ 6 ວຽກງານຈຸດສຸມ ໃນການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ ໃນການແກ້ໄຂປະກົດການຫຍໍ້ທໍ້ທົ່ວສັງຄົມ

อาจเป็นรูปภาพของ 1 คน

ໃນນີ້ສຸມໃສ່ວຽກງານຈຸດສຸມການລົງໂຄສະນາລະ ບຽບກົດໝາຍ ແລະ ຜົນຮ້າຍຂອງບັນຫາຢາເສບຕິດຢູ່ໂຮງ ຮຽນ, ໂຮງຈັກ-ໂຮງງານ, ຈຸດຊຸມຊົນຢູ່ໃນ 53 ບ້ານ ຂອງເມືອງປາກງື່ມ, ໄດ້ 135 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 19,427 ຄົນ ແລະ ພ້ອມນີ້ ໄດ້ກໍານົດພື້ນທີ່ໆມີຄວາມສ່ຽງ ໄດ້ 21 ຈຸດ, ກໍານົດເປົ້າໝາຍລາຍໃຫຍ່ ໄດ້ 61 ຄົນ, ລາຍກາງ 150 ຄົນ ແລະ ລາຍຍ່ອຍ 250 ຄົນ ແລະ ເປົ້າໝາຍເສບ 569 ຄົນ, ຍິງ 38 ຄົນ, ໃນນີ້ໄດ້ສຶກສາອົບຮົມແລ້ວ 442 ຄົນ. ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ປີ 2021- 2023 ສາມາດຍາດໄດ້ຜົນງານຜົນສໍາເລັດຄື: ແກ້ໄຂເປົ້າໝາຍຢາເສບຕິດໄດ້ 167 ເລື່ອງ, ກັກຕົວຜູ້ຖຶກຫາໄດ້ 296 ຄົນ, ຍິງ 26 ຄົນ, ຍຶດຢາເສບ ຕິດປະເພດຕ່າງໆໄດ້ຄື: ຢ່າບ້າ 4 ແສນກວ່າເມັດ, ຢາໄອ້ 4 ກຣາມ, ລົດໃຫຍ່ 12 ຄັນ, ລົດຈັກ 35 ຄັນ, ຄໍາຮູບປະພັນ 3 ບາດ ແລະ ອື່ນໆ.

ຂ່າວ: ສະຫຍາມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...