Homeຂ່າວພາຍ​ໃນມຊ ເຊັນສັນຍາຂາຍດິນ ເຂດໂຮງຮຽນ ອະນຸບານສາທິດ ໃຫ້ນາຍທຶນຈີນ ບໍ່ມີມູນຄວາມຈິງ

ມຊ ເຊັນສັນຍາຂາຍດິນ ເຂດໂຮງຮຽນ ອະນຸບານສາທິດ ໃຫ້ນາຍທຶນຈີນ ບໍ່ມີມູນຄວາມຈິງ

Published on

ຈາກກໍລະນີທີ່ມີເຟສບຸກ ຂອງຜູ້ບໍ່ຫວັງດີ ໄດ້ໂພສໃນວັນທີ 26 ເມສາ 2024 ຜ່ານມາ, ພ້ອມດ້ວຍຂໍ້ຄວາມປະກອບພາບວ່າ: ປົດທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລ້ວແຕ່ງຕັ້ງ ທ່ານ ເດຊານຸລາດ ແສນດວງເດດ ຮັກສາການແທນ ຍ້ອນຜູ້ກຽວເຊັນຂາຍດິນ ແຖວໂຮງຮຽນອະນຸບານ ສາທິດ ຫາອາຄານຮຽນຕຶກ C ແລະ ຕຶກ E ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ນາຍທຶນຈີນ. ປັດຈຸບັນ, ກຳລັງສ້າງກຳແພງອ້ອມເອົາທັງທີ່ນັກສຶກສາຍັງຮຽນຢູ່ 2 ອາຄານດັ່ງກ່າວ. ທາງມະຫາວີທະຍາໄລແຫ່ງຊາດ ໄດ້ຢືນຢັນວ່າ: ຂໍ້ຄວາມດັ່ງກ່າວ ແມ່ນບໍ່ມີມູນຄວາມຈິງແຕ່ປະການໃດ.

ຫຼ້າສຸດໃນວັນທີ 30 ເມສາ 2024 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ອອກແຈ້ງການມາຍັງພະນັກງານ, ຄູ-ອາຈານ, ພະນັກງານອາວຸໂສບຳນານ ແລະ ປະຊາຊົນ ໃນຂອບເຂດທົ່ວປະເທດ ຮັບຮູ້ຄວາມເປັນຈິງກ່ຽວກັບເນື້ອໃນລົງຂ່າວໃນສື່ສັງຄົມອອນລາຍ(ເຟສບຸກ) ທີ່ວ່າ: “ອະທິການບໍດີ ມຊ ເຊັນຂາຍດິນແຖວໂຮງຮຽນອະນຸບານສາທິດຫາອາຄານຮຽນ ຕຶກ C ແລະ ຕຶກ E ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ນາຍທຶນຈີນ” ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ. ໃນຄວາມເປັນຈິງ ແມ່ນເປັນໂຄງການ ພັດທະນາໂຮງຮຽນອະນຸບານສາທິດ ຄະນະສຶກສາສາດ ມຊ ໃຫ້ນັບມື້ນັບມີຄຸນນະພາບຂຶ້ນເທື່ອລະກ້າວ ໂດຍເລີ່ມຈາກການສ້າງບົດວິພາກ ສຶກສາຄວາມເປັນໄປໄດ້ ຂອງຄະນະສຶກສາສາດ ມຊ ແລ້ວຈຶ່ງໄດ້ນຳສະເໜີຕໍ່ຄະນະນໍາ ມຊ. ຜ່ານການພິຈາລະນາ ແລະ ເຫັນດີເປັນເອກະພາບຈາກຄະນະນໍາ ມຊ ແລ້ວຈຶ່ງໄດ້ສະເໜີຂໍຄຳເຫັນນຳທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລ້ວຈຶ່ງຕົກລົງໃຫ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ຕໍ່ກັບຂໍ້ຄວາມທີ່ວ່າ: ປົດຕຳແໜ່ງອະທິການບໍດີ ມຊ ແລ້ວແຕ່ງຕັ້ງ ທ່ານ ເດຊານຸລາດ ແສນດວງເດດ ຮັກສາການແທນ ກໍບໍ່ມີມູນເປັນຈິງ, ໃນຄວາມເປັນຈິງແລ້ວ ທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ອອກພັກການ-ຮັບອຸດໜູນບຳນານ ໂດຍປະຕິບັດຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ສະບັບເລກທີ 122/ນຍ, ລົງວັນທີ 29 ມັງກອນ 2024 ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ, ສະ ບັບເລກທີ 38/ຄລສພ, ລົງວັນທີ 5 ກຸມພາ 2024 ເຊິ່ງເປັນໄປຕາມລະບຽບການ ແລະ ນະໂຍບາຍຕໍ່ການຮັບອຸດໜູນບຳນານຂອງພັກ-ລັດ.
ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...