spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນຊ່ວຍເຫຼືອລ້າ ບູລະນະເສັ້ນທາງເປ່ເພ

ລັດຖະບານຍີ່ປຸ່ນຊ່ວຍເຫຼືອລ້າ ບູລະນະເສັ້ນທາງເປ່ເພ

Published on

ໃນວັນທີ 26 ເມສາ 2024 ຜ່ານມາ, ທີ່ກະຊວງການຕ່າງປະເທດ ຈັດພິທີລົງນາມເອກະສານແລກປ່ຽນຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະຫນອງອຸປະກອນ ແລະ ລົດກົນຈັກຕ່າງໆສໍາລັບບູລະນະ ແລະ ສ້ອມແປງຖະຫນົນຫົນທາງ ແລະ ຂົວທີ່ເປ່ເພຢູ່ ສປປ ລາວ ມູນຄ່າ 1.500 ລ້ານເຢນ.

ຕາງຫນ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງຫນ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄຍະຢະຊິ ເຄນອິຈິ ( Mr. KOBAYASHI Kenichi ) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຕາງຫນ້າຈາກກະຊວງ ແລະ ຂະແຫນງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອຄັ້ງນີ້ເປັນການຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການໃນການປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບເສັ້ນທາງ ພາຍໃນ ສປປ ລາວ ທີ່ເປ່ເພເນື່ອງຈາກໄພພິບັດທໍາມະຊາດ ໂດຍສະເພາະແມ່ນເສັ້ນທາງເລກທີ 13 ເຫນືອ, 11 ເຫນືອ, R2 ແລະ ອື່ນໆ ທີ່ມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ການເຊື່ອມໂຍງ–ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນວ່າການພັດທະນາພື້ນຖານໂຄງລ່າງ ແມ່ນຫນຶ່ງໃນປັດໄຈພື້ນຖານສໍາຄັນສໍາລັບການພັດທະນາເສດຖະກິດ – ສັງຄົມ ຂອງບັນດາປະເທດໃນທົ່ວໂລກລວມທັງ ສປປ ລາວ ເຊິ່ງລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນສູງຕໍ່ການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງ ເພື່ອຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທີ່ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ພ້ອມນີ້, ໂຄງການດັ່ງກ່າວຍັງປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ໃຫ້ສາມາດຮອງຮັບການໄປ – ມາຫາສູ່ ການບໍລິການຂົນສົ່ງສິນຄ້າ ແລະ ການບໍລິການທ່ອງທ່ຽວກັບປະເທດເພື່ອນບ້ານໃກ້ຄຽງ ກໍຄືໃນພາກພື້ນ ແລະ ຈະປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາດ້ານເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນປະຊາຊົນ ໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ແຫຼ່ງຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...