spot_img
Homeຂ່າວຕ່າງປະເທດຢາກຫຼິ້ນບໍ່? ມາເບິ່ງ The Skyslide ສະໄລເດີ້ແກ້ວຄວາມສູງ 304 ແມັດ

ຢາກຫຼິ້ນບໍ່? ມາເບິ່ງ The Skyslide ສະໄລເດີ້ແກ້ວຄວາມສູງ 304 ແມັດ

Published on

ຫຼ້າສຸດນີ້ມີເຄື່ອງຫຼິ້ນໃໝ່ຊື່ວ່າ The Skyslide ຖືກສ້າງຂຶ້ນເທິງຕຶກສູງໃນ Los Angeles ແຖວໆແມ່ນ້ຳ Mississippi ທີ່ສະຫະລັດອາເມຣິກາ ທີ່ມີຄວາມເປັນຕາຢ້ານຫຼາຍເພາະວ່າສະໄລເດີ້ໂຕນີ້ແມ່ນເຮັດມາດ້ວຍ “ແກ້ວ”

http://youtu.be/PxTk24O2tSE

ສຳລັບ The Skyslide ຫຼືສະໄລເດີ້ແກ້ວ ນີ້ແມ່ນເຮັດມາຈາກແກ້ວກັນລູກປືນຢູ່ເທິງຕຶກ US Bank Tower ທີ່ມີຄວາມສູງກວ່າ 1,000 ຟຸດ ຫຼື ປະມານ 304 ແມັດຈາກພື້ນດິນ ແລະຄວາມຍາວຂອງສະໄລເດີ້ມີພຽງແຕ່ 45 ຟຸດເທົ່ານັ້ນ. ໃນລະຫວ່າງທີ່ຫຼິ້ນສະໄລເດີ້ແກ້ວນີ້ແນ່ນອນວ່າເຮົາຈະເຫັນທິວທັດອັນສວຍງາມຂອງເມືອງນີ້ ລວມໄປເຖິງພື້ນດິນທີ່ຢູ່ດ້ານລຸ່ມນຳ (ຖ້າກ້າແນມ 55). ສຳລັບຄ່າເຂົ້າຫຼິ້ນ The Skyslide ຫຼືສະໄລເດີ້ແກ້ວນີ້ຖືວ່າສູງພໍສົມຄວນເຊິ່ງມີລາຄາຢູ່ທີ່ $25 (200.000 ກີບ)

image

image

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...