Homeຂ່າວເຫດການຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

Published on

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ.

ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານ ເກີດເຫດໄຟໄໝ້ເຮືອນປະຊາຊົນຢູ່ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ. ດັ່ງນັ້ນ, ທາງກອງຕຳຫຼວດຈະລາຈອນ-ມອດໄຟ ຈຶ່ງໄດ້ຈັດກຳລັງວິຊາສະເພາະ 8 ສະຫາຍ ລົງສົມທົບກັບ ປກສ ກຸ່ມບ້ານ ແລະ ປະຊາຊົນ ຊ່ວຍກັນສະກັດກັ້ນ ແລະ ດັບໄຟເຊິ່ງໃຊ້ເວລາປະມານ 10 ນາທີ ຈຶ່ງສາມາດຄວບຄຸມໄຟໄດ້ບໍ່ໃຫ້ລາມໄໝ້ໃສ່ເຮືອນຫຼັງອື່ນ.

ຜ່ານການເອົາຂໍ້ມູນຂອງເຈົ້າໜ້າທີ່ຕຳຫຼວດໃນເບື້ອງຕົ້ນຮູ້ວ່າ ເຮືອນດັ່ງກ່າວທີ່ຖືກໄຟໄໝ້ແມ່ນຂອງ ທ້າວ ໂລຊະ ອາຍຸ 56 ປີ ເປັນເຮືອນໄມ້ຍົກສູງ 1 ຫຼັງ, ອ້ອມດ້ວຍໄມ້ແປ້ນ, ມຸງດ້ວຍສັງກະສີ ກວ້າງປະມານ 10×13 ແມັດ (ຖືກໄຟໄໝ້ໝົດ), ຜົນເສຍຫາຍມີພາຫະນະລົດໃຫຍ່, ລົດຈັກ, ອຸປະກອນຮັບໃຊ້ພາຍໃນເຮືອນ, ວັດຖຸມີຄ່າ, ເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກລວມມູນຄ່າເສຍຫາຍປະມານ 480 ລ້ານກີບ. ຕາມການກວດກາສັນນະສູດ ແລະ ເກັບກຳຂໍ້ມູນສະຖານທີ່ເກີດເຫດໄຟໄໝ້ ສັນນິຖານສາເຫດແມ່ນເກີດຈາກການຊົມໃຊ້ໄຟຟ້າ ( ປັກສຽບບໍ່ແໜ້ນແລ້ວເຮັດໃຫ້ໄຟຟ້າລັດວົງຈອນ).

ດັ່ງນັ້ນ, ເພື່ອເປັນຄະຕິເຕືອນໃຈໃຫ້ແກ່ພໍ່ແມ່ປະຊາຊົນການຊົມໃຊ້ຟືນ-ໄຟ ຄົວກິນ ຫຼື ນຳໃຊ້ໄຟຟ້າພາຍໃນຄົວເຮືອນກໍໃຫ້ໝັ່ນກວດກາເປັນປະຈຳ ເປັນຕົ້ນສາຍໄຟຖ້າເຫັນມັນເກົ່າຫຼືລຸ້ຍຮ້ຽນແມ່ນໃຫ້ແຈ້ງຫຼືໂທຫາທາງຫ້ອງການໄຟຟ້າ ປັບປ່ຽນສາຍໄຟໃໝ່ ເພື່ອປ້ອງກັນບໍ່ໃຫ້ເກີດອັກຄີໄພຄືດັ່ງເຫດການດັ່ງກ່າວ.

ແຫຼ່ງຂ່າວ: ກອງຕໍາຫລວດຈະລາຈອນ-ມອດໄຟ ປກສ ເມືອງສິງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...