ມາຕາມນັດ!! Huawei ເປີດໂຕ G9 Plus ຢ່າງເປັນທາງການ, ມາພ້ອມ Ram 3GB ແລະ Snapdragon 625

0
1695

​ຫຼັງຈາກມື້ວານນີ້ທີ່ເຮົາໄດ້ລາຍງານຂ່າວກ່ຽວກັບ Huawei ທີ່ໄດ້ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕສະມາດໂຟນລຸ້ນໃໝ່ຂອງບໍລິສັດ. ຫຼ້າສຸດນີ້ເອງທາງ Huawei ກໍອອກມາເປີດໂຕໂທລະສັບລຸ້ນດັ່ງກ່າວຢ່າງເປັນທາງການ ໂດຍໃຊ້ຊື່ວ່າ G9 Plus. ສຳລັບ G9 Plus ນີ້ໂຕເຄື່ອງແມ່ນເຮັດມາດ້ວຍວັດສະດຸອາລູມິນ້ຽມອັລລອຍ ອອກແບບດ້ວຍເທັກໂນໂລຢີທີ່ທັນສະໄໝ ແລະ ມາພ້ອມກ້ອງຫຼັງເລນດຽວ (ຜິດຄາດຈາກຂ່າວກ່ອນໜ້ານີ້) ແຕ່ກໍສາມາດຢືນຢັນໄດ້ແລ້ວວ່າບໍ່ແມ່ນລຸ້ນດຽວກັນກັບ ຮູບຫຼຸດດ້ານຫຼັງໂຕເຄື່ອງທີ່ເຮົາຄຶດກັນວ່າເປັນ Mate 9

ໂດຍໂທລະສັບລຸ້ນໃໝ່ຈາກຫົວເຫວີ່ຍນີ້ ຈະເວົ້າໄດ້ວ່າເປັນລຸ້ນດຽວກັບຊີຣີ G9 lite (P9 lite) ກະອາດໄດ້ (ຖ້າວາງຂາຍນອກປະເທດຈີນອາດຕ້ອງໃຊ້ຊື່ໃໝ່), ເຊິ່ງຈຸດເດັ່ນໆກໍຄືມາພ້ອມກ້ອງຫຼັງ 16 ລ້ານພິກເຊວ, Ram 3GB, Rom 32GB ແລະປ່ຽນມາໃຊ້ຊິບປະມວນຜົນ Snapdragon 625 ຂອງ Qualcomm ແທນ Kirin ຂອງ Huawei. 

ສຳລັບສະເປັກໂດຍລວມຂອງ Huawei G9 Plus ມີດັ່ງນີ້:

  • ສັດສ່ວນໂຕເຄື່ອງແມ່ນ 151.8 x 75.7 x 7.3 ມມ
  • ນ້ຳໜັກປະມານ 160 ກຣາມ
  • ໜ້າຈໍຂະໜາດ 5.0 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) 401ppi
  • ຈໍໂຄ້ງ 2.5D
  • ໃຊ້ຊິບປະມວນຜົນອ໋ອກຕ້າຄໍ Snapdragon 625 (MSM8953) 64-bit ຄວາມແຮງ 2.0 Ghz
  • GPU Adreno 506 
  • RAM 3GB ແລະ 4GB
  • ROM 32GB ແລະ 64GB 
  • ສາມາດເພີ່ມກາຣ໌ດ microSD ສູງສຸດ 128GB
  • ກ້ອງຫຼັງ 16 ລ້ານພິກເຊວ ໃຊ້ເຊັນເຊີ້ Sony IMX298 ມາພ້ອມກັບ PDAF ແລະແຟລັດຄູ່ LED.
  • ຖ່າຍວີດີໂອໃນລະດັບ Full HD 1080p ທີ່ 30fps ແລະຄຸນສົມບັດອື່ນໆກໍມາຄົບ
  • ກ້ອງໜ້າ 8 ລ້ານພິກເຊວ ເປັນເລນມຸມກວ້າງ
  • ເຊັນເຊີ້ສະແກນນິ້ວມື 3D ສະແກນແບບ 360°
  • ໃຊ້ງານລະບົບ Huawei EMUI 4.1 ເທິງພື້ນຖານ Android 6.0 Marshmallow
  • ແບັດເຕີຣີ 3340mAh
  • ຮອງຮັບ 2 ຊິມ ແບບ hybrid SIM
  • ຮອງຮັບ 4G LTE, VoLTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.1
  • ຮອງຮັບພອຣ໌ດ microUSB 2.0 ແລະຮູແຈັກ 3.5 ມມ

ສຳລັບ G9 Plus ມີໃຫ້ເລືອກຢູ່ 2 ສີໄດ້ແກ່: ສີເງິນ ແລະສີຄຳ. ໂດຍເປີດໂຕໃນລາຄາ 2,399 ຢວນ (2.935.000 ກີບ) ແລະຈະເລີ່ມວາງຂາຍໃນວັນທີ 25 ສິງຫານີ້ ທີ່ປະເທດຈີນ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:techtoyreviews