spot_img
Homeຊີວິດແລະຄວາມຮັກຄວາມຮັກບໍ່ສົມຫວັງ ຍ້ອນຫຍັງ? ລອງອ່ານກັນເບິ່ງ

ຄວາມຮັກບໍ່ສົມຫວັງ ຍ້ອນຫຍັງ? ລອງອ່ານກັນເບິ່ງ

Published on

ເລື່ອງຄວາມຮັກມັນເປັນເລື່ອງບໍ່ເຂົ້າໃຜອອກໃຜ ສັງເກດເບິ່ງວ່າ ບາງຄົນກໍ່ບໍ່ໄດ້ຫລໍ່ ບໍ່ໄດ້ງາມ ແຕ່ມີຄົນເຂົ້າມາຈີບຫຼາຍແທ້ຫຼາຍວ່າ ບາງຄົນກໍ່ບໍ່ໄດ້ຂີ້ຮ້າຍອອກແນວໜ້າຕາດີ ຄວາມຮັກພັດມິດສ້ອຍມ້ອຍຫາຄົນກາຍມາທັກໃຫ້ຊື່ນໃຈກໍ່ເກືອບສິບໍ່ມີນຳເຂົາ ເລື່ອງແບບນີ້ມັນຫາຄຳມະອະທິບາຍຍາກ ຫຼື ອາດເປັນຍ້ອນເວນກຳທີ່ເຄີຍເຮັດແຕ່ຊາດກ່ອນ ຫຼື ບໍ່? ໜ້າຄິດ… ຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ແອັດມິນຈະປ່ຽນບັນຍາກາດ ຈາກທີ່ຜ່ານມາເຮົາເຄີຍນຳສະເໜີບົດຄວາມຮັກຫຼາກຫຼາຍແນວມາແລ້ວ ມື້ນີ້ລອງມາເວົ້າໃນລັກສະນະແບບນີ້ເບິ່ງ ແຕ່ຢາກບອກວ່າ: ອ່ານແລ້ວຫາກມີແນວຄິດກໍ່ຢ່າຄິດຫຼາຍ, ຢ່າຄິດງົມງວາຍ ໃຫ້ອ່ານເປັນສິ່ງບັນເທີງ ເທົ່ານັ້ນ ຫາກໃຜບໍ່ເຊື່ອ ບໍ່ຄວນຫຼົບລູ່ ເພາະເລື່ອງແບບນີ້ເປັນຄວາມເຊື່ອສ່ວນບຸກຄົນ ເອົາເປັນວ່າບໍ່ເວົ້າຫຍັງຫຼາຍເຮົາມາອ່ານກັນເລີຍ

1. ຮັກເຂົາຂ້າງດຽວ
ກຳຈາກ ຊາດທີ່ແລ້ວນີ້ທ່ານເປັນຄົນມັນຄຽດແຄ້ນພະຍາບາດຄົນອື່ນຢູ່ໃນໃຈ ຫຼື ມັກດູໝຶ່ນຜູ້ອື່ນ ວິທີແກ້ກຳນີ້ແມ່ນ ຕັ້ງຈິດຂໍອະໂຫສິກຳຈາກສິ່ງທີ່ເຄີຍໄດ້ເຮັດລົງໄປ ແລ້ວພະຍາຍາມຢ່າຄິດອາຄາດພະຍາບາດໃຜອີກ

2. ບໍ່ມີຄົນມາຈີບ ບໍ່ມີຄົນມາຮັກ ບໍ່ມີຄົນມາສົນໃຈ
ກຳຈາກ ຊາດທີ່ແລ້ວນີ້ຈິດໃຈຂອງທ່ານມັກມີອັກຄະຕິຕໍ່ຜູ້ອື່ນຕະຫຼອດເວລາ ບໍ່ເຄີຍຄິດວ່າຜູ່ອື່ນດີກວ່າຕົນ ແລະ ມັກເວົ້າຈາໃຫ້ຜູ້ອື່ນໃນແງ່ລົບ ວິທີແກ້ກຳນີ້ ແມ່ນໝັ້ນເຮັດບຸນເຮັດທ່ານ ນັ່ງສະມາທິ ເຮັດໃຫ້ສະຫງົບ ເບິ່ງຄົນອື່ນໃນແງ່ດີດ້ວຍໃຈທີ່ບໍລິສຸດ ຮູ້ໃຫ້ກຽດ ແລະ ຮູ້ຍົກຍ້ອງຄົນອື່ນ

3. ຮັກໆ ເລີກໆ ສຸດທ້າຍກໍ່ຢູ່ຄົນດຽວບໍ່ເຫຼືອໃຜ
ກຳຈາກ ຊາດທີ່ແລ້ວທ່ານປະພຶດໃນກາມມະໂລມ ຫຼື ຜິດສິນຂໍ້ສາມ ພາກລູກພາກເມຍຜູ້ອື່ນ ຫຼື ບໍ່ສື່ສັດຕໍ່ຄູ່ຄອງຂອງຕົນເອງ ວິທີແກ້ກຳ ແມ່ນຖືສິນ 5 ຫຼື ສິນ 8 ຢ່າງເຄັ່ງຄັດ ມີສະຕິໃນການເລືອກຄູ່ຄອງ ເຮັດບຸນ ແລະ ອຸທິດສ່ວນກຸສົນໃຫ້ເຈົ້າກຳນາຍເວນ

4. ໄດ້ຄູ່ຄອງທີ່ມັກທຳຮ້າຍ ຮ່າງກາຍ ວາຈາ ແລະ ໃຈ
ກຳຈາກ ຊາດທີ່ແລ້ວທ່ານເຄີຍທຳຮ້າຍຄົນອື່ນ ເຄີຍຄິດວາງແຜນທຳຮ້າຍຄົນອື່ນ ຫຼື ອາດເຄີຍຂົມຂືນ, ຂ້າ ຫຼື ທໍລະມານຄົນຮັກມາກ່ອນ ວິທີແກ້ກຳ ໝັ່ນທຳບຸນ ຕັ້ງຈິດອະທິຖານຂໍໃຫ້ຄົນຮັກມີຄວາມສຸກ ແລະ ອຸທິດສ່ວນບຸນກຸສົນໃຫ້ແກ່ຄົນຮັກເຊິ່ງເປັນເຈົ້າກຳນາຍເວນຂອງເຮົາ

5. ຢູ່ຢ່າງໂດດດ່ຽວບໍ່ມີໃຜຫຼຽວແລ
ກຳຈາກ ຊາດແລ້ວທ່ານເຄີຍກັກຂັງຜູ້ອື່ນ ຫຼື ຍຸໃຫ້ຄົນກຽດຊັງແຕກແຍກກັນ ວິທີແກ້ກຳ ແມ່ນປ່ອຍນົກປ່ອຍປາ ເຮັດໃຈອາສາ ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ

6. ຮູບຮ່າງໜ້າຕາບໍ່ງາມ ເຮັດໃຫ້ບໍ່ມີຄົນມາສົນໃຈ
ກຳຈາກ ຊາດທີ່ແລ້ວ ທ່ານບໍ່ມັກຖວາຍດອກໄມ້ ຫຼື ເຄື່ອງຫອມ ວິທີແກ້ກຳ ໝັ່ນເຮັດບຸນເຮັດທານ ຢ່າລືມຖວາຍດອກໄມ້ສົດ ຫຼື ເຄື່ອງຫອມຕ່າງໆ

7. ເປັນໄດ້ພຽງແຕ່ເມຍນ້ອຍ, ເມຍເກັບ ຫຼື ພຽງຕົວສຳຮອງ
ກຳຈາກ ຊາດທີ່ແລ້ວທ່ານປະພຶດໃນກາມມະໂລມ ຫຼື ຜິດສິນຂໍ້ສາມ ພາກລູກພາກເມຍຜູ້ອື່ນ ຫຼື ບໍ່ສື່ສັດຕໍ່ຄູ່ຄອງຂອງຕົນເອງ ວິທີແກ້ກຳ ແມ່ນຖືສິນ 5 ຫຼື ສິນ 8 ຢ່າງເຄັ່ງຄັດ ມີສະຕິໃນການເລືອກຄູ່ຄອງ ເຮັດບຸນ ແລະ ອຸທິດສ່ວນກຸສົນໃຫ້ເຈົ້າກຳນາຍເວນ

8. ຄົນຮັກມັກນອກໃຈ
ກຳຈາກ ຊາດທີ່ແລ້ວທ່ານເຄີຍຍາດຄົນຮັກຂອງຄົນອື່ນ, ມັກນອກໃຈຄົນຮັກ ຫຼົງໄຫຼໃນກາມມະໂລມ ຫຼື ມັກຫັກອົກຄົນອື່ນໃຫ້ເຈັບຊ້ຳໃຈເລື່ອຍໆ ວິທີແກ້ກຳແມ່ນ ໃຫ້ທ່ານຖືສິນ ປະພຶດຕົນເປັນຄົນດີທັງກາຍ ວາຈາ ໃຈ ຖວາຍທານດ້ວຍຂອງເປັນຄູ່ ທຳບຸນໃນງານແຕ່ງງານ ຫຼື ຊ່ວຍໃຫ້ຄູ່ຮັກຄົນອື່ນສົມຫວັງ ເພື່ອບຸນນັ້ນຈະສົ່ງໃຫ້ທ່ານສົມຫວັງນຳເຂົາແນ່

9. ມັກຜິດຖຽງກັບຄົນຮັກເປັນປະຈຳ
ກຳຈາກ ຊາດທີ່ແລ້ວເຮັດບຸນຮ່ວມກັນໂດຍບໍ່ເຕັມໃຈ ຫຼື ອາດຈະເຄີຍຄົບກັນ ແຕ່ບໍ່ໄດ້ສ້າງບຸນຮ່ວມກັນ ວິທີແກ້ກຳ ແມ່ນຊວນກັນໄປເຮັດບຸນທານຮ່ວມກັນ ດ້ວຍຈິດອັນບໍລິສຸດ ຕັ້ງໝັ້ນໃນຄຳອະທິຖານ ຂໍໃຫ້ຊີວິດຄູ່ດຳເນີນໄປດ້ວຍດີ

10. ຊີວິດຄູ່ບໍ່ປະສົມຜົນສຳເລັດ ເຮັດສິ່ງໃດຮ່ວມກັນກໍ່ບໍ່ຈະເລີນ 
ກຳຈາກ ທ່ານອາດກຳລັງຄົບຢູ່ກັບຄົນທີ່ບໍ່ແມ່ນຄູ່ແທ້ຂອງທ່ານ ອາດເປັນຄູ່ກຳທີ່ຕ້ອງມາໃຊ້ເວນໃຊ້ກຳຮ່ວມກັນ ຫຼື ອາດເຄີຍເຮັດບາບເລັກໆນ້ອຍໆຮ່ວມກັນ
ວິທີແກ້ກຳ ແມ່ນຊວນກັນໄປເຮັດບຸນທານຮ່ວມກັນ ດ້ວຍຈິດອັນບໍລິສຸດ ຕັ້ງໝັ້ນໃນຄຳອະທິຖານ ຂໍໃຫ້ຊີວິດຄູ່ດຳເນີນໄປດ້ວຍດີ

ຫຼັງຈາກທີ່ອ່ານມາ 10 ຂໍ້ ຂ້າງເທິງນີ້ແລ້ວເຮົາກໍ່ມາຄິດຜິດຈາລະນາເບິ່ງເຖິງຄວາມເປັນໄປໄດ້ ວ່າມັນແມ່ນ ຫຼື ບໍ່ ຖ້າບໍ່ແມ່ນບໍ່ຖືກກັບເຮົາກໍ່ແລ້ວໄປ ໃຫ້ຄິດວ່າອ່ານເພື່ອຄວາມບັນເທີງ ຖ້າຫາກຄິດວ່າແມ່ນ ກໍ່ຈົ່ງເຮັດໃນສິ່ງທີ່ຄິດວ່າເຮັດແລ້ວສະບາຍໃຈ ເພາະເລື່ອງນີ້ມັນຫ້າມແນວຄິດກັນບໍ່ໄດ້ ເອົາເປັນວ່າ ຈົ່ງໃຊ້ວິຈາລະນະຍານໃນການອ່ານ ຂໍໃຫ້ທຸກຄົນໂຊກດີກັບຄວາມຮັກ

 

ທີ່ມາ: http://www.siamok.com/s/140348

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...