Homeມູມໄອທີລາວມາຕາມນັດ!! Huawei ເປີດໂຕ G9 Plus ຢ່າງເປັນທາງການ, ມາພ້ອມ Ram 3GB ແລະ Snapdragon 625

ມາຕາມນັດ!! Huawei ເປີດໂຕ G9 Plus ຢ່າງເປັນທາງການ, ມາພ້ອມ Ram 3GB ແລະ Snapdragon 625

Published on

​ຫຼັງຈາກມື້ວານນີ້ທີ່ເຮົາໄດ້ລາຍງານຂ່າວກ່ຽວກັບ Huawei ທີ່ໄດ້ສົ່ງບັດເຊີນເຂົ້າຮ່ວມງານເປີດໂຕສະມາດໂຟນລຸ້ນໃໝ່ຂອງບໍລິສັດ. ຫຼ້າສຸດນີ້ເອງທາງ Huawei ກໍອອກມາເປີດໂຕໂທລະສັບລຸ້ນດັ່ງກ່າວຢ່າງເປັນທາງການ ໂດຍໃຊ້ຊື່ວ່າ G9 Plus. ສຳລັບ G9 Plus ນີ້ໂຕເຄື່ອງແມ່ນເຮັດມາດ້ວຍວັດສະດຸອາລູມິນ້ຽມອັລລອຍ ອອກແບບດ້ວຍເທັກໂນໂລຢີທີ່ທັນສະໄໝ ແລະ ມາພ້ອມກ້ອງຫຼັງເລນດຽວ (ຜິດຄາດຈາກຂ່າວກ່ອນໜ້ານີ້) ແຕ່ກໍສາມາດຢືນຢັນໄດ້ແລ້ວວ່າບໍ່ແມ່ນລຸ້ນດຽວກັນກັບ ຮູບຫຼຸດດ້ານຫຼັງໂຕເຄື່ອງທີ່ເຮົາຄຶດກັນວ່າເປັນ Mate 9. 

ໂດຍໂທລະສັບລຸ້ນໃໝ່ຈາກຫົວເຫວີ່ຍນີ້ ຈະເວົ້າໄດ້ວ່າເປັນລຸ້ນດຽວກັບຊີຣີ G9 lite (P9 lite) ກະອາດໄດ້ (ຖ້າວາງຂາຍນອກປະເທດຈີນອາດຕ້ອງໃຊ້ຊື່ໃໝ່), ເຊິ່ງຈຸດເດັ່ນໆກໍຄືມາພ້ອມກ້ອງຫຼັງ 16 ລ້ານພິກເຊວ, Ram 3GB, Rom 32GB ແລະປ່ຽນມາໃຊ້ຊິບປະມວນຜົນ Snapdragon 625 ຂອງ Qualcomm ແທນ Kirin ຂອງ Huawei. 

ສຳລັບສະເປັກໂດຍລວມຂອງ Huawei G9 Plus ມີດັ່ງນີ້:

  • ສັດສ່ວນໂຕເຄື່ອງແມ່ນ 151.8 x 75.7 x 7.3 ມມ
  • ນ້ຳໜັກປະມານ 160 ກຣາມ
  • ໜ້າຈໍຂະໜາດ 5.0 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) 401ppi
  • ຈໍໂຄ້ງ 2.5D
  • ໃຊ້ຊິບປະມວນຜົນອ໋ອກຕ້າຄໍ Snapdragon 625 (MSM8953) 64-bit ຄວາມແຮງ 2.0 Ghz
  • GPU Adreno 506 
  • RAM 3GB ແລະ 4GB
  • ROM 32GB ແລະ 64GB 
  • ສາມາດເພີ່ມກາຣ໌ດ microSD ສູງສຸດ 128GB
  • ກ້ອງຫຼັງ 16 ລ້ານພິກເຊວ ໃຊ້ເຊັນເຊີ້ Sony IMX298 ມາພ້ອມກັບ PDAF ແລະແຟລັດຄູ່ LED.
  • ຖ່າຍວີດີໂອໃນລະດັບ Full HD 1080p ທີ່ 30fps ແລະຄຸນສົມບັດອື່ນໆກໍມາຄົບ
  • ກ້ອງໜ້າ 8 ລ້ານພິກເຊວ ເປັນເລນມຸມກວ້າງ
  • ເຊັນເຊີ້ສະແກນນິ້ວມື 3D ສະແກນແບບ 360°
  • ໃຊ້ງານລະບົບ Huawei EMUI 4.1 ເທິງພື້ນຖານ Android 6.0 Marshmallow
  • ແບັດເຕີຣີ 3340mAh
  • ຮອງຮັບ 2 ຊິມ ແບບ hybrid SIM
  • ຮອງຮັບ 4G LTE, VoLTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.1
  • ຮອງຮັບພອຣ໌ດ microUSB 2.0 ແລະຮູແຈັກ 3.5 ມມ

ສຳລັບ G9 Plus ມີໃຫ້ເລືອກຢູ່ 2 ສີໄດ້ແກ່: ສີເງິນ ແລະສີຄຳ. ໂດຍເປີດໂຕໃນລາຄາ 2,399 ຢວນ (2.935.000 ກີບ) ແລະຈະເລີ່ມວາງຂາຍໃນວັນທີ 25 ສິງຫານີ້ ທີ່ປະເທດຈີນ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:techtoyreviews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...