Homeນານາສາລະ       ລ້າງສານພິດອອກຈາກຮ່າງກາຍດ້ວຍວິທີງ່າຍໆ

       ລ້າງສານພິດອອກຈາກຮ່າງກາຍດ້ວຍວິທີງ່າຍໆ

Published on

ໃນແຕ່ລະມື້ຮ່າງກາຍໄດ້ຮັບສານພິດ ໂດຍທາງກົງ ແລະທາງອ້ອມ ຈາກອາຫານທີ່ກິນລົງໄປ ແລະມົນລະພິດຮອບດ້ານ ສັງເກດສັນຍານຮ່າງກາຍທີ່ບອກວ່າເຈົ້າເຖິງເວລາລ້າງອອກແລ້ວ!!!  ຮູ້ສຶກບໍ່ສົດຊື່ນ, ຜິວໜັງເກີດອາການແພ້ງ່າຍ, ເມື່ອຍ, ຫຼຸດນໍ້າໜັກບໍ່ລົງ, ເມື່ອຍແບບບໍ່ມີສາເຫດ, ລະບົບຂັບຖ່າຍບໍ່ສະດວກຜິວໜັງເກີດອາການພູມແພ້, ຕາພອງ, ປະຈໍາເດືອນມາບໍ່ປົກກະຕິ, ຫງຸດຫງິດງ່າຍ

ລ້າງສານພິກປະຕິບັດມາດົນນານຫຼາຍສະຕະວັດທົ່ວໂລກ, ທັງແບບການແພດແຜນຈີນ ແລະອາຍຸລະເວດ, ການລ້າງສານພິດເປັນການເຮັດຄວາມສະອາດ ແລະບຳລຸງຮ່າງກາຍຈາກພາຍໃນ ໂດຍການລ້າງສານພິດທີ່ຕົກຄ້າງອອກຈາກຮ່າງກາຍ ສາມາດຊ່ວຍປ້ອງກັນພະຍາດ ແລະຕໍ່ອາຍຸລະບົບຕ່າງໆໃນຮ່າງກາຍ ໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ

ການລ້າງສານພິດ ໂດຍການກຽມຮ່າງກາຍ ແລະຈິດໃຈໃຫ້ພ້ອມ, ຫຼຸດການຮັບສານພິດຈາກເຄື່ອງ ອຸປະໂພກ ບໍລິໂພກ ອ້ອມຕົວໃຫ້ລາຍທີ່ສຸດເຊັ່ນ: ບໍ່ກິນເຫຼົ້າ, ກາເຟ, ບໍ່ສູບຢາ, ນໍ້າຕານ, ໄຂມັນອິ່ມຕົວ ປ່ຽນມາໃຊ້ແບບທີ່ມີສານເຄມີປະສົມແບບອໍແກນິດຄືຢາສະຜົມ, ຄີມນວດຜົມ, ສະບູ ແລະຢາສີຟັນ

ວິທີທີ່ຈະຊ່ວຍລ້າງສານພິດອອກຈາກຮ່າງກາຍມີຄື:

  1. ຮັບປະທານໄຟເບີໃຫ້ຫຼາຍຂຶ້ນເຊັ່ນ: ເຂົ້າກ່ອງ, ຜັກ ແລະໝາກໄມ້ປອດສານພິດເຊັ່ນ: ກະລໍາປີ, ສາຫຼ່າຍ…
  2. ດື່ມຊາສະໝູນໄພລ້າງພິດໃນຕັບ ແລະດື່ມນໍ້າວັນລະ 2 ລິດ
  • ຊາຂຽວ: ຈາກການວິໄຈພົບວ່າ polyphenols ໃນຊາຂຽວສາມາດອອກລິດໃນການຕ້ານອະນຸມູນອິດສະຫຼະ, ຊ່ວຍກະຕຸ້ນການເຮັດວຽກຂອງເອັນໄຊ ທີ່ເຮັດໜ້າທີ່ກຳຈັດສານພິດໃນຕັບ, ຢຸດການແບ່ງຕົວຂອງເຊວມະເຮັງ ແລະພັດທະນາການຂອງແບັກທີເລຍທີ່ມີປະໂຫຍດໃນລຳໄສ້
  • ຊາອາຕິໂຊກ: ຊ່ວຍບໍາລຸງ ການກະຕຸ້ນການເຮັດວຽກຂອງຕັບ, ສ້າງນໍ້າດີ ແລະນໍ້າຍ່ອຍ
  • ຊາແດນດິໄລອອນ: ຊ່ວຍສົ່ງເສີມການກຳຈັດສານພິດຈາກຕັບ ແລະຖົງນໍ້າດີ, ຫຼຸດຜົນຂ້າງຄຽງຈາກຢາທີ່ຖືກທຳລາຍ
  1. ຮັບປະທານວິຕາມິນຊີ: ເພື່ອກະຕຸ້ນໃຫ້ຮ່າງກາຍຜະລິດສານກູຕາໄຮໂອນ ທີ່ເປັນສານເຄມີໃນຕັບ ທີ່ເຮັດໜ້າທີ່ກຳຈັດສານພິດອອກ
  2. ຝຶກຫາຍໃຈໃຫ້ເລິກໆຢ່າງຊ້າໆ: ເພື່ອໃຫ້ຮ່າງກາຍໄດ້ຮັບອົກຊີຢ່າງສົມບູນເຂົ້າສູ່ລະບົບຕ່າງໆຂອງຮ່າງກາຍ
  3. ຝຶກຄວບຄຸມອາລົມທີ່ເຄັ່ງຄຽດ: ໂດຍການຄິດບວກເປັນປະຈຳ
  4. ບຳບັດດ້ວຍການອາບນໍ້າອຸ່ນ: ການອາບນໍ້າອຸ່ນ 5 ນາທີ ແລະສະຫຼັບດ້ວຍນໍ້າເຢັນ 30 ວິນາທີ 3 ຄັ້ງແລະນອນພັກ 30 ນາທີ, ການອາບນໍ້າອຸ່ນ ແລະເຢັນສະຫຼັບກັນ ຊ່ວຍເຮັດໃຫ້ການໄຫຼວຽນເຂົ້າອອກສະລັບກັນ ຊ່ວຍໃຫ້ຫຼຸດອາການເຄັ່ງຕຶງຂອງກ້າມເນື້ອ ແລະລະບົບໝູນວຽນ ເພື່ອອັດຕາການລ້າງພິດ ແລະສານອາຫານສາມາດເຄື່ອນຍ້າຍໄປຍັງສ່ວນຕ່າງໆຂອງຮ່າງກາຍໄດ້ຫຼາຍຂຶ້ນ
  5. ກຳຈັດສານພິດອອກຈາກຜິວໜັງດ້ວຍການອອກກຳລັງກາຍ ໂດຍການ ຫຼິ້ນໂຢຄະ, ເຕັ້ນເຊືອກ ເພື່ອເຫື່ອອອກ ແລະຂັດຜິດຢູ່ສະເໝີ

ທີ່ມາ:  girlsfriendclub

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...