ຟິລິບປິນກຽມຍົກເວັ້ນວີຊາໃຫ້ຈີນ

ຕາມ​ຂ່າວ​ Cri ລາຍ​ງານ​ວ່າ: ຟີ​ລິບ​ປີນ​ກຽມ​​ຍົກ​ເວັ້ນວິຊາ​ໃຫ້​ຜູ້​ຖື​ໜັງສືຜ່ານ​ແດນ​ຂອງ​ສປຈີນ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

     ຫວ່າງ​ມໍ່ໆ​ມາ​ນີ້, ​ເຈົ້າ​ໜ້າ​ທີ່​ກະຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປີນ​ກ່າວ​ວ່າ, ລັດຖະບານ​ຟີ​ລິບ​ປີນ​ພວມ​ສຶກສາຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຍົກ​​ເວັ້ນວິຊາ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຈະໄປ​ທ່ຽວ​ຟີ​ລິບ​ປີນ, ​ເພື່ອ​ເພີ່ມ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດໄປ​ທ່ຽວ​ປະ​ເທດ​ຕົນ​ໃຫ້​ຫຼາຍ​ຂຶ້ນ.ເຈົ້າ​ໜ້າ​ທີ່​ກະຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປີນ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ມີ​ຈຳນວນ​ຫຼວງ​ຫຼາຍ, ດັ່ງນັ້ນປີ​ຜ່ານ​ມາ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດມີ​ເຖິງ 120 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​​ປະມານ 5​ແສນ ເທື່ອ​ຄົນ​​ເດີນທາງ​ມາ​ທ່ຽວ​ຟີ​ລິບ​ປີນ, ​ເຊິ່ງ​ກວມ​​ເອົາສ່ວນ​ໜ້ອຍ​ທີ່​ສຸດ. ອັນ​ເປັນ​ຜົນ​ມາ​ຈາກບັນຫາ​ການ​ອອກ​ວິຊາ​ແລະ​ ເປັນ​ສາ​ເຫດໜຶ່ງ​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ບໍ່​ຢາກ​ໄປ​ທ່ຽວ​ຟີ​ລິບ​ປີນ.

ຂະນະ​ທີ່​ໄທ, ມາ​ເລ​ເຊຍ, ສິງກະ​ໂປ​ແລະ​ປະ​ເທດ​ອື່ນ​ໆ​​​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ລ້ວນ​ແຕ່​ຍົກ​ເວັ້ນວິຊາ​ຫຼືອອກ​ວິຊາ​ຜ່າ​ນ​ແດນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ, ອັນ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ຢ່າງ​ຫຼວງ​ຫຼາຍ. ກ່ອນ​ໜ້າ​ນີ້, ກະ ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປີນ​ເຄີຍ​ຕັ້ງ​ເປົ້າ​ສົ່ງ​ເສີມນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຟີ​ລິບ​ປີນ​ໃຫ້​ໄດ້ 1 ລ້ານ​ເທື່ອຄົນ​ໃນ​ປີ 2017.

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!