spot_img
Homeຂ່າວທ້ອງຖິ່ນມວນຊົນຈໍານວນຫຼວງຫຼາຍ ຮ່ວມຍ່າງເພື່ອສຸຂະພາບໃນວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ມວນຊົນຈໍານວນຫຼວງຫຼາຍ ຮ່ວມຍ່າງເພື່ອສຸຂະພາບໃນວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

Published on

ເພື່ອເປັນການສ້າງຂະບວນການ ເນື່ອງໃນໂອກາດວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 16 ປີ (25/11/2000-25/11/2016) ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 26 ພະຈິກ 2016 ທີ່ສວນປະຕູໄຊ ນະຄອນ ຫຼວງວຽງຈັນ ຈິ່ງໄດ້ຈັດພິທີຍ່າງເພື່ອສຸຂະພາບ ເຊິ່ງເລີ່ມແຕ່ສວນປະຕູໄຊຫາຫໍຄຳ ແລ້ວກັບມາສິ້ນສຸດທີ່ສວນປະຕູໄຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກແຫ່ງຊາດ ເຊິ່ງມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ປະທານສູນກາງສະຫະພັນແມ່ຍິງລາວ ອົງການທຽບເທົ່າ ບັນດາທູດຕານຸທູດ ຜູ້ຕາງໜ້າຈາກກະຊວງຕ່າງໆອ້ອມຂ້າງສູນກາງ ສະຖາບັນການສຶກສາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ ການຈັດງານຄັ້ງນີ້ເປັນການໂຄສະນາ ປຸກລະດົມ ປຸກຈິດສຳນຶກໃຫ້ທົ່ວປວງຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ການຈຳແນກຕໍ່ແມ່ຍິງ ແລະ ການລ່ວງລະເມີດຕໍ່ສິດທິຂອງແມ່ຍິງ ຕາມທີ່ລະບຸໄວ້ໃນກົດໝາຍສາກົນ ກໍຄືສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ສົນທິສັນຍາຊີດໍ) ຂອງສະຫະປະຊາຊາດ ທີ່ມີຜົນບັງຄັບໃຊ້ໃນປີ 1981 ໂດຍມີ 189 ປະເທດເປັນພາຄີ ແລະ ສປປ.ລາວ ກໍໄດ້ເຂົ້າຮ່ວມນັບແຕ່ປີ 2000 ເປັນຕົ້ນມາ ໂດຍໄດ້ກຳນົດນະໂຍບາຍສົ່ງເສີມ  ພັດທະນາແມ່ຍິງ ແລະ ເດັກຍິງ ເພື່ອຫຼຸດຜ່ອນການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ໄດ້ເອົາໃຈໃສ່ປົກປ້ອງ ຊ່ອຍເຫຼືອແມ່ຍິງ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຊຸກຍູ້ສົ່ງເສີມ ໃຫ້ໂອກາດແມ່ຍິງແລະເດັກນ້ອຍ ໄດ້ປະກອບສ່ວນເຂົ້າໃນຂະບວນການພັດທະນາໃຫ້ນັບມື້ນັບຫຼາຍຂຶ້ນ ນອກນັ້ນຍັງໄດ້ສ້າງບັນດານິຕິກຳສຳຄັນຈຳນວນນຶ່ງ ເຊັ່ນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ແຜນດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໄລຍະປີ 2014-2020 ໂອກາດດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກ ສ່ວນໃນສັງຄົມຈົ່ງພ້ອມກັນເອົາໃຈໃສ່ໂຄສະນາ ເຜີຍແຜ່ ແລະ ປຸກຈິດສຳນຶກໃຫ້ທົ່ວສັງມີຄວາມຮັບຮູ້ ເຂົ້າໃຈກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເປັນສິ່ງທີ່ສັງຄົມຮັບບໍ່ໄດ້ ຄຽງຄູ່ກັນນັ້ນ ກໍໃຫ້ການຊ່ອຍເຫຼືອແມ່ຍິງຜູ້ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ໃຫ້ຄຳປຶກສາດ້ານສຸຂະພາບ ດ້ານຈິດໃຈ ບ່ອນພັກເຊົາທີ່ປອດໄພ ຊ່ອຍເຫຼືອທາງດ້ານກົດໝາຍຈາກເຈົ້າໜ້າທີ່ຍຸຕິທຳ ເຈົ້າໜ້າທີ່ຕຳຫຼວດ ໄອຍະການ ແລະ ສານ ໂຮມເຖິງການສ້າງເງື່ອນໄຂ ແລະ ໂອກາດໃຫ້ແກ່ແມ່ຍິງບັນດາເຜົ່າໄດ້ເຂົ້າເຖິງການສຶກສາ ໄດ້ຮັບການເຝິກອົບຮົມດ້ານການເມືອງ ແລະ ດ້ານເຕັກນິກວິຊາຊີບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄອບຄົວ ຍົກສູງຄຸນະພາບຊີວິດໃຫ້ມີການເປັນຢູ່ທີ່ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.

 

ຂ່າວ/ພາບ: ຄໍາວົງສັກ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...