ພົບສົບນັກປີນພູຊາວຝຣັ່ງ ຖືກແຊ່ແຂງ 32 ປີ ເທິງຈອມພູ!

JUIL12_JUIN17_JFH001

 

ສຳນັກຂ່າວຕ່າງປະເທດລາຍງານໃນມື້ນີ້ວ່າ ສື່ທ້ອງຖິ່ນໃນຝຣັ່ງ ລາຍງານການພົບຮ່າງຂອງນັກປີນພູຊາວ

ຝຣັ່ງເສດລາຍໜຶ່ງ ຖືກແຊ່ແຂງຢູ່ເທິງຈອມພູ ມົງລອງ ຫຼັງຈາກທີ່ເຂົາສູນຫາຍໄປຢ່າງໄຮ້ຮ່ອງຮອຍເຖິງ 32 ປີ.

 

ໜັງສືພິມ ເລີ ໂດຟີນ ລິເບເຣ ຂອງຝຣັ່ງລາຍງານວ່າ ນັກປີນພູກຸ່ມໜຶ່ງໄດ້ພົບຮ່າງຂອງ ປາທຣິດ ອີແວດ

ໂດຍບັງເອີນ ໃນຂະນະທີ່ພວກເຂົາກຳລັງໄຕ່ຂຶ້ນຍອດພູມົງລອງ ແລະ ໄດ້ແຈ້ງເຈົ້າໜ້າທີ່ຕຳຫຼວດ ເຊິ່ງຜົນ

ຂອງການກວດສອບໃນເວລາຕໍ່ມາ ໄດ້ຢືນຢັນວ່າ ຮ່າງສົບດັ່ງກ່າວຖືກແຊ່ແຂງຢູ່ເທິງຈອມພູດັ່ງກ່າວ ຄືຮ່າງ

ຂອງ ອີແວັດ ນັກປີນພູຊາວຝຣັ່ງທີ່ມີຜູ້ພົບເຫັນເປັນຄັ້ງສຸດທ້າຍ ຕັ້ງແຕ່ເມື່ອວັນທີ 1 ມີນາ 1982.

 

ລາຍງານຍັງໄດ້ລະບຸອີກວ່າ ປາທຣິດ ອີແວັດ ໄດ້ຫາຍຕົວໄປ ໃນຂະນະທີ່ເຂົາພະຍາຍາມພິຊິດຍອດພູດັ່ງກ່າວ

ໂດຍລຳພັງ ທ່າມກາງສະພາບອາກາດທີ່ຮ້າຍແຮງສຸດຂົ້ວ ເມື່ອ 32 ປີກ່ອນ ໃນຂະນະທີ່ເຂົາຍັງມີອາຍຸພຽງແຕ່

23 ປີ.

 

ອີງຕາມຂໍ້ມູນຂອງຝຣັ່ງເສດໃຫ້ຮູ້ວ່າ ໃນແຕ່ລະປີຈະມີນັກປີນພູຈຳນວນບໍ່ໜ້ອຍ ຫາຍສາບສູນໄປ ໃນລະ

ຫວ່າງພະຍາຍາມພິຊິດຈອມພູມົງລອງ ເຊິ່ງມີຄວາມສູງ 4,810 ແມັດ ເໜືອລະດັບໜ້ານ້ຳທະເລ ແລະ ໄດ້

ຊື່ວ່າ ເປັນຍອດຈອມພູທີ່ມີຄວາມສູງທີ່ສຸດໃນສະຫະພາບເອີລົບ.