spot_img
Homeຂ່າວຕ່າງປະເທດພັກເດໂມແຄຣັດເລືອກ ນາງ ຄລິນຕັນ ເປັນຕົວແທນຊິງຕຳແໜ່ງ ປະທານາທິບໍດີອາເມຣິກາ!

ພັກເດໂມແຄຣັດເລືອກ ນາງ ຄລິນຕັນ ເປັນຕົວແທນຊິງຕຳແໜ່ງ ປະທານາທິບໍດີອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ກອງປະຊຸມໃຫຍ່ພັກເດໂມແຄຣດ ສະຫະລັດອາເມຣິກາ ໄດ້ລົງຄະແນນສຽງສ່ວນຫລາຍ ໃນວັນທີ 26 ກໍລະກົດຜ່ານມາ ເລືອກເອົາທ່ານ ນາງ ຮີນລາຣີ ຄລີນຕັນ ອະດີດສະຕີໝາຍເລກ 1 ແລະ ອະດີດລັດຖະມົນຕີການຕ່າງປະເທດ ແຫ່ງ ສະຫະລັດອາເມຣິກາ ເປັນຕົວແທນຂອງພັກ ເພື່ອລົງສະໝັກຊິງຕຳແໜ່ງ ປະທານາທິບໍດີສະຫະລັດອາເມຣິກາ ຢ່າງເປັນທາງການ ເຮັດໃຫ້ທ່ານກາຍເປັນຜູ້ຍິງຄົນທຳອິດໃນປະຫວັດສາດ ທີ່ສາມາດຍາດໄດ້ໄຊຊະນະ ຈາກການຊິງເປັນຕົວແທນຂອງພັກດັ່ງກ່າວ.

ທັງນີ້ ທ່ານ ນາງ ຄລີນຕັນ ຈະເປັນຕົວແທນໃຫ້ພັກເດໂມແຄຣດ ເພື່ອລົງສະໝັກຊິງຕຳແໜ່ງ ປະທານາທິບໍດີ ສະຫະລັດອາເມຣິກາ ແຂ່ງກັບ ທ່ານ ໂດນັນ ທຣັບ ຕົວແທນຈາກພັກຣີພັບບລິກັນ ໃນວັນທີ 8 ພະຈິກ 2016 ນີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...