ປະດັບຫລຽນໄຊພິລະອາດຫານ ໃຫ້ກົມກອງລວມໝູ່ ແລະ ການນໍາແຂວງບໍລິຄໍາໄຊ

ຂປລ. ​ໃນ​ວັນ​ທີ 13 ກໍລະກົດ 2016 ນີ້, ຢູ່​ທີ່​ສະ​​ໂມ​ສອນ​ແຂ​ວງບໍລິ​ຄໍາ​ໄຊ​ ໄດ້​ຈັດ​ພິທີ​ປະດັບ​ ຫລຽນ​ໄຊ​ພິລະ​ອາດ​ຫານ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃຫ້​ການ​ນໍາ ​ແລະ ກົມ​ກອງ​ລວມໜູ່ຂອງ ​ແຂວງ​ບໍລິ​ຄໍາ​ໄຊ ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ ​ໃນການ​ປະກອບສ່ວນ ດ້ານ​ພາຫະນະ ​ແລະ ທຶນຮອນ​ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ ຂອງແຂວງ ​​ໃຫ້​ກຽດ​ປະດັບ​ໂດຍ​ ສະຫາຍ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ມີ​ສະຫາຍ ກອງ​ແກ້ວ​ ​ໄຊ​ສົງຄາມ ກໍາມະການສູນ​ກາງ​ພັກ, ​​ເລຂາ​ພັກແຂວງ, ​ເຈົ້າ​ແຂວງ​ບໍລິ​ຄໍາ​ໄຊ, ບັນດາ​ຄະນະປະ​ຈໍາພັກ, ຄະນະ​ພັກ, ພ້​ອມດ້ວຍ​ພະນັກງານຫລັກ​ແຫ​ລ່ງ​ ​ແລະ ພະນັກງານ​ອາ​ວຸ​ໂສ​ບໍານານ​ ອ້ອມ​ຂ້າງ​ແຂວງ ​ເຂົ້າ​ຮ່ວມ.

ການ​ປະດັບ​ຫລຽນ​ໄຊ​ພິລະ​ອາດ​ຫານ​ ໃນ​ຄັ້ງ​ນີ້​ ປະກອບ​ມີຫລຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ I ປະດັບ​ ໃຫ້ກົມ​ກອງ​ລວມໜູ່​ ແຂວງບໍລິ​ຄໍາ​ໄຊ, ຊັ້ນ II ​ໃຫ້​ແກ່ສອງ​ສະຫາຍ​ຄື: ສະຫາຍ ກອງ​ແກ້ວ ​ໄຊ​ສົງຄາມ ​ເຈົ້າ​ແຂວງ​ບໍລິ​ຄໍາ​ໄຊ ​ແລະ ສະຫາຍ ສຸວັນ​ນີ ​ໄຊຊະນະຮອງ​ເລຂາ​ພັກ​ແຂວງ​ບໍລິ​ຄໍາ​ໄຊ, ຊັ້ນ III ​ໃຫ້​ແກ່ 3 ສະຫາຍ ​ຄື: ສະຫາຍ ​ແດນ​ປີ ມູນ​ທະ​ດີ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ບໍລິ​ຄໍາ​ໄຊ, ສະຫາຍ ບຸນ​ມາ ບຸ​ຈະ​ເລີ​ນ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ ບໍລິ​ຄໍາ​ໄຊ ​ແລະ ສະຫາຍ ບຸນ​ເສັງ ປະຖໍາມະ​ວົງ ຮອງ​ເຈົ້າ​ແຂວງ​ບໍລິ​ຄໍາ​ໄຊ.

ໃນ​ໂອກາດ​ນີ້, ສະຫາຍ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່ການ​ນໍາ ​ແລະ ພະນັກງານຫລັກ​ແຫລ່ງຂອງ​ແຂວງ​ ໂດຍ​ສະຫາຍ​ໄດ້​ສະ​ແດ​ງຄວາມ​ຍ້ອງຍໍ​ຊົມ​ເຊີຍ​ ຕໍ່​ຜົນງານທີ່​​ແຂວງ​ຍາດມາ​ໄດ້​ ໄລຍະ​ຜ່ານ​ມາ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ໃນ​ຕໍ່ໜ້າ ​ເຊິ່ງ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ​ບໍລິ​ຄໍາ​ໄຊ ​ເອົາ​ໃຈ​ໃສ່​ສືບ​ຕໍ່​ປະຕິບັດ​ ວຽກ​ງານປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ​ ໃຫ້​ໜັກ​ແໜ້ນ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​ທົ່ວ​ສັງຄົມ, ​ເອົາ​ໃຈ​ໃສ່​ພັດທະນາ​ເສດຖະກິດ-​ສັງຄົມ​ ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ ມະຕິ x ຂອງ​ສູນ​ກາງ​ພັກ ​ວາງ​ອອກ​ໃຫ້​ປະກົດຜົນ​ເປັນ​ຈິງ.

bolikhamxay1

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!