Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງອຸດົມໄຊ ດັກຈັບພໍ່ຄ້າຢາເສບຕິດລາຍໃຫຍ່ ພົບຂອງກາງ 60 ພັນເມັດ!

ປກສ ແຂວງອຸດົມໄຊ ດັກຈັບພໍ່ຄ້າຢາເສບຕິດລາຍໃຫຍ່ ພົບຂອງກາງ 60 ພັນເມັດ!

Published on

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕົນ ສາມາດຈັບຂະບວນການ ຄ້າຢາເສບຕິດລາຍໃຫຍ່ ເຊິ່ງມີຜູ້ຕ້ອງຫາຄື ທ້າວ ໃຈຢາງ ອາຍຸ 30 ປີ ແລະ ທ້າວ ໄຊເງິນ ວາງ ອາຍຸ 27 ປີ ທັງສອງຢູ່ບ້ານໜອງບົວແດງ ເມືອງຮຸນ ແຂວງອຸດົມໄຊ ພ້ອມຂອງກາງຢາບ້າ 60 ພັນເມັດ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ ໃນແຂວງຕົນ ຈຶ່ງໄດ້ຈັດກຳລັງເຈົ້າໜ້າທີ່ ຕັ້ງດ່ານກວດຕາມເສັ້ນທາງເປົ້າໝາຍ ແລະ ຮອດເວລາປະມານ 16:00 ໂມງ ຂອງວັນທີ 6 ກໍລະກົດນີ້ ຈຶ່ງເຫັນລົດເປົ້າໝາຍກະບະວີໂກສີປອນ ໝາຍເລກທະບຽນ ກບ 7804 ກຳແພງນະຄອນ ຂັບຂີ່ຕາມເສັ້ນທາງ ແຕ່ເມືອງໄຊຫາເມືອງແບງ ຈຶ່ງໄດ້ສະກັດລົດເພື່ອກວດຄົ້ນ ແລະ ພົບເຫັນຢາບ້າຈຳນວນ 60 ພັນເມັດ ຊຸກເຊື່ອງໄວ້ໃນລົດດັ່ງກ່າວ ຈຶ່ງໄດ້ກັກຕົວຜູ້ຕ້ອງຫາທັງສອງ ແລະ ຍຶດຂອງກາງໄວ້ເປັນຫລັກຖານ ເພື່ອດຳເນີນຄະດີຕາມກົດໝາຍ, ພ້ອມທັງຍຶດລົດກະບະ, ເງິນ 6 ແສນກວ່າກີບ, 5.140 ບາດ (ສະກຸນເງິນໄທ), ໂທລະສັບ 3 ໜ່ວຍ ທີ່ໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດຄັ້ງນີ້ ແລະ ຄະດີຢາເສບຕິດລາຍນີ້ ເຈົ້າໜ້າທີ່ຍັງຈະຂະຫຍາຍຜົນ ຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...