Homeຂ່າວຕ່າງປະເທດກູເວດ​ຂຶ້ນຄ່າ​ແຮງ​ງານ​ຂັ້ນ​ຕໍ່າ​ໃຫ້​ແມ່​ບ້ານ​ຕ່າງ​ຊາດ

ກູເວດ​ຂຶ້ນຄ່າ​ແຮງ​ງານ​ຂັ້ນ​ຕໍ່າ​ໃຫ້​ແມ່​ບ້ານ​ຕ່າງ​ຊາດ

Published on

ລັດຖະບານ​ກູ​ເວດ​ກຳນົດ​ອັດຕາ​ຄ່າ​ຈ້າງ​ແຮງ​ງານ​ຂັ້ນ​ຕໍ່າ ສຳລັບ​ແຮງ​ງານ​ແມ່​ບ້ານ​ຕ່າງຊາດຫຼາຍ​ແສນ​ຄົນ ສ່ວນ​ໃຫຍ່​ເປັນ​ແມ່ຍິງ​ຄົນ​ອາຊີ ນັບ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ກຸ່ມ​ປະ​ເທດ​ອ່າວ​ເປີ​ເຊຍ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງາ​ນວ່າ: ທ່ານ ​ໂມ​ຮຳ​ໝັດ ຄາ​ຫຼິດ ອັລ-ຊາ​ບາ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​​ໃນ​ກູເວດ ກຳນົດ​ອັດຕາ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າ​ໄວ້​ຢູ່​ທີ່ 60 ດີ​ນາ​ຫຼື​ປະມານ 200 ​ໂດ​ລາ​ສະຫະລັດຕໍ່​ເດືອນ ​ແລະ ຍັງ​ໃຫ້​ແຮງ​ງານ​ຜູ້​ຊ່ວຍ​ແມ່​ບ້ານ​ໄດ້​ສິດທິ​ພິ​ເສດ​ອື່ນໆ​ຈຳນວນ​ຫຼາຍ ຊຶ່ງ​ກູ​ເວດ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ພາກ​ພື້ນ​ອ່າວ​ເປີ​ເຊຍ ທີ່​ກຳນົດ​ລະບຽບ​ສະພາບ​ການ​ການ​ເຮັດ​ວຽກ​ຂອງ​ແຮງ​ງານ​ຄົນ​ໃຊ້ ຂະນະ​ທີ່ກຸ່ມ​ຮີ​ວ​ແມນ ​ໄຣ ວອດ ​ແລະ ​ແນວ​ຮ່ວມ​ຮຽກຮ້ອງ​ໃຫ້​ປະ​ເທດ​ອື່ນໆ​ດຳ​ເນີນ​ຮອຍ​ຕາມ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເອົາ​ປຽບທີ່​ມີ​ຢູ່​ແພ່​ຫຼາຍ, ກົດ​ສະ​ດີກາ​ທີ່​ຜ່ານ​ການ​ອະນຸມັດ​ຈາກ​ກອງ​ປະຊຸມ​ລັດຖະສະພາ​ກູເວດ​ໃນ​ປີ​ທີ່​ຜ່ານ​ມາ ຍັງ​ກຳນົດ​ໃຫ້​ນາຍ​ຈ້າງ​ຕ້ອງ​ຈ່າຍ​ເງິນ​ເພີ່ມ​ຖ້າ​ຫາກ​ຄົນ​ໃຊ້​ເຮັດ​ວຽກ​ເກີນ​ກຳນົດ​ເວລາ ລວມທັງ​ແຮງ​ງານ​ມີ​ສິດທິ​ໄດ້​ພັກ​ປະຈຳ​ອາທິດ ​ແລະ ລາ​ພັກຜ່ອນ​ປະຈຳ​ປີ 30 ມື້ ​ໂດຍ​ໄດ້​ຮັບ​ຄ່າ​ຈ້າງ​ເຮັດ​ວຽກ​ມື້​ລະ 12 ຊົ່ວ​ໂມງ​ລວມທັງ​ໄລຍະ​ພັກ ​ແລະ ​ໄດ້​ຮັບ​ເງິນ​ເພີ່ມ​ພິ​ເສດ 1 ​ເດືອນ ​ເມື່ອ​ສິ້ນ​ສຸດ​ສັນຍາ.

ປະຈຸ​ບັນ​ ແຮງ​ງານ​ຄົນ​ໃຊ້​ຢູ່​ໃນ​ກູ​ເວດ​ປະມານ 6 ​ແສນ​ຄົນ ຊຶ່ງ​​ເປັນ​ສ່ວນ​ໜຶ່ງ​ຂອງ​ກອງທັບ​ແຮງ​ງານ 2,4 ລ້ານ​ຄົນ ທີ່​ກະຈາຍ​ຢູ່​ທົ່ວ​ຕາ​ເວັນ​ອອກ​ກາງ ​ແລະ ກຸ່ມ​ຄົນ​ເຫຼົ່າ​ນີ້​ບໍ່​ໄດ້​ຮັບ​ຄວາມ​ຄຸ້ມ​ຄອງ​ຈາກ​ກົດໝາຍ​ແຮງ​ງານ ​ແລະ ກຸ່ມ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ອື່ນໆ ​ເຮັດ​ໃຫ້ການ​ບັນທຶກ​ການລະ​ເມີດ​ສິດທິ​ຂອງ​ແຮງ​ງານ​ແພ່​ຫຼາຍ​ຂຶ້ນ ຊຶ່ງ​ລວມທັງ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ, ​ເຮັດ​ວຽກ​ດົນ​ກວ່າ​ກຳນົດ​ໃນ​ແຕ່​ລະ​ມື້​ໂດຍ​ບໍ່​ມີ​ວັນ​ພັກ, ຖືກ​ທຳຮ້າຍ​ຮ່າງກາຍ, ບໍ່​ມີ​ຊ່ອງ​ທາງ​ຈະ​ແຈ້ງ​ໃນ​ການ​ຮັບ​ການຊ່ວຍເຫຼືອ​ຫຼື​ເງິນຊົດ​ເຊີຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...