ນັກວິເຄາະລະບຸ ຈີນຈະແຊງໜ້າອາເມຣິກາ ເປັນປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ ພາຍໃນປີ 2026 ນີ້!

558000007479502

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມິຖຸນານີ້ ໂດຍອ້າງບົດວິເຄາະສະບັບລ່າສຸດຂອງ ອີໂຄໂນມິສຕ໌ ອິນເທລິເຈັນ ຢູນິດ (Economist Intelligence Unit) ຫລື EIU ເຊິ່ງເປັນສື່ດັງດ້ານການວິເຄາະເສດຖະກິດ ຕັ້ງຢູ່ນະຄອນຫລວງລອນດອນ ປະເທດອັງກິດ ໄດ້ຄາດການວ່າ ປະເທດສາທາລະນະລັດປະຊາຊົນຈີນ ຈະໃຊ້ເວລາພຽງ 11 ປີເທົ່ານັ້ນ ຫລື ພາຍໃນປີ 2026 ນີ້ ກໍຈະສາມາດກ້າວແຊງໜ້າສະຫະລັດອາເມຣິກາ ຂຶ້ນເປັນດິນແດນທີ່ມີຂະໜາດຂອງເສດຖະກິດໃຫຍ່ທີ່ສຸດຂອງໂລກໄດ້ ແລະ ຫລັງຈາກນັ້ນ ພາຍໃນປີ 2050 ເສດຖະກິດຂອງຈີນ ກໍຈະເຕີບໂຕມີມູນຄ່າສູງສຸດເຖິງ 105 ລ້ານລ້ານໂດລາສະຫະລັດ ເຊິ່ງທຽບຍອດການເຕີບໂຕສູງກ່ວາເສດຖະກິດຂອງສະຫະລັດອາເມຣິກາເຖິງ 1.5 ເທົ່າ ໂດຍສະຫະລັດອາເມຣິກາເອງ ຈະຢູ່ທີ່ລະດັບ 71 ລ້ານລ້ານໂດລາເທົ່ານັ້ນ.

558000007479504