Homeຂ່າວການພັດທະນາລັດຖະມົນຕີວ່າການ ກະຊວງ ຍ.ທ.ຂ ຊີ້ແຈງ ການຄຸ້ມຄອງ - ນຳໃຊ້ລົດລັດທີ່ບໍ່ຖືກຕ້ອງ!

ລັດຖະມົນຕີວ່າການ ກະຊວງ ຍ.ທ.ຂ ຊີ້ແຈງ ການຄຸ້ມຄອງ – ນຳໃຊ້ລົດລັດທີ່ບໍ່ຖືກຕ້ອງ!

Published on

yotha

ເມື່ອທ້າຍອາທິດຜ່ານມານີ້, ທ່ານ ດຣ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ,​ ໄດ້​ອອກມາຊີ້ແຈງຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ປະຊາຊົນ​ກ່ຽວກັບກໍລະນີການຄຸ້ມຄອງພາຫະນະຂອງລັດ, ພາຍຫລັງເຫັນວ່າມີຈຳ ນວນບໍ່ໜ້ອຍຖືກນຳໃຊ້ບໍ່ຖືກເປົ້າໝາຍເຊັ່ນ: ໃຫ້ລູກຂີ່ໄປໂຮງຮຽນ, ຈອດຕາມຮ້ານ ອາຫານ ແລະ ສະຖານບັນເທິງຕ່າງໆ, ເຊິ່ງນັບວ່າບໍ່ມີຄວາມເໝາະສົມ ແລະ ຕໍ່​ບັນຫາດັ່ງກ່າວ, ທ່ານ​ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກໍ​ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່ປະກົດການທີ່ສັງຄົມມີຄວາມ​ເປັນ​ຫ່ວງວ່າ: ​ໃນ​ໄລຍະ​ຜ່ານ​ມາ​ສັງ​ເກດ​ເຫັນ​ວ່າ​ລົດ​ທີ່​ລັດຖະບານ​ຈັດ​ຊື້​ເພື່ອ​ປະກອບ​ໃຫ້​ບັນດາ​ການ​ນຳ ຫລື​ບັນດາ​ກະຊວງ​ຈັດ​ຊື້​ເພື່ອ​ມາ​ຮັບ​ໃຊ້​ວຽກພາຍ​ໃນ​ກະຊວງ ​ແລະ ລົດ​ທີ່​ນຳ​ເຂົ້າມາ​ຮັບ​ໃຊ້​ບັນດາ​ໂຄງການ​ຕ່າງໆ​ຂອງ​ລັດ​ແມ່ນ​ມີ​ການ​ປະກອບ​ເອກະສານ​ຄົບ​ຖ້ວນ ​ແລະ ນຳ​ເຂົ້າຖືກຕ້ອງ​ຕາມ​ຂັ້ນຕອນ​ທີ່​ກຳນົດ​​ໄວ້. ສຳລັບ​ລົດ​ທີ່​ແຂວງ​ອອກ​ຂໍ້​ຕົກ​ລົງ​ນຳ​ເຂົ້າ​ໃຫ້​ແກ່​ພະນັກງານ, ບັນດາຂະ​ແໜງ​ການ​ຕ່າງໆ​ພາຍ​ໃນ​ແຂວງ​ກໍແມ່ນ​ມີ​ຈຳນວນ​ບໍ່​ໜ້ອຍ​ທີ່​ໄປ​ຂໍຂຶ້ນທະບຽນ​ກ່ອນ ​ແລະ ນຳ​ໃຊ້​​ໃບ​ທະບຽນ​ຊົ່ວຄາວ, ຂະນະດຽວກັນກໍມີລົດ​ຈຳນວນ​ໜຶ່ງ​ບໍ່​ສາມາດ​ປະກອບ​ເອກະສານ​ຄົບ​ຖ້ວນ​ໄດ້​ເນື່ອງ​ຈາກ​ບໍ່​ມີ​ເອກະສານ​ຈົດ​ທະບຽນ​ເປັນ​ຊັບ​ສິນ​ຂອງ​ລັດ, ບໍ່​ມີ​ໃບຢັ້ງຢືນ​ການ​ເສຍ​ພາສີ, ​ເຊິ່ງ​ໃນ​ກໍລະນີ​ນີ້ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແມ່ນ​ບໍ່​ສາມາດ​ພິມ​ໃບ​ທະບຽນ​ຖາວອນ​ໃຫ້​ໄດ້. ສ່ວນ​ລົດ​ລັດ​ທີ່​ຂາຍ​ນະ​ໂຍບາຍ​ໃຫ້​ແກ່​ພະນັກງານ​ບຳນານ, ພະນັກງານ​ຜູ້​ທີ່​ມີ​ຜົນງານ ຫລື ສະ​ສາງ​ຂາຍ​ອອກ​ໃຫ້​ບຸກຄົນ​ທົ່ວ​ໄປ, ພາຍຫລັງ​ທີ່​ໄດ້​ຮັບ​ສິດ​ແລ້ວ​ບໍ່​ມາ​ລົບ​ລ້າງເອກະສານ ​ແລະ ຖອດ​ປ້າຍ ໝາຍວ່າຍັງ​ນຳ​ໃຊ້​ປ້າຍ​ລັດ​ເພື່ອ​ເຄື່ອນ​ໄຫວ​ວຽກ​ງານ​ສ່ວນ​ຕົວ ​ເຊິ່ງກໍລະນີ​ດັ່ງກ່າວ​ແມ່ນ​ຍັງ​ມີ​ເປັນ​ຈຳນວນ​ຫລາຍ, ດັ່ງນັ້ນ​ເພື່ອ​ຈຳກັດ ​ແລະ ​ແກ້​ໄຂ​ການ​ນຳ​ໃຊ້​ລົດ​ລັດ​ຄື​ດັ່ງກ່າວ​ມານີ້ຈຶ່ງ​ສະ​ເໜີ​ຫາ​ທຸກ​ພາກສ່ວນ​ຕ້ອງ​ເປັນ​ເຈົ້າການ​ຮ່ວມ​ກັນ​ໃນ​ການ​ກວດກາ​ຕິດຕາມ​ຍານພາຫະນະ​ຂອງ​ລັດ​ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ເຂັ້ມກວ່າ​ເກົ່າ, ໂດຍສະເພາະ​​ໃນ​ເມື່ອ​ສະ​ສາງ​ຂາຍ​ອອກ​ແລ້ວກໍ​ຄວນ​ລົບ​ລ້າງ​ເອກະສານ ​ແລະ ປົດ​ປ້າຍ​ລັດ​ອອກ​ທັນທີ, ນອກ​ນັ້ນກໍ​ຕ້ອງ​ຢຸດຕິ​ການ​ອອກ​ອະນຸຍາດ​ໃຫ້​ລົດ​ທີ່​ບໍ່​ຖືກຕ້ອງ​ຂຶ້ນທະບຽນ​ເປັນ​ປ້າຍ​ລັດຖະການ​ເພື່ອ​ຕັດຂັ້ນຕອນ​ການ​ນຳ​ເຂົ້າພາຫະນະ​ໃຫ້​ກະທັດ​ຮັດ​ລົງທັງ​ສະດວກ​ໃນ​ການຈັດຕັ້ງປະຕິບັດ ແລະ​ໃນຕໍ່ໜ້າກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ມີ​ທິດ​ຈະ​ມອບ​ວຽກ​ກວດກາ​ຜ່ານ​ເຕັກນິກ​ພາຫະນະ​ນຳ​ເຂົ້າ​ໃຫ້​ພາກສ່ວນ​ພາສີ​ປະຈຳ​ດ່ານ​ສາກົນ​ເປັນ​ຜູ້​ຮັບຜິດຊອບ​ເລີຍ,​ ເຊິ່ງການ​ອະນຸຍາດ​ນຳ​ເຂົ້າຕ້ອງ​ມີ​ເປົ້າໝາຍ​ນຳ​ໃຊ້​ໃນ​ວຽກ​ງານ​ຂອງ​ລັດ​ແທ້ ​ແລະ ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການວາງ​ອອກ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...