ຖວທ ແຂວງຫລວງພະບາງ ຊະນະເລີດແຂ່ງຂັນຮູບເງົາສັ້ນ ຫົວຂໍ້ 40 ປີ ແຜ່ນດິນແມ່ທີ່ແສນຮັກ

l256

ຂປລ. ຮູບເງົາເລື່ອງສັ້ນໝໍເອກ ຈາກພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຫລວງພະບາງ ໄດ້ຮັບລາງວັນທີ1 ໄດ້ຮັບຂັນລາງວັນ1 ໜ່ວຍ, ເງິນສົດຈຳນວນ 8 ລ້ານກີບ, ພ້ອມໃບຢັ້ງຢືນຈາກການປະກາດຜົນການແຂ່ງຂັນຮູບເງົ່າທົ່ວປະເທດ ໃນຫົວຂໍ້ 40 ປີ ແຜ່ນດິນແມ່ທີ່ແສນຮັກ ​ເຊິ່ງ​ໄດ້​ຈັດ​ຂຶ້ນໃນວັນທີ 25 ພະຈິກ 2015 ຢູ່ກົມຮູບເງົາ ນະຄອນຫລວງວຽງຈັນ, ລາງວັນ​ທີ 2  ຄື ເລື່ອງເທິງແຜ່ນດິນລະບອບໃໝ່ ໄດ້ຮັບຂັນລາງວັນຂັນ 1 ໜ່ວຍເງິນສົດຈຳນວນ 5 ລ້ານກີບ, ພ້ອມໃບຢັ້ງຢືນ, ລາງວັນທີ 3 ເລື່ອງຄວາມຫວັງຂອງບ້ານເຮົາ ໄດ້ຮັບຂັນ 1 ໜ່ວຍ,ເງິນສົດ 3 ລ້ານກີບ, ພ້ອມໃບຢັ້ງຢືນ. ພ້ອມນີ້ ປະເພດຮູບເງົາສາລະຄະດີເລື່ອງ ຮ້ອງລຳແຜ່ນດິນແມ່ ຈາກພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ໄດ້ຮັບລາງວັນທີ 1 ພ້ອມ​ຂັນ 1 ໜ່ວຍ, ເງິນສົດ 8 ລ້ານກີບ ພ້ອມໃບຢັ້ງຢືນ ຈາກການປະກາດຜົນການແຂ່ງຂັນດັ່ງກ່າວ, ທີ 2 ປະເພດຮູບເງົາສາລະຄະດີ ແມ່ນເລື່ອງ ການຈັດສັນ ແລະ ຍົກຍ້າຍເມືອງກະລືມໃໝ່ ຈາກໂທລະພາບ ແຂວງເຊກອງ ໄດ້ຂັນ 1 ໜ່ວຍ, ເງິນສົດ ຈຳນວນ 5 ລ້ານກີບ, ພ້ອມໃບຢັ້ງຢືນ ແລະ ລາງ ວັນທີ 3 ຮູບເງົາສາລະຄະດີ ເລື່ອງໄຟຟ້າລາວ ກັບການແກ້ໄຂຄວາມທຸກຍາກ ຢູ່ແຂວງສາລະວັນ ຈາກພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ໄດ້ຮັບຂັນ1 ໜ່ວຍ,ເງິນສົດ 3 ລ້ານກີບ, ພ້ອມໃບຢັ້ງຢືນ.

ທ່ານ ດຣ. ບຸນຈອມ ວົງເພັດ ຫົວໜ້າກົມຮູບເງົາ ກ່າວວ່າ: ການແຂ່ງຂັນດັ່ງກ່າວ​ໄດ້ຈັດຂຶ້ນ ເພື່ອສ້າງຂະບວນການ ສະເຫລີມສະຫລອງ, ຄຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ເຊິ່ງຮູບເງົາ ສ່ວນໃຫຍ່ແມ່ນໄດ້ສ່ອງແສງ ໃຫ້ເຫັນເຖິງແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ-ລັດ ໃນການນຳພາປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເຫັນໄດ້ເຖິງວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດ ຂອງເຜົ່າຊົນ ແລະ ຄວາມອຸດົມສົມບູນຮັ່ງມີ ສວຍງາມຂອງປະເທດລາວ.

 

ແຫລ່ງຂ່າວ:

ຂປລ