spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ໄດ້ຮັບຫລຽນໄຊມິດຕະພາບ ຈາກລັດຖະບານຣັດເຊຍ

ທ່ານ ທອງລຸນ ສີສຸລິດ ໄດ້ຮັບຫລຽນໄຊມິດຕະພາບ ຈາກລັດຖະບານຣັດເຊຍ

Published on

padapka_thongloun1

ຂປລ. ໃນວັນທີ 25 ພະຈິກ 2015, ​ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ໄດ້ຮັບຫລຽນໄຊມິດຕະພາບຈາກລັດຖະບານ ສະຫະພັນ ຣັດເຊຍ, ໂດຍພິທີໄດ້ຈັດຂຶ້ນໃນໂອກາດ ງານສະເຫລີມສະຫລອງ ວັນສ້າງຕັ້ງສະມາຄົມ ມິດຕະພາບ ລາວຣັດເຊຍ ຄົບຮອບ 50 ປີ ແລະ ພິທີນຳສະເໜີໂຄງການ ໜັງສືຜ່ານແດນເອເລັກໂທນິກ ຫລື ອີປັດສະປໍ (E-passport), ​ເຊິ່ງໂຄງ​ການດັ່ງ​ກ່າວ​ນີ້ ໄດ້​ຮັບ​​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ລາວ ໃຫ້​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ ​ມາ​ແຕ່​ປີ 2012 ແລະ ຕາມ​ແຜນ​ການ​ ສະ​ເພາະ​ໜັງ​ສື​ຜ່ານ​ແດນ ​ເອ​ເລັກ​ໂທ​ຣ​ນິກ​ການ​ທູດ ຈະ​ເລີ່ມ​ນຳໃຊ້​ໃນ​ວັນ​ທີ 15 ມັງກອນ 2016, ສ່ວນ​ໜັງ​ສື​ຜ່ານ​ແດນ ເອເລັກ​ໂທ​ຣ​ນິກ ​ລັດ​ຖະ​ການ ແລະ ໜັງ​ສື​ຜ່ານ​ແດນ​ ເອເລັກ​ໂທ​ຣ​​ນິກທຳ​ມະ​ດາ ຈະ​ສາ​ມາດ​ເລີ່ມ​ນຳ​ໃຊ້​ ໃນ​ກາງ​ປີ 2016. ງານ ​ສະ​ຫລອງ ແລະ ພິ​ທີ​ດັ່ງ​ກ່າວ ຈັດ​ຂຶ້ນ​ທີ່ ນະຄອນຫລວງ​ວຽງ​ຈັນ, ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ລາວ-ຣັດ​ເຊຍ ຮ່ວມ​ກັບ​ສະ​ຖານ​ທູດ​ຣັດ​ເຊຍ ທີ່​ ນະ​ຄອນ​ຫລວງວຽງ​ຈັນ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ຂອງ​ຝ່າຍ​ລາວ ໂດຍ​ມີ​ບັນ​ດາ​ ລັດ​ຖະ​ມົນ​ຕີ​ວ່າ​ການ, ຊ່ວຍ​ວ່າ​ການ, ຫົວ​ໜ້າ​ກົມ​ ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ບັນ​ດາ​ກະ​ຊວງ ​ທີ່​ກ່ຽວ​ຂ້ອງ ແລະ ແຂກ​ຝ່າຍ​ຣັດ​ເຊຍ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ການມອບຫລຽນໄຊມິດຕະພາບຈາກລັດຖະບານຣັດເຊຍ ​ໃຫ້​ແກ່ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ຄັ້ງ​ນີ້ ​ແມ່ນຜົນງານ​ ການ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ ​ທີ່ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື ​ມີ​ມາ​ແຕ່​ຍາວ​ນານ ລະຫວ່າງ ລາວ-ຣັດ​ເຊຍ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ຕະຫລອດ​ມາ ອັນ​ພົ້ນ​ເດັ່ນ​ແມ່ນ​ ການ​ຊຸກຍູ້​ໃຫ້​ມີ​ການ​ແລກປ່ຽນ​ການຢ້ຽມຢາມ ​ໄປມາຫາສູ່​ກັນ ລະຫວ່າງ ການ​ນໍາ​ຂັ້ນ​ສູງ​ຂອງ ສປປ ລາວ ​ແລະ ສະຫະພັນຣັດ​​ເຊຍ ຢ່າງ​ເປັນ​ປົກກະ​ຕີ, ​ເຊິ່ງ​ມາ​ໃນ​ໄລຍະ​ໃໝ່​ ​ການ​ພົວພັນ​ຮ່ວມ​ມື ຂອງ​ສອງ​ປະ​ເທດ ລາວ-ຣັດ​ເຊຍ ​ໄດ້​ກ້າວ​ຂຶ້ນ​ສູ່​​ລະດັບ​ໃໝ່ ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ນໍາ​ກັນ.

padapka_thongloun2

ຄຽງ ​ຄູ່​ກັບ​ການ​ຮ່ວມ​ມື ​ທາງ​ດ້ານ​ການ​ເມືອງ​ ​ທ່ານ​ ຮອງນາຍົກລັດຖະມົນຕີ ຍັງ​ມີ​ບົດບາດ ​ແລະ ປະກອບ​ສ່ວນ​ອັນ​ສໍາຄັນ​ ຊຸກຍູ້ການ​ຮ່ວມ​ມື ດ້ານ​​ເສດຖະກິດ-​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ ​ສື​ກສາ-​ວັດທະນະ​ທໍາ ​ແລະ ດ້ານ​ອື່ນໆ. ຕໍ່​ຜົນງານ​ ​​​ແລະ ຄຸນງາມຄວາມດີ ​ໃນ​ການ​ປະກອບສ່ວນ ​ຢ່າງ​ຫ້າວຫັນດັ່ງກ່າວ ລັດຖະບານຣັດ​ເຊຍ ຈຶ່ງ​ໄດ້​ມອບ​ຫລຽນ​ໄຊ​ມິດຕະພາບ ​ໃຫ້​ແກ່ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ​ ​ໃນ​ໂອກາດປີ 2015 ນີ້, ​ເຊິ່ງເປັນ​ປີ​ສອງ​ປະ​ເທດ ສະ​ເຫລີມສະຫລອງ ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ ​ການ​ທູດ ລາວ-ຣັດ​ເຊຍ ຄົບຮອບ 55 ປີ ​ແລະ ວັນ​ສ້າງ​ຕັ້ງ​ສະມາຄົມ​ ມິດຕະພາບ ລາວ-ຣັດ​ເຊຍ ຄົບຮອບ 50 ປີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...