ຊົມເຊີຍ! ເມືອງປະທຸມພອນ ທຳລາຍຕົ້ນກະທ້ອມ 12 ຕົ້ນ

0
787

ອີງຕາມ ຖະແຫຼງຂ່າວ ເມືອງ ປະທຸມພອນ ໃນວັນທີ 20 ມິຖຸນາ 2023 ຜ່ານມານີ້ວ່າ, ກຸ່ມ IV ປະທຸມພອນ ແຂວງຈຳປາສັກ ໄດ້ລົງຕັດທຳລາຍຕົ້ນກະທ່ອມ 12 ຕົ້ນ ຄື: ບ້ານຫ້ວຍໄຜ 11 ຕົ້ນ ແລະ ບ້ານ ທາງແບ່ງ 48 ຈຳນວນ 1 ຕົ້ນ. ເຊິ່ງນຳພາໂດຍ ທ່ານ ພັທ ບຸນຖອງ ວົງສະກຸນ ຫົວໜ້າ ປກສ ເມືອງປະທຸມພອນ, ມີເລຂາຄະນະພັກຮາກຖານກຸ່ມ IV ປະທຸມພອນພ້ອມຄະນະ, ອຳນາດການປົກຄອງບ້ານດັ່ງກ່າວ.

ໂດຍຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 13 ລົງວັນທີ 14 ກັນຍາ 2022, ກ່ຽວກັບການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າ-ຂາຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາເຂົ້າ-ສົ່ງອອກ ພືດທີ່ມີສານເສບຕິດ (ໃບກະທ່ອມ) ຫລື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆໂດຍບໍ່ຖືກຕ້ອງຕາມກົດໝາຍ.