spot_img
Homeຂ່າວຕ່າງປະເທດຕຳຫຼວດບຸກຄົ້ນສຳນັກງານ Paris 2024 ເພື່ອກວດສອບການທຸຈະລິດ

ຕຳຫຼວດບຸກຄົ້ນສຳນັກງານ Paris 2024 ເພື່ອກວດສອບການທຸຈະລິດ

Published on

ສຳນັກງານໄອຍະການດ້ານການເງິນຝຣັ່ງ ເປີດເຜີຍວ່າ ການບຸກຄົ້ນຄັ້ງນີ້ມາຈາກຂໍ້ກ່າວຫາທີ່ຝ່າຍຈັດໂອລິມປິກເກມ 2024 ຫຼື ປາຣີສເກມ ສໍ້ໂກງເງິນທຶນສາທາລະນະ ແລະ ການເຮັດໃຫ້ພັກພວກຕົນເອງໄດ້ຮັບຜົນປະໂຫຍດກ່ຽວກັບການຈັດການແຂ່ງຂັນ.

ຕຳຫຼວດກຳລັງກວດສອບຂໍ້ກ່າວຫາເລື່ອງການໃຊ້ຄົນພັກພວກຕົນເອງ ທີ່ໃຊ້ໜີ້ສາທະລະນະໃນທາງທີ່ຜິດ ມາຈາກການກໍ່ສ້າງ.

ໂດຍມີງົບປະມານທີ່ເພີ່ມຂຶ້ນເປັນ 8,8 ຕື້ເອີໂຣ ຈາກການປະເມີນຄັ້ງທຳອິດໃນປີ 2017 ແມ່ນ 6,6 ຕື້ເອີໂຣ.

ຄ່າໃຊ້ຈ່າຍດ້ານໂຄງສ້າງ-ສະໜາມຕ່າງໆ ປະມານ 4 ຕື້ເອີໂຣ ຈາກການທີ່ເຄີຍປະເມີນໄວ້ແມ່ນ 3,2 ຕື້ເອີໂຣ ເນື່ອງຈາກປາຣີສມີສິ່ງກໍ່ສ້າງພື້ນຖານເຫຼົ່ານີ້ຢູ່ແລ້ວ ສ່ວນຄ່າຮັກສາຄວາມປອດໄພກໍປະມານ 400 ລ້ານເອີໂຣ ແຕ່ຍັງບໍ່ມີການນຳເຂົ້າມາລວມກັບງົບປະມານດັ່ງກ່າວ.

ເຖິງວ່າຈະເປັນເລື່ອງໃຫຍ່ ແຕ່ທາງຄະນະກຳມະການໂອລິມປິກສາກົນ ຫຼື IOC ລະບຸວ່າ ໄດ້ຮັບແຈ້ງແລ້ວວ່າຈະມີການກວດຄົ້ນ ແລະ ທາງປາຣີສກໍໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ເປັນຢ່າງດີ.

ຢ່າງໃດກໍຕາມ ນີ້ບໍ່ແມ່ນຄັ້ງທຳອິດທີ່ຜູ້ຈັດງານໂອລິມປິກຖືກສອບສວນ ໃນຕົ້ນປີທີ່ຜ່ານມາ ໄອຍະການຍີ່ປຸ່ນຟ້ອງບໍລິສັດ 6 ແຫ່ງ ທີ່ຕ້ອງສົງໄສວ່າສໍ້ໂກງການປະມູນ ມູນຄ່າ 320 ລ້ານໂດລາສະຫະລັດ ເພື່ອໃຫ້ໜ້າທີ່ ແລະ ສ່ວນແບ່ງໃນການແຂ່ງຂັນໂຕກຽວເກມ 2020 ເຊິ່ງນຳມາສູ່ການກວດສອບທີ່ດົນເກືອບປີ ແລະ ຖືກສັກທອດ ຈົນມີການປົດ ແລະ ລາອອກຈາກຕຳແໜ່ງ ຂອງບັນກາຜູ້ນຳອົງກອນທີ່ກ່ຽວຂ້ອງກັບເລື່ອງນີ້ໄປຫຼາຍຄົນ.

ແຫຼ່ງຂ່າວ ອັລຈາຊີລາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...