ງານ​ເປີດ​ໂລກ​ແຫ່ງ​ການ​ລົງ­ທຶນ​ ສົ່ງ­ເສີມ​ການ​ຮຽນ​ຮູ້​ຮຸ້ນ

188debc459f6b7d74c510da8b51f5bed

ງານ “ເປີດ​ໂລກ​ແຫ່ງ​ການ​ລົງ ທຶນ” ເປັນ​ໂອ­ກາດ​ຄັ້ງ​ດຽວ​ໃນ​ໜຶ່ງ​ປີ​ທີ່ ຕະ­ຫຼາດ​ຫຼັກ​ຊັບ​ລາວ​ຈັດ​ຂຶ້ນ ເພື່ອ​ເປັນ​ເວ­ທີ​ແຫ່ງ​ການ​ສຶກ​ສາ​ຮຽນ​ຮູ້​ກ່ຽວ​ກັບ​ການ​ລົງ­ທຶນ​ຮຸ້ນ​ຂອງ​ ຜູ້​ທີ່​ມີ​ຄວາມ​ສົນ­ໃຈ​ເພາະ​ໄດ້​ເຕົ້າ­ໂຮມ​ທຸກ​ພາກ­ສ່ວນ​ທີ່​ກ່ຽວ​ພັນ​ກັບ​ ຕະ­ຫຼາດ​ທຶນ​ເຂົ້າ​ມາ​ຮ່ວມ​ວາງ­ສະ­ແດງ, ບໍ­ລິ­ການ ແລະ ອະ­ທິ­ບາຍ​ຕອບ​ຂໍ້​ຊັກ​ຖາມ​ທີ່​ຢາກ​ໄດ້​ຄຳ​ຕອບ​ຂອງ​ເຫຼົ່າ​ນັກ​ລົງ­ທຶນ.

ຕະ​ຫຼາກ​ຫຼັກ​ຊັບ​ລາວ​ໄດ້​ຈັດ​ງານ​ເປີດ ໂລກ​ແຫ່ງ​ການ​ລົງ­ທຶນ​ຂຶ້ນ​ໃນ​ແຕ່​ລະ​ປີ ແລະ ປີ​ນີ້​ຈັດ​ຂຶ້ນ​ພາຍ​ໃຕ້​ຫົວ­ຂໍ້ “5 ປີ​ຕະຫຼາດ​ຫຼັກ​ຊັບ​ລາວ​ກ້າວ​ສູ່ ເອ​ອີ​ຊີ” ງານນີ້​ເປັນ​ການ​ເປີດ​ກວ້າງ​ໃຫ້​ບັນ­ດາ​ພາກສ່ວນ​ກ່ຽວ­ຂ້ອງ​ກັບ​ຕະ­ຫຼາດ​ຫຼັກ ​ຊັບ​ໄດ້ ມາ​ວາງ­ສະ­ແດງ​ຜົນ­ງານ, ສິນ­ຄ້າ, ການບໍ­ລິ­ການ​ຂອງ​ຕົນ​ຕໍ່​ມວນ​ຊົນ ຊຶ່ງ​ປະ­ກອບມີ​ທະ­ນາ­ຄານ​ແຫ່ງ ສປປ ລາວ, ສຳ­ນັກງານ​ຄຸ້ມ​ຄອງ​ຫຼັກ​ຊັບ, ຕະ­ຫຼາດ​ຫຼັກ​ຊັບ ລາວ, ບໍ­ລິ­ສັດ​ຫຼັກ​ຊັບ, ບໍ­ລິ­ສັດ​ຈົດ​ທະບຽນ, ທີ່​ປຶກ­ສາ, ບໍ­ລິ­ສັດ​ກວດ​ສອບ​ລວມເຖິງ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ມີ​ເປົ້າໝາຍ​ຈະ​ ຈົດ​ທະ­ບຽນ ເພື່ອ​ລະ­ດົມ​ທຶນ​ຢູ່ຕະ­ຫຼາດ​ຫຼັກ​ຊັບ​ໄດ້​ມາ​ແນະ­ນຳ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ ​ຕໍ່​ສັງ­ຄົມ.

ທີ່​ສຳ­ຄັນ​ງານ​ນີ້​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບຟັງ​ການ​ສົນ­ທະ­ນາ​ແລກ­ປ່ຽນ​ ຄຳ​ຄິດ​ເຫັນ ຈາກ​ຄະ­ນະ​ຜູ້​ບໍ­ລິ­ຫານ​ຂອງ​ບໍ­ລິ­ສັດ​ຈົດ ທະ­ບຽນ ແລະ ເປົ້າ​ໝາຍ​ຈົດ​ທະ­ບຽນ​ໃນ​ຫຼາຍໆ​ຫົວ­ຂໍ້​ທີ່​ລ້ວນ​ແຕ່​ກ່ຽວ­ຂ້ອງ​ກັບ​ບົດ ຮຽນ, ປະ­ສົບ​ການ​ໃນ​ການ​ລະ­ດົມ​ທຶນ, ຜົນ​ປະ­ໂຫຍດ​ຈາກ​ການ​ຈົດ​ທະ­ບຽນ, ປະໂຫຍດ​ຂອງ​ທຸ­ລະ​ກິດ​ໃນ​ການ​ເຂົ້າ​ສູ່​ປະ ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ, ການ​ລົງ­ທຶນຮຸ້ນ ແລະ ປະ­ເດັນ​ອື່ນໆ​ທີ່​ມີ​ຄວາມ​ສົນ­ໃຈ.

ບໍ່​ພຽງ​ເທົ່າ​ນີ້​ເວ­ທີ​ດັ່ງ­ກ່າວ​ຍັງ​ເປີດ​ໂອ­ກາດ​ໃຫ້​ຜູ້​ທີ່​ມີ​ຄວາມ ​ ສົນ­ໃຈ​ກໍ​ຄື​ຢາກ​ກ້າວ​ເຂົ້າ​ໄປ​ເປັນ​ນັກ​ລົງ­ທຶນ ເພື່ອ​ແລກ ປ່ຽນ​ຊື້-ຂາຍ​ຮຸ້ນ​ຢູ່​ຕະ­ຫຼາດ​ຫຼັກ​ຊັບ​ລາວ ສາ­ມາດ​ຫາ​ຄຳ​ຕອບ​ໃນ​ບັນ­ຫາ​ຕ່າງໆ​ທີ່​ຍັງ​ຄ້າງຄາ​ໃຈ ໂດຍ​ຜ່ານ​ການ​ສອບ​ຖາມ​ບັນ­ດານັກ­ວິ­ຊາ­ການ​ຂອງ​ບໍ­ລິ­ສັດ​ຕ່າງໆ​ອີກດ້ວຍ.

ໃນ​ໂອ­ກາດ​ດັ່ງ­ກ່າວ​ນີ້​ທ່ານ ວັນ​ຄຳ ວໍ​ຣະ​ວົງ ປະ­ທານ​ຄະ­ນະ, ຫົວ­ໜ້າ​ໃຫຍ່​ຜູ້​ບໍ­ລິ­ຫານ​ຕະ­ຫຼາດ​ຫຼັກ​ຊັບ​ລາວ ຊຶ່ງ​ມາ ຮັບ​ຕຳ­ແໜ່ງ​ໃໝ່​ໄດ້​ມີ​ຄຳ​ເຫັນ​ວ່າ: ຕົວ​ເພິ່ນ​ເອງ​ພ້ອມ​ແລ້ວ​ທີ່​ຈະ​ສານ​ຕໍ່​ພາ­ລະກິດ ແລະ ວິ­ໄສ​ທັດ​ຂອງ​ຕະ­ຫຼາດ​ຫຼັກ​ຊັບ ລາວ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ໂດຍ​ສືບ­ຕໍ່​ເຮັດ​ໃຫ້​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ກາຍ­ເປັນທາງ​ເລືອກ​ໃໝ່​ທີ່​ມີ​ ປະ​ສິດ­ທິ​ຜົນ​ໃນ​ການລະ­ດົມ​ທຶນ​ສຳ­ລັບ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະກິດ, ເພີ່ມ​ສະ­ພາບ​ຄ່ອງ ແລະ ສະ­ໜອງ​ການ​ບໍ­ລິ­ການ​ທີ່​ມີ​ຄວາມໂປ່ງ​ໃສ, ຍຸ­ຕິ​ທຳ​ຄຽງ​ຄູ່​ຄວາມ​ທັນ​ສະ­ໄໝ​ເຮັດ​ໃຫ້​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ກາຍ­ເປັນ​ ຕະຫຼາດ​ທີ່​ມີ​ປະ­ສິດ­ທິ­ພາບ​ໃນ​ການ​ແຂ່ງ­ຂັນເພື່ອ​ຮອງ​ຮັບ​ການ​ເຊື່ອມ​ໂຍງ​ ກັບ​ຕະຫຼາດ​ຫຼັກ​ຊັບ​ແຫ່ງ​ຕ່າງໆ​ຂອງ​ພາກ​ພື້ນອາ​ຊຽນ​ໃນ​ອະ­ນາ­ຄົດ​ອັນ​ໃກ້​ ນີ້.

ງານ​ເປີດ​ໂລກ​ແຫ່ງ​ການ​ລົງ­ທຶນ​ປະຈຳ­ປີ 2015 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກຸມພາຜ່ານ​ມາ​ ທີ່​ສຳ­ນັກ­ງານ​ຕະ­ຫຼາດ​ຫຼັກຊັບ​ລາວ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມຂອງ ທ່ານ ນາງ ວັດ­ທະ­ນາ ດາ­ລາ​ລອຍ ຮອງ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ, ມີ​ບັນ­ດາ​ບໍ­ລິ­ສັດ​ຫຼັກ​ຊັບ, ບໍ­ລິ­ສັດຈົດ​ທະ­ບຽນ, ນັກ​ລົງ­ທຶນ​ຕະ­ຫຼອດ​ຮອດນັກ­ຮຽນ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

b8b188f4858f852064de7c9051ac201f

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ