spot_img
Homeຂ່າວຕ່າງປະເທດກຸ່ມ IS ກຽມ​ປ່ອຍ​ຕົວ​ປະ​ກັນຊາວ​ອັດ​ຊີ​ຣຽນ 29 ຄົນ ສ່ວນ​ອີກ 200 ກ່​ວາ​ຄົນ ລໍ​ຖ້າ​ຕັດ​ສິນ​ໃຈ!

ກຸ່ມ IS ກຽມ​ປ່ອຍ​ຕົວ​ປະ​ກັນຊາວ​ອັດ​ຊີ​ຣຽນ 29 ຄົນ ສ່ວນ​ອີກ 200 ກ່​ວາ​ຄົນ ລໍ​ຖ້າ​ຕັດ​ສິນ​ໃຈ!

Published on

602156-01

ກຸ່ມ​ IS ກຽມ​ປ່ອຍ​ຕົວ​ປະ​ກັນ​ຊາວ​ອັດ​ຊີ​ຣຽນ ຜູ້​ນັບ​ຖື​ສາ​ສະ​ໜາ​ຄ​ຣິດ 29 ຄົນ ໃນ​ຂະ​ນະ​ທີ່​ຕົວ​ປະ​ກັນ​ກ່​ວາ 200 ຄົນ ຍັງ​ລໍ​ຖ້າ​ການ​ຕັດ​ສິນ​ໃຈ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ມີ​ນາ​ຜ່ານ​ມາ​ນີ້​ວ່າ ກຸ່ມ IS ໄດ້​ກຽມ​ປ່ອຍ​ຕົວ​ປະ​ກັນ​ຊາວ​ອັດ​ຊີ​ຣຽນ ຜູ້​ນັບ​ຖື​ສາ​ສະ​ໜາ​ຄ​ຣິດ 29 ຄົນ ສ່ວນ​ຊະ​ຕາ​ກຳ​ອີກ 200 ກ່​ວາ​ຄົນ ຍັງ​ບໍ່​ທັນ​ຊັດ​ເຈນ ຂຶ້ນ​ຢູ່​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ​ດັ່ງ​ກ່າວ ໂດຍ​ແຜນ​ການ​ປ່ອຍ​ຕົວ​ປະ​ກັນ​ໃນ​ຄັ້ງ​ນີ້ ກໍ​ຍັງ​ບໍ່​ທັນ​ຊັດ​ເຈນ​ເຊັ່ນ​ກັນ​ວ່າ ກຸ່ມ​ລັດ​ອິດ​ສະ​ລາ​ມ​ຕ້ອງ​ການ​ສິ່ງ​ໃດ​ເປັນ​ອັນ​ແລ​ກ​ປ່ຽນ ກັບ​ຊີ​ວິດ​ຕົວ​ປະ​ກັນ​ທັງ 29 ຄົນ.

ຢ່າງ​ໃດ​ກໍ​ຕາມ ຈຳ​ນວນ​ຕົວ​ປະ​ກັນ​ທັງ​ໝົດ ທີ່​ກຸ່ມ IS ໄດ້​ຈັບ​ກຸມ​ໄປ​ນັ້ນ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ສ່ວນ​ໃຫຍ່​ແລ້ວ​ເປັນ​ເດັກ​ນ້ອຍ, ແມ່​ຍິງ ແລະ ຄົນ​ຊະ​ລາ ໃນ​ຂະ​ນະ​ທີ່​ຕົວ​ປະ​ກັນ​ທີ່​ຖືກ​ສັງ​ຫານ​ນັ້ນ ກໍ​ມີ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ.

ທັງ​ນີ້ ນັບ​ຕັ້ງ​ແຕ່​ກຸ່ມ​ດັ່ງ​ກ່າວ ໄດ້​ປະ​ກາດ​ກໍ່​ຕັ້ງ​ລັດ​ອິດ​ສະ​ລາມ​ຂຶ້ນ ໃນ​ພື້ນ​ທີ່​ປະ​ເທດ​ອີ​ຣັກ ແລະ ຊີ​ເຣຍ​ແລ້ວ ກຸ່ມ​ດັ່ງ​ກ່າວ ໄດ້​ສັງ​ຫານ​ຜູ້​ຄົນ​ໄປ​ແລ້ວ​ຢ່າງ​ໜ້ອຍ 1,969 ຄົນ ໂດຍ 2 ໃນ 3 ເປັນ​ຊາວ​ບ້ານ​ຜູ້​ບໍ​ລິ​ສຸດ.

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...