ທ່ານ​ປະ­ທານ​ປະ­ເທດ ​ສຳ­ເລັດ​ການ​ຢ້ຽມ­ຢາມ ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ

eb8207a8cf700e86c3d7d26639b51dd3

ໂດຍ​ການ​ຕອບ​ສະ­ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ພະ​ບາດສົມ­ເດັດ ພະ​ບໍ​ຣົມ ມະ​ນຽດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ພະ​ມະ­ຫາ​ກະ­ສັດ​ແຫ່ງລາ­ຊະ​ອາ­ນາ­ຈັກກຳ­ປູ­ເຈຍ ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ປະທານ​ປະ­ເທດແຫ່ງສາ­ທາ­ລະ­ນະ​ລັດ ປະຊາ​ທິ​ປະ​ໄຕ ປະ­ຊາ­ຊົນ​ລາວ ພ້ອມ​ດ້ວຍ ພັນ​ລະ​ຍາ ແລະ ຄະ­ນະ​ໄດ້​ເດີນ­ທາງ​ໄປຢ້ຽມ­ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ລາ­ຊະ​ອາ­ນາຈັກກຳ­ປູ­ເຈຍ ເປັນ​ເວ­ລາ 3 ວັນ ແລະ ໄດ້​ເດີນ­ທາງ​ມາ​ເຖິງ​ນະ­ຄອນ­ຫຼວງ​ວຽງຈັນ ດ້ວຍ​ຄວາມ​ສະ­ຫວັດ­ດີ​ພາບ​ໃນ​ວັນ ທີ 28 ກຸມ­ພາ​ຜ່ານ​ມາ​ນີ້.

ການ​ຢ້ຽມ­ຢາມ​ທາງ​ລັດ​ຖະ​ກິດ​ລາຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍໃນ​ຄັ້ງ​ນີ້​ການ​ນຳ​ ສູງ​ສຸດ​ສອງ​ປະ­ເທດ​ໄດ້ພົບ​ປະ​ຫາ­ລື​ກັນ​ໃນ​ຫຼາຍ​ຂົງ­ເຂດ​ວຽກງານ ແລະ ສະ­ແດງ​ຄວາມ​ເພິ່ງ​ພໍ­ໃຈ​ເປັນຢ່າງ​ຍິ່ງ​ຕໍ່​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ອັນເປັນ ​ມູນ­ເຊື້ອ​ທີ່​ດີ­ງາມ ແລະ ຕີ​ລາ­ຄາ​ສູງ ຕໍ່​ຜົນ­ສຳ­ເລັດ​ທີ່​ສອງ​ພັກ​ສອງ​ລັດ​ກໍ​ຄື ປະ­ຊາ­ຊົນ​ສອງ​ຊາດ​ລາວ ແລະ ກຳ­ປູ­ເຈຍຍາດ​ມາໄດ້​ໃນ​ໄລ­ຍະ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ຂອງ​ຕົນໃນ​ໄລ­ຍະ​ຜ່ານ​ມາ.

ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ການນຳ​ຂັ້ນ​ສູງ​ສອງ​ປະ­ເທດ​ໄດ້​ເປັນ​ ເອ­ກະພາບ ແລະ ຢືນ­ຢັນ​ວ່າ​ຈະ​ສືບ­ຕໍ່​ຮ່ວມ​ມື ແລະ ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ຖານບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ສືບ­ຕໍ່​ປົກ​ປັກ​ຮັກສາ​ມູນ­ເຊື້ອ​ອັນ​ດີ­ງາມ​ໃຫ້​ຍືນ​ຍົງ​ຕະ­ຫຼອດໄປ ສືບ­ຕໍ່​ແລກ­ປ່ຽນ​ການ​ຢ້ຽມ­ຢາມ ແລະ ພົບ​ປະ​ລະ­ຫວ່າງ​ຜູ້­ນຳ​ຂັ້ນ​ສູງ​ກໍ​ຄື​ຄະ­ນະຜູ້​ແທນ​ຂັ້ນ​ຕ່າງໆ​ຂອງ​ສອງ​ ປະ­ເທດ​ຢ່າງເປັນ​ປົກ­ກະ­ຕິ ພ້ອມ​ຊຸກ­ຍູ້​ຂະ­ແໜງ­ການກ່ຽວ­ຂ້ອງ​ປະ­ຕິ­ບັດ​ບັນ­ດາ​ຂໍ້​ຕົກ­ລົງ​ທີ່ສອງ​ ຝ່າຍ​ມີ​ຮ່ວມ​ກັນ​ໃຫ້​ປາ­ກົດ​ຜົນ​ເປັນຈິງ​ເທື່ອ​ລະ​ກ້າວ.

7df960b5d16e219e347754939c800477

ນອກ​ນີ້​ສອງ​ຝ່າຍ​ໄດ້​ຊຸກ­ຍູ້​ໃຫ້​ໜ່ວຍງານ​ກ່ຽວ­ຂ້ອງ​ເພີ່ມ​ທະ­ວີ​ການ​ຮ່ວມ ​ມື​ໃຫ້ຫຼາຍ​ຂຶ້ນ​ຕາມ​ຄວາມ​ສາ­ມາດ​ຕົວ​ຈິງ​ຂອງ ແຕ່​ລະ​ຝ່າຍ, ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໃນດ້ານ​ຕ່າງໆ​ເປັນ­ຕົ້ນ​ແມ່ນ​ດ້ານ​ການ­ເມືອງຄວາມ​ ໝັ້ນ­ຄົງ, ວຽກ​ງານ​ຊາຍ​ແດນ ການ​ສົ່ງ­ເສີມ​ດ້ານ​ເສດ­ຖະ­ກິດ-ການ​ຄ້າ ແລະ ການ​ສຶກ​ສາ.

ໂອ­ກາດ​ຢ້ຽມ­ຢາມ​ຄັ້ງ​ນີ້​ທ່ານ​ປະທານ​ປະ­ເທດ ຈູມ​ມາ­ລີ ໄຊ​ຍະ​ສອນ ໄດ້ມອບ​ຫຼຽນ​ໂພ​ໄຊ​ລ້ານ​ຊ້າງ​ໃຫ້​ແກ່​ພະບາດ​ສົມ­ເດັດ ພະ​ບໍ​ຣົມ ມະ​ນຽດ ໂນ​ໂຣດົມ ສີ​ຫາ​ໂມ​ນີ ຊຶ່ງ​ເປັນ​ຫຼຽນ​ທີ່​ມີ​ຄວາມໝາຍ​ສຳ­ຄັນ​ຍິ່ງ ແລະ ໄດ້​ສະ­ແດງ​ຄວາມ ຍິນ​ດີ​ທີ່​ໄດ້​ມາ​ຢ້ຽມ­ຢາມ​ລາ­ຊະ​ອາ­ນາ­ຈັກກຳ­ປູ­ເຈຍ ນັບ​ແຕ່​ສອງ​ປະ­ເທດ​ໄດ້​ສ້າງຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ຮ່ວມ​ກັນ​ມາ ເປັນ​ເວ­ລາ 59 ປີ.

ໂອ­ກາດ​ດຽວ​ກັນ​ນີ້ ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ຍັງ​ໄດ້​ຕ້ອນ­ຮັບ​ການ​ເຂົ້າຢ້ຽມ​ຂ່ຳ­ນັບ​ຂອງ​ທ່ານ ຊາຍ​ຊຸມ ຮອງ​ປະທານ​ສະ­ພາ​ສູງ​ຜູ້​ທີ 1 ແຫ່ງ​ລາ­ຊະ​ອາ­ນາ ຈັກ​ກຳ­ປູ­ເຈຍ, ໄດ້​ພົບ​ປະ​ສົມ­ເດັດ ເຮັງ ຊຳຣິນ ປະ­ທານ​ສະ­ພາ​ແຫ່ງ​ຊາດ​ແຫ່ງ​ລາ­ຊະອາ­ນາ­ຈັກ​ກຳ­ປູ­ເຈຍ ຊຶ່ງ​ສອງ​ຝ່າຍ​ໄດ້​ຕີລາ­ຄາ​ສູງ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງຂະ­ແໜງ​ ນິ­ຕິ­ບັນ­ຍັດ​ຂອງ​ສອງ​ປະ­ເທດ​ທີ່ນັບ​ມື້​ເລິກ­ເຊິ່ງ ແລະ ຕໍ່​ເນື່ອງ ຊຶ່ງ​ໄດ້​ນຳເອົາ​ຜົນ​ປະ­ໂຫຍດ​ຕົວ​ຈິງ​ມາ­ສູ່​ປະ­ຊາ­ຊົນທັງ​ສອງ​ຊາດ​ທັງ​ ສະ­ແດງ​ຄວາມ​ຊົມ­ເຊີຍຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ຊາຍ​ແດນ ໂດຍ​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ສຳ​ຫຼວດ​ປັກຫຼັກ​ໝາຍ​ຊາຍ​ແດນ​ລະ­ຫວ່າງ​ປະ­ເທດ ສຳ­ເລັດ​ແລ້ວ​ເປັນ​ສ່ວນ​ໃຫຍ່ຫຼັງ​ຈາກ​ນັ້ນ ທ່ານ ຈູ​ມາ­ລີ ໄຊ​ຍະ​ສອນ ພ້ອມ​ດ້ວຍ​ຄະນະ​ທາງ​ການ​ໄດ້​ໄປ​ພົບ​ປະ​ຢ້ຽມ­ຢາມ​ສົມເດັດ ອັກ­ຄະ­ມະ­ຫາ­ເສ­ນາ​ບໍ­ດີ ເຕ​ໂຈ ຮຸນ ເຊນ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ລາ­ຊະ​ອາ ນາ​ຈັກ​ກຳ­ປູ­ເຈຍທີ່​ວັງ​ສັນ­ຕິ­ພາບ ຊຶ່ງທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ໄດ້​ຊົມ­ເຊີຍຕໍ່​ຜົນ­ສຳ­ເລັດຂອງ​ພັກ​ປະ­ຊາ­ຊົນ​ກຳ​ປູ ເຈຍ ໃນ​ການ​ຈັດ​ກອງ​ປະ­ຊຸມ​ໃຫຍ່​ວິ​ສາມັນ​ທົ່ວ​ປະ­ເທດ​ຄັ້ງ​ທີ 37 ເມື່ອ​ວັນ​ທີ 30 ມັງ­ກອນ 2015 ທີ່​ຜ່ານ​ມາ ທັງ​ໄດ້ ຕີ​ລາ­ຄາ​ສູງ​ຕໍ່​ຜົນ​ການ​ຢ້ຽມ­ຢາມ ສປປ ລາວ​ຢ່າງ​ເປັນ​ທາງ​ການ​ຂອງ​ສົມ­ເດັດ ຮຸນ​ເຊນ  ແລະ ການ​ເຂົ້າ​ຮ່ວມ​ກອງ​ປະ ຊຸມ​ສຸດ​ຍອດ CLV ໃນ​ປີ 2014.

126cef282e4dec3b96390c8b6d24e061

ລັດ­ຖະ­ບານ​ລາວມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ​ໃນ​ການ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ກຳ​ປູ ເຈຍ ທີ່​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ກຳ​ປູ ເຈຍ​ຍາດ​ມາ​ໄດ້​ໃນ​ຕະ­ຫຼອດ​ໄລ­ຍະ​ຜ່ານມາ, ສະ­ແດງ​ຄວາມ​ເພິ່ງ​ພໍ­ໃຈ​ຢ່າງ​ຈິງ​ໃຈທີ່​ພັກ-ລັດ­ຖະ­ບານລາ­ຊະ​ອາ­ນາ­ຈັກ​ກຳ ປູ​ເຈຍ ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຊ່ວຍເຫຼືອ ແລະ ຮ່ວມ​ມື​ກັບ ສປປ ລາວ​ຖານ ອ້າຍ​ນ້ອງ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕະຫຼອດ​ມາ ບໍ່​ວ່າ​ວຽກ​ສອງ​ຝ່າຍ ຫຼື ຫຼາຍຝ່າຍ ທັງ​ສອງ​ຈະ​ຊຸກ­ຍູ້​ໃຫ້​ພາກ­ສ່ວນ​ກ່ຽວຂ້ອງ​ປະ­ຕິ­ບັດ​ບົດ​ບັນ­ທຶກ​ກອງ​ ປະ­ຊຸມ​ຄະນະ​ກຳ­ມາ​ທິ​ການ​ຮ່ວມ​ວ່າ​ດ້ວຍ​ການຮ່ວມ​ມື​ສອງ​ຝ່າຍ​ລາວ-ກຳ­ປູ­ ເຈຍ, ກຳ​ປູເຈຍ-ລາວ ຄັ້ງ​ທີ 12 (JC-12) ທີ່​ຊຽມຣຽບ ແລະ ຜົນ​ຂອງ​ການ​ຢ້ຽມ­ຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ສົມເດັດ ຮຸນ​ເຊນ ໃຫ້​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິບັດ​ເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ ເພື່ອ​ຜົນປະ­ໂຫຍດ​ຂອງ​ປະ­ຊາ­ຊົນ​ສອງ​ຊາດ.

c5039a7a3bd167ee61c0bedb56ba91e3

ab6cb46e9fa633057add97a4f3ddbbce

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ