ງານບຸນລາວ 2019 ຈັດຂຶ້ນທີ່ຍີ່ປຸ່ນ

ໄຂຂຶ້ນຢ່າງເປັນທາງການເມື່ອວັນທີ 25 ພຶດສະພາຜ່ານມາ ສຳລັບງານປະເພນີ “​ບຸນ​ລາວ” ປະຈຳ​ປີ 2019 ໄດ້ຈັດຂຶ້ນທີ່​ນະຄອນຫຼວງ​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ  ເພື່ອເປັນການ​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ ລາວ​-ຍີ່​ປຸ່ນ.

​ໂດຍ​ມີທ່ານ​ ບໍ່​ແສງ​ຄຳ​ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຄະນະ​ ທ່ານ ວິ​ໂຣດ ສູນດາລາ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ປະ​ເທດ​ຍີ່ປຸ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂອກາດດັ່ງກ່າວ ທ່ານ​ ບໍ່​ແສງ​ຄຳ​ ກໍໄດ້ກ່າວ​ວ່າ ງານ​ບຸນ​ລາວໄດ້​ເລີ່​ມຈັດ​ມາ​ເປັນ​ເວລາເກືອບ 10 ປີແລ້ວ (ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ) ​​ເປັນ​ບຸນ​ເທສະ​ການ​ປະຈຳ​ປີທີ່ຕິດພັນກັບ​ວັດທະນະທຳທີ່​ຊາວ​ຍີ່ປຸ່ນຮັບ​ຮູ້​ຢ່າງ​ກວ້າງ​ຂວາງ ​ໂດຍ​ສະ​ເພາະແມ່ນ​ຊາວ​ນະຄອນ ຫຼວງ​ໂຕກຽວ ທັງ​ເປັນ​ກິດຈະກຳໜຶ່ງທີ່​ປະກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ ລາວ​-ຍີ່​ປຸ່ນ ຍີ່ປຸ່ນ-ລາວ ​ໃຫ້​ນັບ​ມື້​ແໜ້ນແຟ້ນ ພ້ອມ​ທັງ​ສ້າງ​ຄວາມ​ເຂົ້າ​ໃຈ​ຊຶ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຜ່ານ​ການສະ​ແດງສິລະ​ປະວັດທະນະທໍາຫຼາກຫຼາຍ​ຮູບ​ແບບຂອງລາວ ​ແລະ ຍີ່ປຸ່ນ ລວມເຖິງການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ.

ພາຍ​ໃນ​ງານ​ບຸນ​ດັ່ງກ່າວ ​ມີ​ລາຍການ​ສະ​ແດງ​ສິລະ​ປະແບບປະສົມ​ປະສານກັບ​ກິດຈະກຳ​ທີ່ສ່ອງແສງໃຫ້ເຫັນເຖິງ​ຮີດຄອງ​ປະ​ເພນີທີ່ໜ້າສົນ​ໃຈ​ໃນ​ຮູບ​ແບບ​ແຕກ​ຕ່າງ​ກັນ ທັງນີ້ ກໍມີຫ້ອງ​ວາງສະ​ແດງ​ ແລະ ສອບຖາມກ່ຽວກັບການ​ທ່ອງ​ທ່ຽວ ບູ໊ດອາຫານ ເຄື່ອງ​ດື່ມ​ລາວ ​ແລະ ​ຂອງ​ທີ່ລະນຶກ​ຕ່າງໆ.

ຄຽງຄູ​ກັບການຈັດ​ງານ​ບຸນ​ລາວ​​ໃນຄັ້ງ​ນີ້ ຍັງ​​ໄດ້​ຈັດ​ກອງ​ປະຊຸມ​ດ້ານ​ວິຊາ​ການຊຶ່ງຈັດຂຶ້ນຢູ່ທີ່ສູນ​ອາຊຽນ-ຍີ່ປຸ່ນ ​ເພື່ອ​ໂຄສະນາ​ການທ່ອງທ່ຽວລາວໃຫ້​ປະຊາຊົນ​ຍີ່ປຸ່ນສາມາດ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈກ່ຽວກັບປະ​ເທດ​ລາວໃນຫຼາກຫຼາຍຮູບແບບ ແລະ ໃຫ້ເລິກເຊິ່ງ.

 

ຂ່າວ: ສະຫະລັດ ວອນທິວົງໄຊ