spot_img
Homeຂ່າວຕ່າງປະເທດຜູ້ຊົມໃຊ້ຮົວເຫວີຍເຂດເອີຮົບ ແຫ່ຂາຍ-ບໍ່ຮັບຊື້ ສົ່ງຜົນໃຫ້ຮົວເຫວີຍລາຄາຕົກ!

ຜູ້ຊົມໃຊ້ຮົວເຫວີຍເຂດເອີຮົບ ແຫ່ຂາຍ-ບໍ່ຮັບຊື້ ສົ່ງຜົນໃຫ້ຮົວເຫວີຍລາຄາຕົກ!

Published on

ຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ພຶດສະພາຜ່ານມາວ່າ ຜູ້ຊົມໃຊ້ໂທລະສັບຍີ່ຫໍ້ຮົວເຫວີຍຕ່າງກໍແຫ່ກັນອອກມາປະກາດຂາຍໂທລະສັບຍີ່ຫໍ້ດັ່ງກ່າວ ຊຶ່ງໄດ້ສົ່ງຜົນໃຫ້ຮົວເຫວີຍ P30 Pro ຊຶ່ງເປັນລຸ້ນທ໋ອບລຸ້ນຫຼ້າສຸດໄດ້ຮັບຜົນກະທົບຢ່າງໜັກຊຶ່ງລາຄາເຫຼືອຢູ່ທີ່ປະມານ 100 ພາວ (ສະກຸນເງິນອັງກິດ) ທັງນີ້ ກໍຍ້ອນວ່າບໍ່ໝັ້ນໃຈໃນອະນາຄົດຂອງຮົວເຫວີຍວ່າຈະໄດ້ໃຊ້ລະບົບປະຕິບັດແອນດຣອຍ ແລະ ແອັບພລີເຄເຊິນຕ່າງໆໃນກູເກິລ ເພລ ຫຼື ບໍ່?.

ຂະນະທີ່ເວັບໄຊຂາຍມືຖືມືສອງແຫ່ງໜຶ່ງໄດ້ເປີດເຜີຍວ່າ ມີຄົນສະເໜີຂາຍຂາຍມືຖືຮົວເຫວີຍເພີ່ມຂຶ້ນເຖິງ 540% ຈົນເຮັດໃຫ້ຮ້ານຄ້າຕ້ອງປະຕິເສດຮັບຊື້ມືຖືຮົວເຫວີຍ ເນື່ອງຈາກມີທ່າອຽງວ່າລາຄາຈະຫຼຸດລົງຕໍ່ເນື່ອງ  ນອກນີ້ ໃນຕະຫຼາດອື່ນໆເຊັ່ນ ອາຊີ ຮົວເຫວີຍກໍຕົກຢູ່ໃນສະຖານະການທີ່ບໍ່ຕ່າງກັນ ເພາະຮ້ານຄ້າມືຖືຫຼາຍໆແຫ່ງເລີ່ມບໍ່ຮັບຊື້ໂທລະສັບມືສອງຂອງຮົວເຫວີຍແລ້ວດ້ວຍເຫດຜົນດຽວກັນຄື ລາຄາຕົກ ແລະ ຂາຍຕໍ່ບໍ່ໄດ້.

ຂະນະທີ່ຊາວຈີນກໍໄດ້ຮ່ວມໃຈກັນສະໜັບສະໜູນ ແລະ ໃຊ້ມືຖືຍີ່ຫໍ້ຮົວເຫວີຍເພີ່ມຂຶ້ນຊຶ່ງກົງກັນຂ້າມກັບຫຼາຍໆປະເທດ ຈິ່ງສົ່ງຜົນໃຫ້ມືຖືຍີ່ຫໍ້ອື່ນໆຈະໄດ້ຮັບຄວາມສົນໃຈເພີ່ມຫຼາຍຂຶ້ນ ໂດຍສະເພາະຊຳຊຸງ ແລະ ຊຽວມີ ຊຶ່ງເວັບໄຊຂາຍມືຖືໃນເອີຣົບພົບວ່າ ມີຄົນໃຫ້ຄວາມສົນໃຈສອງແບຣນນີ້ເພີ່ມຂຶ້ນ 13% ແລະ 19%.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Karlis Dambrans / shutterstock.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...