spot_img
Homeຂ່າວພາຍ​ໃນຣັຕນະ ເປີດຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ 3 ສາຂາວິຊາ

ຣັຕນະ ເປີດຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ 3 ສາຂາວິຊາ

Published on

ໂດຍປະຕິບັດຕາດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 67/ນຍ ລົງວັນທີ 3 ກຸມພາ 2017 ໜັງສືສະເໜີຂອງສະຖາບັນຣັຕນະ ບໍລິຫານທຸລະກິດ ສະບັບເລກທີ 0214/ຮລບພ 2019 ລົງວັນທີ 2 ພຶດສະພາ 2019 ໂດຍອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ເຫັນດີອອກຂໍ້ຕົກສະບັບເລກທີ 1821/ສສກ ລົງວັນທີ 15 ພຶດສະພາ 2019 ວ່າດ້ວຍການຮັບຮອງ ແລະ ອະນຸມັດນຳໃຊ້ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີໃນ 3 ສາຂາວິຊາຄື ວິຊາບໍລິຫານທຸລະກິດທົ່ວໄປ ວິຊາການເງິນ-ການທະນາຄານ ແລະ ວິຊາພາສາອັງກິດ.

ສຳລັບທ່ານທີ່ຈະເຂົ້າສະໝັກແມ່ນບໍ່ຈຳກັດວ່າທ່ານຈະຈົບມາຈາກສະຖາບັນໃດ ຂໍພຽງແຕ່ທ່ານຈົບມາໃນສາຍວິຊາທີ່ກ່າວມາຂ້າງເທິງກໍສາມາດເຂົ້າມາສອບເສັງໄດ້ ສຳລັບເອກະສານປະກອບມີ ໃບປະກາດຈົບຊັ້ນສູງ ໃບຄະແນນຈົບຊັ້ນສູງ ໃບປະກາດຈົບມໍ 7 ແລະ ໃບຢັ້ງຢືນທີ່ຢູ່ ແລ້ວກໍເຂົ້າໄປຂຽນຟອມສະໝັກຢູ່ທີ່ວິທະຍາໄຣຣັຕນະ ຊຶ່ງຈະເປີດຮັບສະໝັກຢ່າງເປັນທາງການແຕ່ເດືອນກໍລະກົດ 2019 ຈົນເຖິງວັນທີ 26 ກັນຍາ 2019 ແລະ ຈະສອບເສັງວັນທີ 28 ກັນຍາ 2019 ທີ່ວິທະຍາໄລຣັຕນະ ບໍລິຫານທຸລະກິດ ຫຼື ໂທສອບຖາມລາຍລະອຽດໄດ້ທີ່ໝາຍເລກ (021) 413​871.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: ຣັຕນະ ບໍລິຫານທຸລະກິດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...