spot_img
Homeຂ່າວພາຍ​ໃນງານບຸນປີໃໝ່ລາວ 2023 ຢູ່ນະຄອນຫຼວງພະບາງ ຈະຈັດໃຫ້ຄຶກຄື້ນອີກຄັ້ງ

ງານບຸນປີໃໝ່ລາວ 2023 ຢູ່ນະຄອນຫຼວງພະບາງ ຈະຈັດໃຫ້ຄຶກຄື້ນອີກຄັ້ງ

Published on

ວັນທີ 16 ມີນາ 2023 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຖະແຫຼຂ່າວ ຕໍ່ສື່ມວນຊົນກ່ຽວກັບການ ຈັດງານບຸນປີໃໝ່ລາວ ປະຈຳປີ ພສ 2566 ຄສ 2023 ທີ່ນະຄອນ ຫຼວງພະບາງ ທ່ານກ່າວວ່າ: ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ປີນີ້ ຈະໄດ້ຈັດໃນລັກຊະນະເຕັມຮູບແບບ ພາຍຫຼັງບໍ່ໄດ້ຈັດສາມປີທີ່ຜ່ານມາ ຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ການກະກຽມໃຫ້ແກ່ການຈັດງານບຸນ ຕາມໜ້າວຽກທີ່ຕົນຮັບຜິດຊອບ, ສຳລັບລາຍການເຄື່ອນໄຫວບຸນ ຄະນະຮັບຜິດຊອບ ໄດ້ກຳນົດເອົາແຕ່ວັນທີ 11-20 ເມສາ 2023 ໃນນັ້ນ:

-ວັນທີ 11-12 ເມສາ 2023 ຕອນຄໍ່າ, ມີງານປະກວດນາງສັງຂານ                                                        -ວັນທີ 13 ເມສາ ຕອນເຊົ້າ ມີພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາ ວັດຊຽງທອງ,                        -ວັນທີ 14 ເມສາ ຕອນເຊົ້າມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ສີ່ແຍກບ້ານປ່າຂາມ ຫາ ສາມແຍກພະແຍກ ພະແນກໂຍທາທິການ ແລະ ຂົນສົ່ງ, ຈາກນັ້ນ ມີພິທີອາລາດທະນາອັງເຊີນພະພຸດທະຮູບ ລົງຫົດສົງຢູ່ຕາມວັດແຕ່ລະແຫ່ງ, ຕອນບ່າຍ ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໄຫວ້ພະ-ເຫດສະຫຼອງຕາມຮີດຄອງປະເພນີ            -ວັນທີ 15 ເມສາ ຕອນເຊົ້າ ມີງານບຸນເຜົ່າລື້ ບ້ານຜານົມ, ຕອນບ່າຍມີ ຂະບວນແຫ່ຫວໍ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ                                                                                                        -ວັນທີ 16 ເມສາ ຕອນເຊົ້າ ການນຳພັກ-ລັດ, ປະຊາຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ, ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ) ເພື່ອເປັນສິລິມຸງຄຸນ, ຕອນບ່າຍ ມີຂະບວນແຫ່ຫວໍ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ, ຕອນຄໍ່າ, ມີພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງໃນຫໍພິພິດທະະພັນ, ຮັບຊົມການສະແດງຢູ່ໜ້າຫໍພະບາງ

-ວັນທີ 17 ເມສາ ຕອນເຊົ້າ, ມີພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາລາມ ແລະຈັດຕັ້ງພິທີຫົດສົງ ຈົນເຖີງວັນທີ່ 20 ເມສ ຈື່ງຈະມີພິທີອາລາດທະນາອັງເຊີນພະບາງ ກັບຄືນປະດິດສະຖານຢູ່ຫໍພະບາງຕາມເດີມ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ພ້ອມກັນກຽມຄວາມພ້ອມ ເພື່ອມາທ່ຽວຊົມຫຼວງພະບາງ ຮັບຮອງວ່າເມື່ອທ່ານໄດ້ມາທ່ອງທ່ຽວ ຈະມີຄວາມປະທັບໃຈຢ່າງບໍ່ມີວັນລືມ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໃຫ້ຮູ້ຕື່ມວ່າ: ບຸນປີໃໝ່ລາວ ເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ ສະເພາະຢູ່ນະຄອນ ຫຼວງພະບາງ ຈະມີກິດຈະກຳທີ່ຫຼາກຫຼາຍ ແລະມີເອກະລັກສະເພາະ ທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ເຊີ່ງທຸກກິດຈະກຳແມ່ນຊ່ອງແສງໃຫ້ເຫັນເຖີງວັດທະນະທຳ ແລະຮີດຄອງປະເພນີທີ່ເປັນເອກະລັກສະເພາະ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໄດ້ມີຄວາມປະທັບໃຈເມື່ອໄດ້ມີທ່ອງທ່ຽວ ແລະສຳພັດຕົວຈີງ.​

ທີ່ມາ: ວິທະຍຸກະຈາຍສຽງແຂວງຫຼວງພະບາງ

ບົດຄວາມຫຼ້າສຸດ

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...