ງວດ​ທຳ​ອິດ​ ຫລວງ​ພະ​ບາງ​ສ້າງລາຍ​ຮັບ ຈາກ​ການ­ທ່ອງ­ທ່ຽວ​ພັນ​ກວ່າ​ຕື້!

80edb419ffbd190f39f37bdef3681587

ຫຼວງ​ພະ​ບາງ​ເມືອງ​ເຈົ້າ​ສະ­ເໜ ປາຍ­ທາງ​ແຫ່ງ​ການ­ທ່ອງ­ທ່ຽວ​ຍາມ​ໃດ​ກໍ​ຍັງ​ເປັນ​ທີ່​ນິ­ຍົມ​ຂອງ​ຜູ້​ຄົນ​ຈາກ ​ທຸກ​ມູມໂລກ ຍ້ອນ​ຄວາມ​ເປັນ​ເອ­ກະ­ລັກ​ທີ່​ບໍ່​ມີ​ໃຜຄື​ໃນ​ດ້ານ​ການ­ທ່ອງ­ທ່ຽວ​ ວັດ­ທະ­ນະ­ທຳ ແລະ ທຳ​ມະ​ຊາດ​ຕິດ​ພັນ​ກັບ​ວິ­ຖີ​ຊີ­ວິດຂອງ​ປະ­ຊາ­ຊົນ​ອັນ​ສາ­ມາດ​ ເຊີນ­ຊວນເຫຼົ່າ​ນັກ​ເດີນ­ທາງ​ເຂົ້າ​ມາ​ພັກ­ຜ່ອນ​ໃຊ້ຈ່າຍ​ໃນ​ແຂວງ​ນີ້​ສູງ​ ເຖິງ​ພັນ​ກວ່າ​ຕື້​ກີບ ຫຼື 100 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ໃນໄລ­ຍະ​ເວ­ລາ​ພຽງ 3 ເດືອນ​ຂອງ​ງວດ​ທຳອິດ​ສົກ​ປີ​ນີ້.

ຈາກ​ການ​ສະ­ຫຼຸບ​ສະ­ຖິ­ຕິ​ວຽກ​ງານ​ການ­ທ່ອງ­ທ່ຽວ​ຂອງ​ພະ​ແນກ​ຖະ​ແຫຼ່ງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວແຂວງ​ຫຼວງ​ພະ​ບາງ​ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ 3 ເດືອນ​ຕົ້ນ ປີ 2014-2015 ນີ້​ ມີ​ນັກທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ຫຼວງ​ພະ​ບາງ​ມີທັງ​ຫມົດ 132.667 ຄົນ, ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສາ­ກົນ 98.287 ຄົນ, ແຂກ​ພາຍ​ໃນ​ມີ 34.380 ຄົນ, ນັກ​ທ່ອງ​ທ່ຽວ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກທະ­ວີບ­ອາ­ຊີ ແລະ ປາ​ຊີ​ຟິກ​ມີ 40.430 ຄົນ, ຖັດ​ມາ​ແມ່ນ​ທະ­ວີບ​ເອີ​ຣົບ​ມີ 37.127 ຄົນ, ອາ​ເມ​ຣິ​ກາ​ມີ 12.945 ຄົນ ແລະ ທະ­ວີບ​ອາ​ຟຣິ​ກາ​ມີ 7.785 ຄົນ, ສ່ວນນັກ​ທ່ອງ​ທ່ຽວ​ຈາກ​ຊາຍ​ແດນ​ອ້ອມ​ຂ້າງອັນ​ດັບ​ໜຶ່ງ​ຍັງ​ແມ່ນ​ໄທ ມີ 14.299 ຄົນ, ຕາມ​ມາ​ດ້ວຍ​ຈີນ 11.472 ຄົນ, ຫວຽດ­ນາມ 1.190 ຄົນ, ກຳ­ປູ­ເຈຍ ມີ 153 ຄົນ ແລະ ມຽນ​ມາ​ມີ 96 ຄົນ.

ການ​ເຂົ້າ​ມາ​ທ່ອງ​ທ່ຽວ​ຂອງ​ແຂກຄົນ​ຈຳ­ນວນ​ຫຼວງ­ຫຼາຍ​ເຫຼົ່າ­ນັ້ນ ສ່ວນ ໃຫຍ່​ແມ່ນ​ໄດ້​ແວ່​ພັກ​ແຮມ​ຢູ່​ແຂວງ​ເປັນ ເວ­ລາ​ຫຼາຍ​ວັນ​ຈິ່ງ​ເປັນ​ຜົນ​ໃຫ້​ໄຕ​ມາດ​ທຳ ອິດ​ປີ​ນີ້​ມີ​ລາຍ​ຮັບ​ຂອງ​ແຂວງ​ຫຼວງ​ພະ​ບາງ​ທີ່​ໄດ້​ຈາກ​ການ­ທ່ອງ­ທ່ຽວ​ສູ​ ງ​ເຖິງ 146 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ.

ດ້ານ​ໜຶ່ງ ​ກໍ​ຍ້ອນ​ຫຼວງ​ພະ​ບາງ​ມີຄວາມ​ກຽມ­ພ້ອມເລື່ອງ​ພື້ນ­ຖານ​ໂຄງລ່າງ​ສຳ­ລັບ​ຮອງ​ ຮັບ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່ມຂຶ້ນ​ໃນ​ແຕ່​ລະ​ປີ​ໄດ້ ຊຶ່ງ​ຈຳ­ນວນ​ໂຮງແຮມ-ເຮືອນ​ພັກ ແລະ ຮ້ານ​ອາ­ຫານ​ໄດ້​ມີ​ການ​ກໍ່­ສ້າງ​ເພີ່ມ​ຂຶ້ນ​ຢ່າງ​ລຽນ­ຕິດ ທັງ​ມີ​ຫຼາຍ​ລະ­ດັບ​ໃຫ້​ແຂກ​ເລືອກ​ໃຊ້​ບໍ­ລິ­ການ.

ໂດຍ​ມາ​ຮອດ​ປະ​ຈຸ​ບັນ​ມີ​ໂຮງ­ແຮມ-ຣີສອດ​ທັງ​ຫມົດ 74 ແຫ່ງ, ທຽບ­ໃສ່​ປີ ຜ່ານ​ມາ​ເພີ່ມ​ຂື້ນ 2 ແຫ່ງ, ມີ​ຫ້ອງ​ນອນ ທັງ​ໝົດ 3.489 ຫ້ອງ, ເຮືອນ​ພັກ​ມີ 326 ຫຼັງ, ທຽບ­ໃສ່​ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 1 ຫຼັງ, ມີ​ຫ້ອງ​ນອນ​ທັງ​ໝົດ 2.218 ຫ້ອງ ແລະ ມີ​ຮ້ານ​ອາ­ຫານ​ລາວ-ສາ­ກົນ ລວມ​ທັງໝົດ 286 ຮ້ານ, ເພີ່ມ​ຂຶ້ນ 3 ຮ້ານ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ