spot_img
Homeຂ່າວການພັດທະນາລາດ​ຊະ​ວົງ​ພ​ລາ​ຊ່າ ຄາດ​ສຳ​ເລັດ​ຕົ້ນ​ປີ​ໜ້າ ທັນ​ຮອງ​ຮັບ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ!

ລາດ​ຊະ​ວົງ​ພ​ລາ​ຊ່າ ຄາດ​ສຳ​ເລັດ​ຕົ້ນ​ປີ​ໜ້າ ທັນ​ຮອງ​ຮັບ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ!

Published on

ratsavong new
(ຮູບ​ພາບ​ຈາກ: ລາວ​ພັດ​ທະ​ນາ)

 

ໂຄງການ​ກໍ່ສ້າງ​ລາດ​ຊະ​ວົງພລາ​ຊາ ປະກອບ​ມີໂຮງແຮມ​ລະດັບ​ສາກົນ 5 ດາວ 34 ຊັ້ນ ຕຶກ​ອາພາດ​ເມັນ ແລະ ສູນ​ການ​ຄ້າ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ ​ສປປ ລາວ ທີ່​ຕັ້ງ​ຢູ່​ຖະໜົນ​ໄກສອນ ພົມວິຫານ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ສ້າງ​ຂຶ້ນ​ຂອງ​ບໍລິສັດ ລາດ​ຊະ​ວົງພັດທະນາ ຈຳກັດ ທີ່​ເປັນ​ນັກ​ລົງທຶນຂອງ​ຈີນ ຮ່ວມ​ມື​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ເຊິ່ງໂຄງການ​ດັ່ງກ່າວ​ ໄດ້​ເລີ່ມ​ລົງມື​ຈັດຕັ້ງ​ປະຕິບັດ​ມາ​ແຕ່​ເດືອນ​ກຸມພາ 2014 ແລະ ຈະ​ໃຫ້ສຳເລັດທ້າຍ​ປີ 2016.

ຕາມ​ການ​ລາຍ​ງານ​ຂອງ​ວິຊາ​ການ​ບໍລິສັດ ລາດຊະ​ວົງພັດທະນາ ຈຳກັດ ປະຈຳ​ໂຄງການ​ດັ່ງກ່າວ ໄດ້ຮູ້​ວ່າ: ການ​ດຳເນີນ​ໂຄງການ​ແມ່ນ​ມີ​ຄວາມ​ຄືບ​ໜ້າໄປ​ແຕ່​ລະ​ບາດກ້າວ ເຊິ່ງ​ປັດຈຸບັນ ​ທາງບໍລິສັດ​ພວມເລັ່ງ​ກໍ່ສ້າງ​ໂຮງແຮມ​ລະດັບ​ສາກົນ 5 ດາວ ຈຳນວນ 34 ຊັ້ນ ຈະ​ໃຫ້​ສຳເລັດ​ພາຍ​ໃນ​ເດືອນ​ມີນາ 2016 ເພື່ອ​ຮອງ​ຮັບແຂກ​ລະດັບ​ສູງ​ ທີ່​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 28 ໃນ​ປີ 2016 ທີ່ ​ສປປ ລາວ ເຮົາ​ເປັນ​ເຈົ້າພາບ ແລະ ການ​ກໍ່ສ້າງ​ໜ້າ​ວຽກ​ໂຄງສ້າງ​ເບ​ຕົງ​ຂອງ​ໂຮງແຮມ​ດັ່ງກ່າວ ​ແມ່ນ​ສຳເລັດ​ແລ້ວ 21 ຊັ້ນ ແລະ ຄາດ​ວ່າ​ຈະ​ສຳເລັດ​ການ​ກໍ່ສ້າງຮ່າງ​ຂອງ​ໂຮງແຮມ ຈຳນວນ 34 ຊັ້ນ​ນັ້ນ ​ພາຍ​ໃນ​ກາງ​ເດືອນ​ເມສາ 2015 ທີ່​ຈະ​ມາ​ເຖິງ​ນີ້ ແລະ ຫຼັງຈາກ​ນັ້ນ ​ກໍ່​ຈະ​ກ້າວ​ສູ່​ໄລຍະ​ຂອງການ​ຕົບແຕ່ງ​ທີ່​ໃຊ້​ຝາ​ເປັນ​ລະບົບແກ້ວ ທີ່​ມີ​ຄວາມ​ສວຍ​ງາມ ຕັ້ງຢູ່​ໃຈກາງ​ຕົວ​ເມືອງນະຄອນຫຼວງວຽງ​ຈັນ.

ຖ້າ​ໂຄງການ​ດັ່ງກ່າວ​ນີ້​ສຳເລັດ ຈະ​ເຮັດ​ໃຫ້ ​ສປປ ລາວ ກໍ່​ຄື​ນະຄອນ​ຫຼວງ​ວຽງ​ຈັນ ພວກ​ເຮົາ​ມີໂຮງແຮມ​ໄດ້​ມາດຕະຖານ​ສາກົນ ແລະ ຈະ​ກາຍເປັນ​ຈຸດ​ໃໝ່​ໃນການ​ພັດທະນາ​ວິ​ສາ​ຫະ​ກິດ ພ້ອມກັບ​ການ​ຊຸກຍູ້​ການ​ຂະຫຍາຍຕົວ ໃນ​ນະໂຍບາຍ​ປະຕິ​ຮູບ​ເສດ​ຖະກິດ​ແບບ​ໃໝ່ແຫ່ງ ​ສປປ ລາວ ເຊິ່ງ​ເປັນ​ຈຸດ​ດຶງ​ດູດ​ເອົາ​ນັກ​ລົງທຶນຈາກ​ທຸກ​ມູມ​ໂລກ ​ທີ່​ຈະ​ຫຼັ່ງໄຫຼ​ເຂົ້າ​ມາ​ລົງທຶນ​ຢູ່ ​ສປປ ລາວ ຫຼາຍ​ຂຶ້ນ ໃນ​ອະນາຄົດ​ຂ້າງ​ໜ້າ ຕຶກ​ລະດັບຫ້ອງການ​ລະດັບ​ສາກົນ​ ຈະ​ໄດ້​ມີການ​ພັດທະນາ​ໃນ 3 ຮູບ​ລັກ​ສະນະ​ໃຫຍ່​ຄື: ຮູບ​ແບບ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະໄໝ ຮູບ​ແບບ​ປານີດ ແລະ ຮູບ​ແບບ​ທີ່​ເປັນ​ເອກະ​ຮັກສະເພາະ ໂດຍ​ສະເພາະ​ໂຄງ​ລ່າງຊັອບ​ແວ ແລະ ຮາດ​ແວ​ທີ່​ຄົບ​ວົງຈອນ ພາຍ​ໃນ​ອາຄານ​ຍັງ​ໄດ້​ມີການ​ຕິດ​ຕັ້ງ​ລະບົບ​ຄວາມ​ປອດ​ໄພ ຕະຫຼອດ 24 ຊົ່ວໂມງ ຕິດ​ຕັ້ງ​ລະບົບ​ແບບ​ອັດຕະໂນມັດ​ໃນ​ຫ້ອງການ ຕິດ​ຕັ້ງ​ລະບົບ​ເຄືອ​ຂ່າຍ​ໄຍແກ້ວ​ນຳ​ແສງ ຕິດ​ຕັ້ງ​ລະບົບ​ດັບເພີງ​ແບບ​ອັດຕະໂນມັດ ຕິດ​ຕັ້ງລະບົບ​ຄວບ​ຄຸມ​ຕຶກ​ອາຄານ​ແບບອັດຕະໂນມັດ ຕິດ​ຕັ້ງ​ລິບ​ຄວາມໄວ​ສູງ ຕິດ​ຕັ້ງ​ເຄື່ອງ​ປັບ​ອາກາດ ແລະ ອື່ນໆ ມີ​ພື້ນ​ທີ່​ກວ້າງຂວາງກວມ​ເອົາ​ເນື້ອທີ່​ທັງ​ໝົດ 20.000 ຕາ​ແມັດ ສາມາດ​ຕອບ​ສະໜອງຕາມ​ຄວາມ​ຕ້ອງການ​ໃຫ້​ແກ່​ທຸລະ​ກິດ​ໃນ​ຫຼາຍ​ຂະແໜງການ ນອກ​ນັ້ນ​ຍັງ​ມີ​ບໍລິສັດ​ຄຸ້ມ​ຄອງຊັບ​ນຳ​ຈາກ​ສາກົນ ​ທີ່​ມາ​ໃຫ້​ບໍ​ລິການ​ຄຸ້ມ​ຄອງ​ຊັບ​ສິນ​ໃນ​ສະຖານທີ່​ດັ່ງກ່າວ​ນຳ​ອີກ.

20150310111210

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຂໍຂອບໃຈ! ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ ວັນທີ 25 ກຸມພາ 2025, ອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ຈຳນວນ 1.27 ຕື້ເຢນ...

ຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

ກະຊວງ ປກສ ຄວ້າແຊ້ມບານເຕະ Lao Youth Union Cup ປະຈຳປີ 2024 ໄດ້ສຳເລັດ ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ...

ສູນການສຶກສາແອວແອສ ລົງນາມເຊັນສັນຍາ ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ (GEA)

ສູນການສຶກສາແອວແອສ (LS Education): ຜູ້ນຳດ້ານຄວາມເປັນເລີດທາງການສຶກສາໃນລາວ ແລະ ທົ່ວໂລກ ໃນຊຸມປີມໍ່ໆມານີ້, ປະເທດລາວເຫັນໄດ້ວ່າມີຄວາມຕ້ອງການການສຶກສາທີ່ມີຄຸນນະພາບໄດ້ຕາມມາດຕະຖານສາກົນນັບມື້ນັບເພີ່ມຂຶ້ນ. ຢູ່ແຖວໜ້າຂອງການຫັນປ່ຽນນີ້ແມ່ນ ສູນການສຶກສາແອວແອສ. ເນື່ອງຈາກເປັນສູນການສຶກສາຊັ້ນນຳທີ່ມຸ້ງໝັ້ນໃນການຍົກລະດັບການຮຽນຮູ້ໃນລາວ. ດ້ວຍວິໄສທັດທີ່ຈະສົ່ງເສີມໃຫ້ນັກຮຽນມີສັກະຍະພາບ ແລະ ໂອກາດທີ່ໄດ້ຮັບການຍອມຮັບໃນທົ່ວໂລກ, ສູນການສຶກສາແອວແອສ...

ກົມອຸຕຸອອກແຈ້ງການສະພາບອາກາດ ປະຈຳວັນທີ 26 ກຸມພາ 2025 ເວລາ 06:00 ໂມງ

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 26/02/2025 ຫາ ເວລາ 07 ໂມງ ຂອງວັນທີ 27/02/2025 ມວນອາກາດຫນາວເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສ ລົມຕາເວັນອອກສ່ຽງເຫນືອພັດປົກຄຸມ....