spot_img
Homeຂ່າວທ້ອງຖິ່ນຄຳ​ມ່ວນ​ສຳ​ຫຼວດ​ພົນ­ລະ­ເມືອງ ບໍ່​ສຳ­ເລັດ​ຕາມ​ແຜນ ຍ້ອນເຂດ​ສຳ​ຫຼວດ​ເພີ່ມ​!

ຄຳ​ມ່ວນ​ສຳ​ຫຼວດ​ພົນ­ລະ­ເມືອງ ບໍ່​ສຳ­ເລັດ​ຕາມ​ແຜນ ຍ້ອນເຂດ​ສຳ​ຫຼວດ​ເພີ່ມ​!

Published on

3818c5ee9b2233840ec79d08db907ea2

ຄຳ​ມ່ວນ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ບໍ່​ບັນ­ລຸ​ໄປ​ຕາມ​ວັນ​ເວ­ລາ​ທີ່​ລັດ­ຖະ­ບານ​ກຳ­ນົດ​ໄວ້ ທັງ​ນີ້ ​ຄະ­ນະ​ຮັບ­ຜິດ­ຊອບ​ປະ­ຈຳ​ແຂວງ​ເປີດ­ເຜີຍ​ວ່າ​ແມ່ນ​ຍ້ອນ​ມີເຂດ​ສຳ​ຫລວດ​ ເພີ່ມ​ຂຶ້ນ ແລະ ຈະ​ສືບ­ຕໍ່​ກະ​ຕຸ້ນ​ນັກ​ເດີນ​ສຳ​ຫລວດ​ລົງ​ເກັບ​ກຳ​ຂໍ້​ມູນ​ໃຫ້​ສຳ­ເລັດ​ພາຍ​ ໃນ​ວັນ​ທີ 10 ມີ­ນາ​ນີ້.

ທ່ານ ສົມ​ເພັດ ໂຄດ​ຕະ​ວົງ ຫົວ­ໜ້າສູນ​ສະ­ຖິ­ຕິ​ແຂວງ ທັງ​ເປັນຫົວ­ໜ້າ​ຫ້ອງ­ການ​ການ​ສຳ​ຫຼວດ​ພົນ­ລະ­ເມືອງ​ຂັ້ນ​ແຂວງ​ໄດ້​ກ່າວໃຫ້​ ຮູ້​ໃນ​ວັນ​ທີ 9 ມີ­ນາ​ນີ້​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ເດີນສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ໃນ​ທົ່ວ​ແຂວງ​ຄຳ​ມ່ວນ ຊຶ່ງເລີ່ມ​ແຕ່​ວັນ​ທີ 1-7 ມີ­ນາ ແມ່ນ​ໄດ້​ສຳ­ເລັດ​ໂດຍ​ພື້ນ­ຖານ​ໃນ​ເຂດ​ສຳຫຼວດ​ທີ່­ຢູ່​ໃນ​ບັນ­ຊີ​ຈຳ­ນວນ 1.312 ເຂດ​ໃນ​ທົ່ວ​ແຂວງ.

ຢ່າງ­ໃດ​ກໍ​ຕາມ ແຕ່​ມີ​ຈຳ­ນວນ​ເຂດ​ສຳ​ຫຼວດ​ເພີ່ມ​ຂຶ້ນໃໝ່​ເຖິງ 4 ເຂດ​ຄື: ເຂດ​ໂຮງ­ຮຽນ​ສາມັນ​ຊົນ­ເຜົ່າ, ບໍ­ລິ­ສັດ​ໂກ​ອີ​ໂກ​ຜະ­ລິດ​ຫີນກາວ, ບໍ­ລິ­ສັດ​ລາວ​ຄາຍ​ຢວນ ແລະ ບໍ​ລິສັດ​ຊີ​ໂນ-ອາ​ກຣີ ບ້ານ​ດົງ​ໃຕ້ ເມືອງ​ທ່າແຂກ​ທາງ​ຄະ­ນະ​ຊີ້​ນຳ​ຂັ້ນ​ແຂວງ​ຈະ​ໄດ້ ສືບ­ຕໍ່​ໃຫ້​ນັກ​ເດີນ​ສຳ​ຫຼວດ​ລົງ​ເກັບ​ກຳຂໍ້​ມູນ​ໃນ​ຈຳ­ນວນ​ເຂດ​ທີ່​ເພີ່ມ​ ຂຶ້ນ ແລະ ຄາດ​ຈະ​ໃຫ້​ສຳ­ເລັດ​ໃນ​ວັນ​ທີ 10 ມີ­ນານີ້ ເພື່ອ​ສະ­ຫຼຸບ​ຂໍ້​ມູນ​ລາຍ​ງານ​ແກ່​ຄະ­ນະຊີ້​ນຳ​ຂັ້ນ​ແຂວງ ແລະ ຄະ­ນະ​ຊີ້​ນຳ​ລະດັບ​ຊາດ.

ສຳ­ລັບ​ແຂວງ​ຄຳ​ມ່ວນ​ທ່ານ ສົມ​ເພັດ ໂຄດ​ຕະ​ວົງ ໃຫ້​ຮູ້​ວ່າ: ປະ­ກອບ​ມີ​ທັງ​ໝົດ 10 ເມືອງ, 582 ບ້ານ, ມີ​ເຂດ​ສຳ​ຫຼວດ 1.312 ເຂດ, ມີ​ເຂດ​ເພີ່ມ​ຂຶ້ນ​ໃໝ່ 4 ເຂດ, ມີ​ນັກ​ເດີນ​ສຳ​ຫຼວດ ແລະ ນັກ​ກວດ­ກາ​ທັງໝົດ 1.670 ຄົນ.

ແນວ­ໃດ​ກໍ​ດີ ການ​ສຳ​ຫຼວດ​ພົນ​ລະເມືອງ ແລະ ທີ່­ຢູ່​ອາ­ໄສ​ທົ່ວ​ປະ­ເທດ ຄັ້ງ​ທີ 4 ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ລັດ­ຖະ­ບານ​ໄດ້ປະ­ກອບ­ສ່ວນ​ຢ່າງ​ຫຼວງ­ຫຼາຍ ຖ້າ​ທຽບໃສ່​ການ​ສຳ​ຫລວດ​ໃນ 3 ຄັ້ງ​ຜ່ານ​ມາ ຫຼື ມີ​ປະ­ມານ 55% ຈາກ​ຈຳ­ນວນ​ງົບ​ທັງໝົດ 60 ຕື້​ກີບ ທີ່​ໃຊ້​ເຂົ້າ​ໃນ​ວຽກ​ດັ່ງ­ກ່າວ ທັງ​ນີ້​ ກໍ​ເພື່ອ​ໃຫ້​ໄດ້​ຂໍ້​ມູນ​ສະ­ຖິ­ຕິ​ພື້ນ­ຖານຂອງ​ຈຳ­ນວນ​ປະ­ຊາ­ກອນ, ສະ­ພາບ​ລະດັບ​ການ​ສຶກ​ສາ, ການ​ເຂົ້າ​ເຖິງ​ການ​ບໍ​ລິການ​ດ້ານ​ສຸ­ຂະ­ພາບ​ຕະ­ຫຼອດ​ຮອດ​ສະພາບ​ມີ​ວຽກ​ເຮັດ ​ງານ​ທຳ​ລວມ​ທັງ​ການວ່າງ​ງານ ແລະ ອື່ນໆ ທີ່​ຈະ​ເປັນ​ຖານ​ຂໍ້ມູນ​ໃຫ້​ແກ່​ລັດ­ຖະ­ບານ​ໃນ​ການ​ວາງ​ແຜນພັດ­ທະ­ນາ​ ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດໃນ​ອະ­ນາ­ຄົດ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...