ຄຳ​ໄພ​ຊະ­ນະ ເຂົ້າ​ສຶກ​ສາ­ກ່ອນພິກ​ປິ້ນ​ດອນ​ລີ້ນ ແຂວງ​ບໍ​ລິ​ຄຳ​ໄຊ ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ

0
3098

ກຸ່ມ​ບໍ­ລິ­ສັດ​ຄຳ​ໄພ​ຊະ­ນະ ມີ​ຄວາມ​ສົນ­ໃຈ​ຈະ​ເຂົ້າ​ພັດ­ທະ­ນາດອນ​ລີ້ນ​ທີ່​ຮົກ­ເຮື້ອ​ໃນ​ຂະ­ນະ​ນີ້​ໃຫ້​ກາຍ­ເປັນ​ສະ­ຖານ­ທີ່​ທ່ອງທ່ຽວ​ຄົບ​ວົງ​ຈອນ​ຂອງ​ແຂວງ​ບໍ​ລິ​ຄຳ​ໄຊຊຶ່ງ​ປະ­ຈຸ​ບັນ​ພວມ​ໄດ້ຮັບ​ການ​ອະ­ນຸ­ຍາດ​ຈາກ​ອຳ­ນາດ​ການ​ປົກ­ຄອງ​ແຂວງ ເພື່ອ​ເຂົ້າສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໂດຍ​ຈະ​ໃຊ້​ເວ­ລາ​ໜຶ່ງ​ປີ​ຈິ່ງ​ຮູ້​ຜົນ​ເກີດ ຫຼື ບໍ່­ເກີດ.

ເພື່ອ​ເປັນ​ການ​ຢັ້ງ­ຢືນ​ເຖິງ​ການ​ອະ­ນຸ­ຍາດ​ໃນ​ວັນ​ທີ 26 ເມສາ​ຜ່ານ​ມາພະ​ແນກ​ແຜນ­ການ ແລະ ​ການ​ລົງ­ທຶນ ແຂວງ​ບໍ​ລິຄຳ​ໄຊສົມ­ທົບ​ກັບ​ກຸ່ມ​ບໍ­ລິ­ສັດ​ຄຳ​ໄພ​ຊະ­ນະ​ກໍ່­ສ້າງ​ຈຳ­ກັດຈັດ​ພິທີ​ເຊັນ​ບົດ​ບັນ­ທຶກ (MOU) ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການພັດ­ທະ­ນາ​ດັ່ງ­ກ່າວ​ຂຶ້ນ​ທີ່​ໂຮງ­ແຮມ​ໂຊກ​ບຸນ​ມາຊຶ່ງ​ຕາງ­ໜ້າ​ລົງ​ນາມ​ລະ­ຫວ່າງ​ທ່ານ ສົນ​ທອງ ວີ​ບຸນ​ກວ້າງຮອງ​ຫົວ­ໜ້າ​ພະ​ແນກ​ແຜນ­ການŒການ​ລົງ­ທຶນແຂວງ​ກັບ​ທ່ານ ຄຳ​ໄພ ສົມ​ຊະ­ນະ ປະທານ​ກຸ່ມ​ບໍ­ລິ­ສັດ​ຄຳ​ໄພ​ຊະ­ນະ​ກໍ່­ສ້າງ ຈຳ­ກັດ ໂດຍ​ມີ​ທ່ານ ບຸນ​ເສັງ ປະ​ທຳມະ​ວົງ ຮອງ​ເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມບັນ­ດາ​ຫົວ­ໜ້າ​ພະ­ແນກ­ການ​ທີ່​ກ່ຽວຂ້ອງ, ພະ­ນັກ­ງານ, ວິ­ຊາ​ການ​ທັງ​ສອງຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ສຶກ​ສາ​ສຳ​ຫຼວດ​ຄວາມເປັນ​ໄປ​ໄດ້​ໃນ​ການ​ພັດ­ທະ­ນາ​ເຂດ​ດອນລີ້ນ​ແມ່ນ​ຕັ້ງ​ຢູ່​ບ້ານ​ໂພນ​ໄຊ ເມືອງ​ປາກຊັນ ແຂວງ​ບໍ​ລິ​ຄຳ​ໄຊ ນອນ​ຢູ່​ໃນ​ເຂດ ເທ­ສະ​ບານ​ແຂວງ ເພື່ອ​ແນ­ໃສ່​ພັດ​ທະ­ນະ ນາ​ແຫຼ່ງ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ​ເປັນ­ຕົ້ນສ້າງ​ຫາດ​ຊາຍ​ທຽມ, ໂຮງ­ແຮມ, ຣີ​ສອດ, ຮ້ານ​ອາ­ຫານ, ຮ້ານ​ບັນ­ເທີງ, ຮ້ານ​ຂາຍ ເຄື່ອງ​ທີ່​ລະ­ນຶກ ແລະ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ອື່ນໆ​ຕາມ​ຄວາມ​ເໝາະ​ສົມ.

ໂດຍ​ແມ່ນ​ບໍ­ລິ­ສັດ ຄຳ​ໄພຊະ­ນະ​ ກໍ່ສ້າງຈຳ­ກັດ ໃຫ້​ເປັນ​ຜູ້​ລົງ­ທຶນ​ເອງ​ທັງ​ໝົດໃນ​ການ​ສຶກ​ສາ, ສຳ​ຫຼວດŒອອກ​ແບບ ແລະ ໄລ່​ລຽງ​ທາງ​ດ້ານ​ເສດ­ຖະ­ກິດŒສັງຄົມ​ຖ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ບໍ­ລິ­ສັດ​ຈິ່ງ​ຈະສະ­ເໜີ​ຫາ​ແຂວງ​ໃນ​ການ​ສຳ​ປະ­ທານ ເພື່ອ​ພັດ­ທະ­ນາ​ຕາມ​ລະ­ບຽບ​ການ​ຕໍ່​ໄປ ຊຶ່ງ​ຈະ​ໃຊ້​ເວ­ລາ​ປະ­ຕິ­ບັດ​ການ​ສຶກ​ສາ​ສຳ ຫຼວດ​ຈຳ­ນວນ 1 ປີ ເພື່ອ​ເຮັດ​ໃຫ້ໂຄງການ​ດັ່ງ­ກ່າວ​ໄດ້​ດຳ­ເນີນ​ໄປ​ຢ່າງ​ຖຶກ​ຕ້ອງຕາມ​ລະ­ບຽບ​ກົດ­ໝາຍ ແລະ​ຖ່ວງ​ທັນ​ກັບກຳ­ນົດ​ເວ­ລາ.

ທີ່ມາ:logo