Homeຂ່າວການພັດທະນາການ​ສ້າງ​ຂົວ 6 ແຫ່ງ​ລຽບ​ແຄມ​ຂອງສະ­ຫວັນ​ນະ​ເຂດ​ ສຳ­ເລັດ 80%

ການ​ສ້າງ​ຂົວ 6 ແຫ່ງ​ລຽບ​ແຄມ​ຂອງສະ­ຫວັນ​ນະ​ເຂດ​ ສຳ­ເລັດ 80%

Published on

ວັນ​ທີ 22 ເມ­ສາ 2016 ທ່ານ ປະ­ສົງ​ສິນ ຈະ­ເລີນ​ສຸກ ຫົວ­ໜ້າ​ພະ​ແນກໂຍ­ທາ​ທິ​ການ ແລະ​ ຂົນ­ສົ່ງ​ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ວິ­ຊາ​ການ​ຈຳນວນ​ໜຶ່ງ​ໄດ້​ເຄື່ອນ​ໄຫວ​ລົງ​ຕິດ­ຕາມ​ການສ້າງ​ຂົວ 6 ແຫ່ງ​ຕາມ​ເສັ້ນ­ທາງ​ເລກ​ທີ 11 ລຽບ​ແຄມ​ຂອງແຕ່​ເມືອງໄກ­ສອນ ພົມ­ວິ­ຫານ​ຫາ​ເມືອງ​ໄຊ​ພູ​ທອງ ພ້ອມ​ກັນນັ້ນ​ ກໍ​ໄດ້​ເນັ້ນ​ໜັກ​ໃຫ້ຜູ້​ຮັບ​ເໝົາ​ກໍ່­ສ້າງ​ຂົວແຫ່ງ​ດັ່ງ­ກ່າວ​ ຈົ່ງ​ໄດ້​ເອົາ­ໃຈ­ໃສ່​ໃກ້­ຊິດຕິດ​ແທດ​ປະ­ຕິ­ບັດ​ວຽກ​ໃຫ້​ສຳ­ເລັດ​ຕາມ ກຳ­ນົດ​ກໍ​ຄື​ກ່ອນ​ລະ­ດູ­ຝົນ​ທັງ​ນີ້​ກໍ​ເພື່ອ​ເຮັດໃຫ້­ການ​ໄປ­ມາ­ຫາ­ສູ່​ລະ­ຫວ່າງ​ປະ­ຊາຊົນ ແລະ​ ຂົນ­ສົ່ງ​ສິນ­ຄ້າ​ຕ່າງໆ​ໄດ້​ສະ­ດວກ.

ໂອ­ກາດ​ການ​ລົງ​ເຮັດ​ວຽກ​ຂອງ​ຫົວໜ້າ​ພະ​ແນກ ຍທຂ ແຂວງ​ສະ­ຫວັນ​ນະເຂດ​ໄດ້​ໃຫ້​ຮູ້​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ວ່າ: ເພື່ອເປັນ​ການ​ຕິດ­ຕາມແລະ​ຊຸກ­ຍູ້​ການ​ເຮັດ​ວຽກ​ຂອງ​ບັນ­ດາ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ເສັ້ນ­ທາງ​ຢູ່​ພາຍໃນ​ແຂວງ​ຂອງ​ພວກ​ເຮົາ​ເວົ້າ​ສະ­ເພາະກໍ​ຄື​ເສັ້ນ­ທາງ​ເລກ​ທີ 11E ລຽບ​ຕາມແຄມ​ຂອງ​ແຕ່​ເມືອງ​ໄກ­ສອນ​ພົມ­ວິ­ຫານຫາ​ເມືອງ​ໄຊ​ພູ​ທອງ​ທີ່​ມີ​ມູນ​ຄ່າ​ທັງ​ໝົດ 139 ຕື້​ກວ່າ​ກີບ ເຫັນ​ວ່າປະ­ຕິ­ບັດ​ໄດ້ດີ​ຕາມ​ລະ­ດັບ​ຄາດ­ໝາຍ​ທີ່​ວາງ​ໄວ້ໂດຍສະ­ເພາະ​ແມ່ນ​ການ​ໂຄງ­ການ​ກໍ່­ສ້າງ​ເສັ້ນທາງ​ປູ­ຢາງ 2 ຊັ້ນ​ລຽບ​ແຄມ​ຂອງ​ເຫັນ ວ່າ​ປະ­ຕິ­ບັດ​ໄດ້ 71% ຊຶ່ງ​ນັບ​ຈາກ​ບ້ານ ສົ້ມ­ປ່ອຍ​ເມືອງ​ໄກ­ສອນ​ພົມ­ວິ­ຫານ​ຫາເຮືອນ​ຫີນ ເມືອງ​ໄຊ​ພູ​ທອງ ໂດຍ​ເສັ້ນທາງ​ມີ​ຄວາມ​ຍາວ 42 ກິ­ໂລ­ແມັດ, ໃນ​ໄລ­ຍະ​ກໍ່­ສ້າງ​ເສັ້ນ­ທາງ​ແຫ່ງ​ນີ້​ມີ​ຂົວ​ຢູ່ 6 ແຫ່ງ​ທີ່​ພວມ​ເລັ່ງ​ກໍ່­ສ້າງ​ໃຫ້​ສຳ­ເລັດ​ກ່ອນ​ລະ­ດູ­ຝົນ.

ທ່ານ ທິບ​ພະ​ວອນ ສີ​ລາ­ຊາ ຜູ້​ອຳນວຍ​ການ​ບໍ­ລິ­ສັດ VLP ພັດ­ທະ­ນາ​ກໍ່ສ້າງ​ຈຳ­ກັດໃນ​ນາມ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ໃຫ້ຮູ້​ຕື່ມ​ວ່າ: ອີງ​ຕາມ​ເນື້ອ​ໃນ​ຈິດ­ໃຈ​ຂອງຂັ້ນ​ເທິງໂດຍ​ເນັ້ນ​ໜັກ​ໃຫ້­ການ​ກໍ່­ສ້າງຂົວ​ສຳ­ເລັດ​ຕາມ​ກຳ­ນົດ​ມາ​ເຖິງ​ປະ­ຈຸ​ບັນ ຂົວ​ທັງ 6 ແຫ່ງ ປະ­ກອບ​ມີຂົວ​ສົ້ມ­ປ່ອຍ, ຂົວ​ຫ້ວຍ​ຍາງ, ຂົວ​ຫ້ວຍ​ເດຶ່ອ (ເມືອງ​ໄກ ສອນ​ພົມ­ວິ­ຫານ) ຂົວ​ຫ້ວຍ​ສວນ​ອີ້ງ, ຂົວຫ້ວຍ​ກົບ ແລະ​ຂົວ​ຫ້ວຍ​ມະ​ຍະ (ເມຶອງໄຊ​ພູ​ທອງ) ແມ່ນ​ໄດ້​ຂຸ້ນ­ຂ້ຽວ​ດຳ­ເນີນການ​ກໍ່­ສ້າງ​ສະ­ເລ່ຍ​ໜ້າ​ວຽກ​ປະ­ຕິ­ບັດ​ໄດ້ແລ້ວ 80% ດັ່ງ­ນັ້ນ​ລະ­ດູ­ຝົນ​ທີ່​ຈະ​ມາ​ເຖິງນີ້​ສາ­ມາດ​ຢືນ­ຢັນ​ໄດ້​ວ່າ​ຂົວ​ທັງ 6 ແຫ່ງ ຈະ​ກໍ່­ສ້າງ​ສຳ­ເລັດ​ຢ່າງ​ແນ່­ນອນ ແລະ​ ປະຊາ​ຊົນ​ກໍ​ຈະ​ສາ­ມາດ​ທຽວ​ໄດ້​ສະ­ດວກ.

ໃນ​ວັນ​ດຽວ​ກັນ ທ່ານ ປະ­ສົງ​ສິນ ຈະ­ເລີນ​ສຸກ ກໍ​ຍັງ​ໄດ້​ເດີນ­ທາງ​ເຄື່ອນ​ໄຫວຕິດ­ຕາມ​ການ​ຍົກ​ລະ­ດັບ​ທາງ​ດິນ​ແດງ ແຕ່​ບ້ານ​ໜອງ​ຂອນ​ຫາ​ບ້ານ​ນາ​ຂະ​ຍອມເມືອງ​ສອງ​ຄອນທີ່​ມີ​ຄວາມ​ຍາວ 6,5 ກິ­ໂລ­ແມັດ ໂດຍ​ມີ​ມູນ​ຄ່າ​ການ​ກໍ່­ສ້າງເກືອບ 5 ຕື້​ກີບຕໍ່​ກັບ​ໜ້າ​ວຽກ​ດັ່ງ­ກ່າວ​ແມ່ນ​ສາ­ມາດ​ປະ­ຕິ­ບັດ 60% ແລະ​ຄາດວ່າ​ໂຄງ­ການ​ດັ່ງ­ກ່າວ​ຈະ​ສຳ­ເລັດ​ໃນ​ປີ 2016 ນີ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...