ກອງປະຊຸມສຸດຍອດ ຊີແອວວີ ຄັ້ງທີ 8 ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ

CLV-sing

 

ກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ  ຫລື ຊີ ແອວວີ ຄັ້ງ​ທີ 8 ໄດ້ສຳ​ເລັດ​ລົງໃນ

ຕອນເຊົ້າວັນທີ 25 ພະຈິກນີ້ ທີ່ນະຄອນຫລວງວຽງຈັນ ພາຍຫລັງ​ດຳ​ເນີນ​ມາ 2 ວັນ  ໂດຍການເປັນປະທານຂອງ ທ່ານ

ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກ

ລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ເຕີນ ຢຸງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ພ້ອມດ້ວຍ ຄະນະຜູ້ແທນທັງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ  ເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ກ່າວບາງຕອນໃນກອງປະຊຸມຄັ້ງນີ້ວ່າ: ສປປ ລາວ ຕີລາຄາສູງຕໍ່ຄວາມ

ຄືບໜ້າຂອງຂອບການຮ່ວມມືເຂດ ສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ເຊິ່ງມາຮອດປັດຈຸບັນ ເຫັນ

ວ່າມີຜົນສຳເລັດເປັນກ້າວໆມາ ຄື: ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການ ພັດທະນາເສດຖະກິດ-ສັງຄົມ

ເຂດສາມຫລ່ຽມພັດທະນາຮອດປີ 2020 ສະບັບປັບປຸງໃໝ່ ແມ່ນມີຄວາມຄືບໜ້າຫລາຍດ້ານ ໂດຍສະ ເພາະແມ່ນ

ບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ໂຄງການປັບປຸງ ແລະ ພັດທະນາເສັ້ນທາງເຊື່ອມຈອດກັບບັນດາແຂວງ

ໃນເຂດສາມຫລ່ຽມ, ການພັດທະນາຊັບພະຍາກອນມະນຸດ, ການລົງທຶນຂອງພາກ​ເອກະຊົນ ແລະ ອື່ນໆ ເຊິ່ງໄດ້ປະ

ກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງບັນດາແຂວງໃນເຂດສາມຫລ່ຽມ ພັດທະນາມີທ່າ

ອ່ຽງເພີ່ມຂຶ້ນ; ດ້ານການສຶກສາ ກໍໄດ້ມີການກໍ່ສ້າງ ແລະ ປັບປຸງໂຮງຮຽນ, ສູນຝຶກອົບຮົມລວມທັງການປັບປຸງມະຫາ

ວິທະຍາໄລຈຳປາສັກໃຫ້ກາຍເປັນສູນພັດທະນາຊັບພະຍາກອນມະນຸດ ຂອງບັນດາແຂວງໃນເຂດສາມຫລ່ຽມພັດທະ

ນາ.

ສຳລັບ ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ ເຊິ່ງໄດ້ເອົາໃຈໃສ່

ປັບປຸງ ແລະ ກໍ່ສ້າງເສັ້ນທາງຄົມມະນາຄົມ ເພື່ອເຊື່ອມຈອດ ລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ຕໍ່ບັນດາ

ແຂວງ; ພັດທະນາລະບົບສາຍສົງໄຟຟ້າ, ລະບົບໂທລະ ຄົມມະນາຄົມ, ທະນາຄານ ແລະ ສິ່ງອຳນວຍຄວາມສະດວກ

ອື່ນໆ ເຊິ່ງໄດ້ຮັບການສະໜັບສະໜູນທຶນ ຮອນຈາກປະເທດເພື່ອນມິດ, ຄູ່ຮ່ວມມືພັດທະນາ ລວມ ທັງຍີ່ປຸ່ນ ແລະ

ການປະກອບສ່ວນຂອງພາກ ເອກະຊົນ, ພ້ອມນີ້ ສປປ ລາວ  ກໍໄດ້ສຳເລັດການ ຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບ

ການ ຊ່ວຍເຫລືອຈາກຍີ່ປຸ່ນ.

ກອງປະຊຸມສຸດຍອດໃນຄັ້ງນີ້ ນອກຈາກໄດ້ທົບທວນຄືນຄວາມຄືບໜ້າ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ

ແຜນແມ່ບົດການພັດທະນາເສດຖະ ກິດ-ສັງຄົມ ຂອງເຂດສາມຫລ່ຽມພັດທະນາ ຊີແອວວີ ສະບັບປັບປຸງໃໝ່

ເຖິງປີ 2020 ແລະ ບັນດາຜູ້ແທນຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ການ ເພີ່ມທະວີການປຶກສາຫາລື, ການ

ຮ່ວມມືໃນເຂດສາມຫລ່ຽມພັດທະນາ ແລະ ທິດທາງການຮ່ວມ ມືໃນອະນາຄົດ. ຈາກນັ້ນ, ບັນດາຜູ້ນຳ ຊີແອວວີ ໄດ້

ລົງນາມຮັບຮອງເອົາຖະແຫລງການຮ່ວມຂອງ ບັນດາຜູ້ນຳທັງສາມປະເທດ ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ

ແລະ ຜົນງານຂອງຄະນະກຳມະ ການປະສານງານຮ່ວມ ໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະ

ນາເສດຖະກິດ-ສັງ ຄົມ ຂອງເຂດສາມຫລ່ຽມພັດທະນາ ຮອດປີ 2020 ສະບັບປັບປຸງໃໝ່; ເຫັນດີຕໍ່ກົນໄກການຈັດ

ກອງປະຊຸມໃນລະດັບຕ່າງໆເຊັ່ນ ກອງປະຊຸມຄະນະກຳມະການປະສານງານຮ່ວມ 2 ປີຕໍ່ຄັ້ງ, ເຫັນດີສະໜັບສະໜູນ

ແລະ ຊຸກຍູ້ໃຫ້ພາກເອກະຊົນ ມີສ່ວນຮ່ວມໃນກິດຈະກຳຕ່າງໆ ເປັນຕົ້ນ ກິດຈະກຳການ ສົ່ງເສີມການຄ້າ, ການລົງ

ທຶນ ແລະ ການທ່ອງທ່ຽວ ໃນການພັດທະນາເຂດສາມຫລ່ຽມພັດທະນາ ໃຫ້ມີປະສິດທິພາບ. ພ້ອມນີ້ ກອງປະຊຸມ

ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະ ຊາຊົນຍີ່ປຸ່ນ ທີ່ໄດ້ປະກອບສ່ວນສະໜັບສະໜູນ ແລະ

ຊ່ວຍເຫລືອເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນເຂດສາມຫລ່ຽມພັດທະນາ ກຳປູເຈຍ- ລາວ-ຫວຽດນາມ

ໃນໄລຍະຜ່ານມາ. ພິເສດ ແມ່ນ ໄດ້ເປັນເອກະພາບກັນຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມຄັ້ງນີ້

ລວມມີ 9 ຂໍ້ສຳຄັນ ຂອງກອງປະຊຸມຄັ້ງນີ້.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ