spot_img
Home​ຂ່າວທ່ອງທ່ຽວໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ

ໝູ່ບ້ານລະເບີດ! ບ້ານມົ້ງແຂວງຊຽງຂວາງ

Published on

ທ່ອງທ່ຽວວັນນີ້ລາວໂພສຕ໌ມີອີກໜຶ່ງສະຖານທີ່ມານຳສະເໜີ ຊື່ອາດບໍ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ບາງຄົນອາດຈະຍັງບໍ່ຮູ້ວ່າທີ່ຊຽງຂວາງມີອີກໜຶ່ງສະຖານທີ່ທ່ຽວທີ່ໜ້າສົນໃຈ ແລະ ຢາກໃຫ້ທຸກຄົນໄດ້ລອງໄປທ່ຽວ.

20140815132108

ໝູ່ບ້ານລະເບີດ ບ້ານມົ້ງແຂວງຊຽງຂວາງ ເປັນໝູ່ບ້ານທີ່ຊາວບ້ານມີລະເບີດຫຼາຍຈົນນຳໄປໃຊ້ໃຫ້ເປັນປະໂຫຍດຕ່າງໆ ນຳໄປເຮັດຮົ້ວ, ເສົາເຮືອນ, ຂອງໃຊ້ໃນຄົວເຮືອນ ໝູ່ບ້ານມົ້ງຕັ້ງຢູ່ແຄມທາງຫຼວງເສັ້ນທາງທີ 7 ໄປທາງຕະເວັນອອກສຽງເໜືອນຂອງໂພນສະຫວັນ 3 ກິໂລແມັດ, ຫາກມາທ່ຽວຊຽງຂວາງເມືອງໂພນສະຫວັນ ຢ່າລືມແວ່ທ່ຽວໝູ່ບ້ານມົ້ງກ່ອນທີ່ຈະໄປທ່ຽວທົ່ງໄຫຫີນ 1 ຮັບຮອງວ່າການເດີນທາງຂອງທ່ານຄັ້ງນີ້ບໍ່ຜິດຫວັງແນ່ນອນ.

ໝູ່ບ້ານລະເບີດນອກຈາກຈະມີລະເບີດແລ້ວທ່ານຍັງຈະໄດ້ເຫັນການດຳລົງຊີວິດຂອງຊາວບ້ານແທ້ໆ ເຊັ່ນການເຮັດນາ, ການລ້ຽງນົກກາງເກ, ເຫັນບັນດາແມ່ຍິງນັ່ງແຊ່ວຜ້າ, ເຫັນເຮືອນຄົວຊາວມົ້ງ, ເຫັນເຄື່ອງໃຊ້ໃນເຮືອນຄົວທີ່ເຮັດຈາກລູກລະເບີດ.

ຊາວເຜົ່າມົ້ງເປັນຄົນທີ່ມີນ້ຳໃຈ, ໃຈດີເໝືອນກັບຊົນເຜົ່າອື່ນໆ ພວກເຂົາຈະປະຕິບັດຕໍ່ແຂກທີ່ໄປຢ້ຽມຢາມດ້ວຍມິດໄມຕີອັນດີດ້ວຍຄວາມຈິງໃຈ 

7afedafc392b582527c540447b118890

ຢູ່ໃນເມືອງລາວຍັງມີແຫລ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ເຮົາຍັງບໍ່ຮູ້ບໍ່ເຄີຍໄປ ສະນັ້ນໃນຊີວິດນີ້ທ່ານຕ້ອງລອງໄປສຳພັດຈັກຄັ້ງໜຶ່ງແລ້ວທ່ານຈະບໍ່ມີວັນລືມ.

ຂອບໃຈພາບ ແລະ ຂໍ້ມູນຈາກ: ເວັບໄຊ໌ຮັອດເຊຍ

ສັງລວມພາບ ແລະ ເນື້ອໃນໂດຍ: ລາວໂພສຕ໌

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...