ແຂວງສາລະວັນ ປະກາດ ຮັບຮອງຫໍໄຕຣປີດົກ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ

0
1420

ໃນວັນທີ 24 ພະຈິກ 2022 ແຂວງສາລະວັນ ໄດ້ຈັດພິທີປະກາດ ຮັບຮອງຫໍໄຕຣປີດົກ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ພຣະອາຈານ ສອນໄຊ ແກ້ວເມືອງໃຕ້ ປະທານ ອພສ ແຂວງສາລະວັນ, ພ້ອມດ້ວຍພຣະເຖລານຸເຖລະຈາກສູນກາງ, ອົງການພຸດທະສາດສະໜາສໍາພັນລາວແຂວງຈຳປາສັກ, ເຊກອງ, ອັດຕະປຶຶ ແລະ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີບັນດາ​ທ່ານການນຳ​ພັກ-ລັດຂອງແຂວງ, ອາດີດການນຳຂອງແຂວງ, ການນຳຂອງເມືອງ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ, ເມືອງ, ນາຍບ້ານອ້ອມຂ້າງ, ນັກທຸລະກິດ, ຜູ້ປະກອບການ ເຂົ້າຮ່ວມ.

ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ແຂວງສາລະວັນ ກໍ່ໄດ້ລາຍງານກ່ຽວກັບການກະກຽມ ຂື້ນທະບຽນ ​ຫໍ​ໄຕປີດົກ ວັດ​ສີ​ມຸງຄຸນ( ວັດກາງ ) ແລະປະຫວັດຄວາມເປັນມາ, ຫໍ​ໄຕວັດ​ສີ​ມຸງຄຸນ ( ວັດ​ກາງ ) ​ໄດ້​ສ້າງ​ຂຶ້ນ​ໃນ​ປີ ຄສ 1784 ( ກ່ອນ​ໜ້າ​ນີ້ 234 ປີ )ສະ​ໄໝ​ການ​ປົກຄອງ​ຂອງ​ເອກະ​ລາຊາ​ທີ 1 ຊື່​ທ້າວ ​ຄຳ​ພິທູນ ​ແຕ່​ມີ​ຂະໜາດ​ນ້ອຍ, ຕໍ່​ມາ​ຮອດປີ ຄສ 1​859 ສະ​ໄໝ​ເອກະ​ລາຊາ​ທີ 6 ທ້າວ ​ເຫງົ້າ​ກັນຍາ ຈຶ່ງ​ໄດ້​ນຳພາ​ປະຊາຊົນ​ ​ຊາວ​ພຸດ​ທັງຫລາຍ ກໍ່ສ້າງຫໍ​ໄຕ​ຂະໜາດ​ໃຫຍ່​ກວ່າ​ຂຶ້ນ​ມາ​ແທນ ​ເພື່ອ​ເປັນ​ສູນ​ລວມຈິດ​ໃຈ​, ​ເປັນ​ສະຖານ​ທີ່​ເກັບ​ຮັກສາຄັງ​ແຫ່ງ​ຄວາມ​ຮູ້ ​ໂດຍ​ສະ​ເພາະ ​ພຣະ​ທຳ​ຄຳ​ສັ່ງສອນ​ຂອງ​ພຣະ​ພຸດທະ​ສາສະໜາ ທັງ​ສາມ​ປີດົກ 84.000 ພຣະທຳ​ມະ​ຂັນ ( ​ແປດ​ໝື່ນ​ສີ່​ພັນ ພຣະທຳ​ມະ​ຂັນ ) ຄື: ພຣະສູດ​ຕັນ​ຕະປີດົກ ມີ 21.000 ພຣະທຳ​ມະ​ຂັນ, ພຣະວິ​ໄນ​ປີດົກ 21.000 ພຣະທຳ​ມະ​ຂັນ, ພຣະອະພິທຳ​ປີດົກ 42.000 ພຣະທໍາ​ມະ​ຂັນ, ການ​ກໍ່ສ້າງ​​ໃນ​ສະ​​ໄໝ​ນັ້ນ ທ້າວ ​ເຫງົ້າ​ຊຽງ​ກັນຍາ ຜູ້​ປົກຄອງ​ເມືອງ​ໝັ້ນ ​ໄດ້​​ເຊີນ​ເອົາ​ນາຍ​ຊ່າງ​ຜູ້​ຊຳນານ​ງານມາ​ເປັນ​ຜູ້​ອອກ​ແບບ ​ແລະ ນຳພາ​ກໍ່ສ້າງ, ສຳລັບ​ວັດຖຸ​ອຸປະກອນ​ຕ່າງໆ​ທີ່​ນຳ​ມາ​ໃຊ້​ໃນ​ການ​ກໍ່ສ້າງ​ແມ່ນ​ໄມ້​ເນື້ອ​ແຂງ​ ຊຶ່ງ​ໄດ້​ນຳ​ມາ​ບໍລິຈາກ​ວັດຖຸ​ທານ​ຂອງ​ພໍ່​ແມ່ ປະຊາຊົນ​ແຕ່​ລະ​ບ້ານ ທີ່​ມີ​ໃຈ​ໄສ​ສັດທາ, ລັກສະນະ​ການ​ກໍ່ສ້າງ​ ​ໂຄງ​ຫລັງຄາ​ແບບ​ຫໍ​ປະສາດ, ມີ 54 ​ເສົາ ​ເຮັດ​ດ້ວຍ​ໄມ້​ມັນປາ, ​​ໄມ້ເຄື່ອງ​​ເທິງ ​ແລະ ​ໄມ້ເຄື່ອງ​ລຸ່ມ ​ເຮັດ​ດ້ວຍ​ໄມ້​ແຄນ, ບານ​ປະຕູ ​ແລະບານ​ປ່ອງຢ້ຽມໄມ້​ດູ່, ​ມຸງ​ດ້ວຍ​ແປ້ນ​ໄມ້​ແດງ​ທີ່​ຂັດ​ມັນ​ແບບ​ບູຮານ, ສີ່ວ​ເຈາະ​ຮູ​ຕອກ​ຫລີ້​ມໃສ່​ໄມ້​ໄລ​ຄັດ​ຕາມ​ຂື່, ຂາງ, ​ເສົາ ​ແລ້ວ​ແກະສະຫລັກ​ທີ່​ເປັນ​ຮູບ​ພາບ​ຕ່າງໆ ຊຶ່ງ​ເປັນສິລະ​ປະລວດລາຍທີ່​​ເປັນ​ເອ ກະລັກ​ຂອງ​ຊາດ ​ແລະຂອງ​ທ້ອງ​ຖິ່ນ.

ມາ​ຮອດ​ວັນ​ທີ 20/06/1970 ຫໍ​ໄຕກາງ​ນ້ຳ ວັດສີ​ມຸງຄຸນ ( ວັດ​ກາງ ) ພ້ອມ​ດ້ວຍພຸດທະສິມມາ ກຸດຕິ​ວິ ຫານ ​​ແລະສິ່ງ​ສັກກະ​ລະ​ບູຊາ​ອື່ນໆ ໄດ້​ຖືກ​ຜູ​ງບິນ ​ເຕ 28 ຂອງ​ພວກ​ຈັກກະພັດ​ອາ​ເມ​ລິ​ກາ ຍິງ​ຖະຫລົ່ມ​​ເຜົາ​ຜານທຳລາຍກ້ຽງ ​ ຊຶ່ງ​ເປັນ​ການ​ສູນ​ເສຍ​ມໍລະດົກ​ມິ່ງ​ເມືອງ ສຸດ​ທີ່​ຫວງ​ແຫນ​ຂອງ​ຄົນ ສາລະ​ວັນ ທຸກໆ​ຄົນ​ບໍ່​ສາມາດອົດ​ກັ້ນ​ນ້ຳຕາ​ຂອງ​ຕົນໄດ້ ຕໍ່​ການ​ສູນ​ເສຍ​ອັນ​ຍິ່ງ​ໃຫຍ່​, ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ສະຖາປະນາ ສປປ ລາວ ມາ​ຮອດ​ປີ 2009 ແຂວງ​ສາລະ​ວັນ ກໍ​ໄດ້​​ເລີ້ມ​ປະຕິສັງຂອນ​ຫໍ​ໄຕ​ປີດົກ​ຄືນ​ໃໝ່ ​ໂດຍໄດ້ປະສານສົມທົບກັບພາກສ່ວນຕ່າງທີ່ກ່ຽວຂ້ອງ ແລະ ​ໄດ້​ຕົກລົງ​ແຕ່ງ​ຕັ້ງ​ປະທານ​ທີ່​ປຶກສາ​ໂຄງການ​ກໍ່ສ້າງ ​​ໂດຍ​ການ​ເປັນ​ໃຈກາງ​ຂອງ ພຣະອາຈານ ມະຫາ​ສຸ​ລົດ ດ່ານ​ປັນຍາ, ທ່ານ ບົວ​ສອນ ບຸບຜາ​ວັນ, ທ່ານ ຄຳ​ບຸ່ນ ດ້ວງ​ປັນຍາ ແລະທ່ານ ສົມພົງ ມົງຄຸນ​ວິ​ໄລ, ​ ປະທານ​ຮັບຜິດຊອບ​ການ​ກໍ່ສ້າງ​ໂຄງການ​ໂດຍທ່ານ ສີ​ສຸວັນ ວົງ​ຈອມ​ສີ ​ແລະໄດ້ວ​າງ​ສີ​ລາ​ເລີ​ກການ​ກໍ່ສ້າງ​ໃນ​ມື້​ວັນ​ທີ 7 ມິຖຸນາ 2009, ກົງ​ກັບ​ມື້​ແຮມ 15 ຄໍ່າ ​ເດືອນ 7 ລາວ ພສ 2552, ການ​ປະຕິສັງຂອນ​ແມ່ນ​ອອກ​ແບບ​ຄ້າຍຄື​ກັບ​ຫໍ​ໄຕ​ຫລັງ​ເກົ່າ, ປະກອບ​ມີ​ເສົາ 57 ຕົ້ນ ( ​ໄມ້​ກະຈະ ), ​ໂຄງ​ຫລັງຄາ​ເຮັດ​ດ້ວຍ​ໄມ້​ແຄນ, ມຸງ​ດ້ວຍ​ດິນຂໍ, ປູ​ພື້ນ​, ບານ​ປະຕູ-ບານ​ປ່ອງຢ້ຽມແມ່ນ ໄມ້​ດູ່ ແລະແກະ​ສະຫລັກ​ແບບ​ສິລະ​ປະ​ລາວ​ເດີມ​ ທີ່​ມີ​ຄວາມ​ງາມ​ສະຫງ່າ ຊຶ່ງ​ພົວພັນ​ເຖິງ​ເອກະລັກວິຖີ​ຊີວິດ ວັດທະນະທຳ ຮີດຄອງ​ປະ​ເພນີ ເຊິ່ງມີມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 7,0 ຕື້​ກວ່າກີບ, ​ໃນ​ນັ້ນ​ທຶນ​ລະດົມ 2,5 ຕື້​ກວ່າກີບ ​ແລະ ທຶນ​ງົບປະມານ​ຂອງ​ລັດ 4,5 ຕື້ກີບ.

ການລົງສໍາຫຼວດ ແລະເກັບກໍາຂໍ້ມູນຫໍໄຕຣປີດົກ ວັດສີມຸງຄຸນ ( ວັດກາງ ) ເມືອງ ແລະແຂວງສາລະວັນ ຂຶ້ນເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ຊຶ່ງແມ່ນໄດ້ລົງມືສຳຫຼວດຈັດຕັ້ງປະຕິບັດໃນວັນທີ 2-9 ມີນາ 2022 ໂດຍມີຄະນະວິຊາການຈາກກົມມໍລະດົກ, ກະຊວງ ຖວທ, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະເຈົ້າອະທິການວັດ, ໜ້າວຽກຈັດຕັ້ງປະຕິບັດຄື: ປະຫວັດຄວາມເປັນມາຂອງຫໍໄຕປີດົກ, ຂອງວັດ ແລະຂອງບ້ານ ທີ່ໄດ້ມາຈາກການບອກເລົ່າຂອງເຖົ້າແກ່ອາວຸໂສ, ຄູບາອາຈານ ແລະໄດ້ມາຈາກປື້ມເອກະ ສານຕ່າງໆ ແລະໄດ້ຂື້ນບັນຊີພະພຸດທະຮູບ, ວັດຖຸທີ່ມີຄ່າ, ເສົາເກົ່າຫໍໄຕປີີີີີີດົກ ແລະບັນດາອົງປະກອບຕ່າງໆຢູ່ພາຍໃນວັດຊຶ່ງມີທັງໝົດ 23 ລາຍການ, ໄດ້ວັດແທກ, ປັກຫລັກໝາຍຂອບເຂດທີ່ດິນຂອງວັດ, ກໍານົດຂອບເຂດຂອງພື້ນທີ່ເປັນຕົ້ນ: ເຂດອະນຸລັກ, ເຂດພັດທະນາ ແລະ ສ້າງແຜນລະບຽບການຄຸ້ມຄອງອື່ນໆ. ສັງລວມແລ້ວຜ່ານການສຶກສາ, ຄົ້ນຄວ້າ, ວິເຄາະ-ວິໄຈປະເມີນຜົນຕົວຈິງຂອງຄະນະວິຊາການເຫັນວ່າຫໍ ໄຕຣປີດົກ ພ້ອມດ້ວຍບໍລິເວນພື້ນທີ່ ວັດສີມຸງຄຸນ ( ວັດກາງ ) ເໝາະສົມໃນການຍົກລະດັບຂື້ນເປັນມໍຣະດົກແຫ່ງຊາດລະດັບຂັ້ນທ້ອງຖິ່ນຂອງແຂວງ ສາລະວັນ ໂດຍພາຍໃຕ້ເງື່ອນໄຂ ແລະມາດຕະຖານຂອງມໍລະດົກແຫ່ງຊາດລະ ດັບທ້ອງຖິ່ນເປັນ​ມໍລະດົກ​ມິ່ງ​ເມືອງ, ​ເປັນ​ຄັງ​ຄວາມ​ຮູ້​ເກັບ​ມ້ຽນ​ ພຣະທຳ​ຄຳ​ສັ່ງສອນ​ຂອງ​ພຣະພຸດທະ​ເຈົ້າ, ​ເປັນ​ສະ ຖານ​ທີ່​ສັກສິດ​ກາບ​ໄຫວ້​ເຄົາ​ລົບ​ບູຊາ ​ແລະ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ດ້ານ​ວັດທະນະທຳ​ຂອງ​ແຂວງ​.

ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ໄດ້ມີຄຳເຫັນວ່າ: ການຂື້ນທະບຽນ ຫໍໄຕຣປີດົກ ເປັນມໍຣະດົກ ແຫ່ງຊາດລະດັບທ້ອງຖິ່ນຂອງແຂວງສາລະວັນ ແມ່ນເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ແລະເປັນທີ່ເອອ້າງທະນົງໃຈຂອງຊາວແຂວງສາລະວັນ ເນື່ອງຈາກເປັນມໍຮະດົກ ແຫ່ງທໍາອິດຂອງແຂວງ ທີ່ໄດ້ຮັບຮອງຍົກລະດັບຂື້ນເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ເພື່ອເປັນການອະນຸລັກປົກປັກຮັກສາອັນລໍ້າຄ່າຂອງຊາດ ກໍ່ຄືຂອງທ້ອງຖິ່ນໄວ້ໃຫ້ເຊັ່ນລູກຫລານ ໄດ້ເຫັນເຖີງຄຸນຄ່າຂອງບັນພະບູລຸດທີ່ໄດ້ສ້າງໄວ້, ທັງເປັນ​ຄັງ​ຄວາມ​ຮູ້​ເກັບ​ມ້ຽນ​ ພຣະທໍາຄໍາ​ສັ່ງສອນ​ຂອງ​ພຣະພຸດທະ​ເຈົ້າ, ​​ເປັນ​ສັນຍາ​ລັກ​ສູນ​ລວມນ້ຳ​ໃຈ​ຂອງ​ພີ່ນ້ອງ​ປະຊາຊົນ​ບັນດາ​ເຜົ່າ ແລະເປັນ​ສະຖານ​ທີ່​ສັກສິດ​ກາບ​ໄຫວ້​ເຄົາ​ລົບ​ບູຊາ ​ແລະ ຈະກາຍ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ດ້ານ​ວັດທະນະທຳ​ໃນຕໍ່ໜ້າຂອງ​ແຂວງ., ພາຍຫລັງທີ່ໄດ້ຮັບຮອງແລ້ວ, ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ພະແນກ ຖວທ ແຂວງ ຕ້ອງສືບຕໍ່ໃນການສໍາຫລວດເກັບກໍາຂໍ້ມູນແຫລ່ງມໍຣະດົກ ໃນທົ່ວແຂວງ ທີ່ເຫັນວ່າມີຄວາມໂດດເດັ່ນ ບໍ່ວ່າຈະເປັນທາງດ້ານທໍາມະຊາດ, ປະຫວັດສາດ ແລະອື່ນໆ ທີ່ເຫັນວ່າມີທ່າແຮງ ແລະພົ້ນເດັ່ນຂອງແຂວງ ເພື່ອເຮັດໃຫ້ແຫລ່ງມໍຣະດົກ ທີ່ສໍາຄັນຂອງແຂວງ ໄດ້ຮັບການຄຸ້ມຄອງ, ບູລະນະປົກປັກຮັກສາ ແລະກາຍເປັນສະຖານທີ່ທ່ອງທ່ຽວ ເພື່ອດຶງດູກເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງສາລະວັນ ໃນຕໍ່ໜ້າໃຫ້ນັບມື້ນັບຫລາຍຂື້ນ, ພ້ອມນັ້ນກໍ່ຈົ່ງພ້ອມກັນ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ-ນຳ​ໃຊ້​ ຫໍ​ໄຕ​ຫລັງ​ນີ້ ​ເພື່ອ​ເປັນ​ມໍຣະດົກຕົກ​ທອດ​ໃຫ້​ແກ່​ຄົນ​ຮຸ່ນ​ຫລັງ ​ແລະ​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ແລະ​ສືບ​ຕໍ່ເປັນ​ກຳລັງ​ສັດທາ ປະກອບສ່ວນ​ທຶນຮອນເຂົ້າໃນການກໍ່ສ້າງ​ສິ່ງອໍານວຍຄວາມສະດວກຕ່າງໆພາຍໃນວັດ.

ທີ່ມາ: MediaLAOS