spot_img
HomeມູມໄອທີລາວYoutube ກັບມາເຜີຍແພ່ວີດີໂອ Mod Galaxy Note 7 ຂອງເກມ GTA V ອີກຄັ້ງ ຫຼັງຈາກ Samsung...

Youtube ກັບມາເຜີຍແພ່ວີດີໂອ Mod Galaxy Note 7 ຂອງເກມ GTA V ອີກຄັ້ງ ຫຼັງຈາກ Samsung ຍື່ນເລື່ອງໃຫ້ລຶບອອກ

Published on

​ໃນຊ່ວງຫຼາຍມື້ກ່ອນໜ້ານີ້ມີລາຍງານວ່າບໍລິສັດ Samsung ໄດ້ຍື່ນຟ້ອງຄລິບວີດີໂອທີ່ມີ Mod ລະເບີດມືໂດຍໃຊ້ໂທລະສັບລຸ້ນ Galaxy Note 7 ໃນເກມ GTA V ວ່າດ້ວຍຂໍ້ຫາການລະເມີດຊັບສິນທາງປັນຍາ DMCA (Digital Millennium Copyright Act).

ແຕ່ຫຼ້າສຸດນີ້ເບິ່ງຄືວ່າຄລິບວີດີໂອດັ່ງກ່າວໄດ້ກັບມາໃຫ້ໄດ້ຮັບຊົມກັນອີກເທື່ອແລ້ວ, ໂດຍທາງເຈົ້າຂອງຊ່ອງ sdaddy345 ເທິງ Youtube ໄດ້ຍື່ນເລື່ອງໂຕ້ຕອບ Samsung ຈົນໄດ້ຮັບຜົນສຳເລັດເລີຍເຮັດໃຫ້ສາມາດເອົາວີດີໂອດັ່ງກ່າວນີ້ກັບມາເຜີຍແພ່ໄດ້.

ສ່ວນສາເຫດທີ່ເຮັດໃຫ້ວີດີໂອນີ້ກັບມາເຜີຍແພ່ໄດ້ທາງ Youtube ໄດ້ຂຽນບອກໄວ້ວ່າ: “ບໍລິສັດ Samsung ນັ້ນຍັງຂາດອົງປະກອບ ຫຼືຫຼັກຖານທາງດ້ານກົດໝາຍທີ່ຈະມາເອົາຜິດວີດີໂອລະເມີດລິຂະສິດ”.

ທ້າຍນີ້ເຮົາມາປິດຂ່າວກັນດ້ວຍວີດີໂອເກມດັ່ງກ່າວກັນເລີຍ


ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...