spot_img
HomeມູມໄອທີລາວWinamp ອາດຈະບໍ່ດັບເພາະວ່າ Microsoft ເຮັດທ່າທີສົນໃຈຈະຊື້

Winamp ອາດຈະບໍ່ດັບເພາະວ່າ Microsoft ເຮັດທ່າທີສົນໃຈຈະຊື້

Published on

Winamp ທີ່ຫາກ່ອນຈະເປັນຂ່າວມື້ວານນີ້ວ່າຈະປິດຕົວລົງ (ຂໍໂທດຫຼາຍໆໂດ້ລືມເອົາມາລົງໃຫ້ອ່ານ) ແລະຫາຍໄປຈາກວົງການໃນວັນທີ 20 ເດືອນທັນວາທີ່ຈະມາຮອດນີ້ອາດຈະຍັງຕໍ່ລົມຫາຍໃຈໄດ້ແບບສະບາຍຢູ່ ເມື່ອທາງ Microsoft ກຳລັງຟ້າວເຈລະຈາກັບເຈົ້້າຂອງແບບ AOL ໂດຍໜ້າຈະນຳໄປໃຊ້ງານເປັນສ່ວນໜຶ່ງຂອງ Windows ຕໍ່ໄປ

ທາງ TechCrunch ກໍຍັງບອກວ່າການເຈລະຈາລະຫວ່າງ AOL ກັບ Microsoft ຍັງໍ່ຈົບ ດັ່ງນັ້ນເລື່ອງນີ້ອາດຈະຈົບລົງດ້ວຍການຫາຂໍ້ສະຫຼຸບບໍ່ໄດ້ ທາງ Winamp ກໍຈະຫາຍໄປຈາກຕະຫຼາດຄືເກົ່າກໍເປັນໄປໄດ້ ຢ່າງໃດກໍຕາມສຳລັບການເຈລະຈາຂອງ Microsoft ນີ້ບໍ່ແມ່ນພຽງແຕ່ສິດ ແລະໂປຣແກຣມ Winamp ເທົ່ານັ້ນ ແຕ່ວ່າລວມໄປເຖິງ Shoutcast ສະຖານີວິທະຍຸອອນລາຍນຳເຊັ່ນກັນ ໂດຍເປັນຜົນງານຂອບງຜູ້ສ້າງ Winamp ທີ່ສ້າງເອົາໄວ້ ແລະຍັງຄົງໃຫ້ບໍລິການຈົນຮອດປະຈຸບັນ ສຳລັບການເຈລະຈານີ້ຄາດວ່າໜ້າຈະສະຫຼຸບຜົນໄດ້ໃນອາທິດໜ້າ

ຍັງຄົງເປັນເລື່ອງທີ່ໜ້າສົງໄສວ່າ Winamp ນັ້ນຄວາມນິຍົມເລີ່ມຫຼຸດລົງໄປເລື້ອຍໆແລະບໍ່ມີຊື່ສຽງອີກຕໍ່ໄປແລ້ວ ດ້ວຍເຫດໃດທາງ Microsoft ຈຶ່ງສົນໃຈທີ່ຈະຊື້ໄປ ຫຼືອາດຈະມີແຜນເຮັດໂຄງການຫຍັງບາງຢ່າງບໍ?

ທີ່ມາ: The Verge

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...