spot_img
Homeຂ່າວຕ່າງປະເທດ‘WHO’ ເຕືອນ! ໂຄວິດ-19ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນ

‘WHO’ ເຕືອນ! ໂຄວິດ-19ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ‘WHO’ ເຕືອນ! ໂຄວິດ-19 ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນແລ້ວກໍ່ຕາມ ເຊື່ອວ່າໃນອານາຄົດອັນໃກ້ວັກຊີນຍັງບໍ່ທັນມີພຽງພໍທີ່ຈະຢຸດການລະບາດໄດ້.

ທ່ານ ດຣ ໄມ ໄຣອັນ, ຜູ້ອຳນວຍການໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ເຕືອນວ່າ ມີຄວາມສ່ຽງທີ່ໂຄວິດ-19 ຈະຍັງສືບຕໍ່ແຜ່ລະບາດຕໍ່ໄປເຖິງແມ່ນວ່າຈະມີການສັກຊີນປ້ອງກັນໂຄວິດ-19 ຄັ້ງໃໝ່ໃນອານາຄົດກໍ່ຕາມ ເພາະສະນັ້ນ, ພວກເຮົາຕ້ອງສືບຕໍ່ດຳລົງຊີວິດກັບການລະບາດນີ້ຕໍ່ໄປ.

ນອກຈາກນີ້, ທ່ານ ດຣ ໄຣອັນ ຍັງກ່າວຕື່ມອີກວ່າ ບັນດາປະເທດຕ່າງໆ ບໍ່ຄວນຄາດຫວັງວ່າຈະກຳຈັດໂຄວິດ-19 ໄດ້ໃນປີ 2021 ພ້ອມເຕືອນວ່າ ຈົນຮອອດປັດຈຸບັນນີ້, ມະນຸດເຄີຍກຳຈັດໄດ້ພຽງໂຣກດຽວໃນປະຫວັດສາດຄື: ໂຣກຝີດາດ ເຮັດໃຫ້ເຮົາພະຍາຍາມໄປໃຫ້ເຖິງຈຸດທີ່ສາມາດຄວບຄຸມໄວຣັດໄດ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...